
ນັກຝຶກອົບຮົມ ໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມທັດສະນະສຶກສາຢູ່ກອງພົນນ້ອຍ 679 ສສ ຫວຽດນາມ
ເວລາອອກຂ່າວ: 2023-09-22 19:43:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:
ວັນທີ 21 ກັນຍາ 2023 ນີ້, ສະຫາຍ ພັນເອກພິເສດ ເລຫງອກລອງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ນໍາພາຄະນະນັກຝຶກອົບ ໜັງສືພິມກອງທັບປະຊາຊົນລາວ ລົງຢ້ຽມຢາມທັດສະນະສຶກສາຢູ່ກອງພົນນ້ອຍ 679 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກພິເສດ ຫງວຽນແທັງຕຸງ ຫົວໜ້າການເມືອງກອງພົນນ້ອຍ 679 ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ຫົວໜ້າການເມືອງກອງພົນນ້ອຍ 679 ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ຄະນະໜັງສືພິມກອງທັບປະຊາຊົນລາວ ທີ່ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາຢູ່ກົມກອງໃນຄັ້ງນີ້, ພ້ອມທັງລາຍງານຫຍໍ້ກ່ຽວກັບການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງກົມກອງຜ່ານຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ເຊິ່ງກອງພົນນ້ອຍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1979 ກະຊວງປ້ອງກັນປະເທດໄດ້ປະກາດສ້າງຕັ້ງກອງລູກສອນໄຟຂະໜາດນ້ອຍ ພາຍໃຕ້ກອງທັບເຮືອ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຢ່າງໝັ້ນຄົງໃນສະພາບການໃໝ່, ກອງພັນໃຫຍ່ໄດ້ຮັບການເສີມສ້າງອຸປະກອນທີ່ທັນສະໄໝ ແລະ ຍົກລະດັບຂຶ້ນເປັນກອງບັນຊາການທະຫານປ້ອງກັນຊາຍແດນພາຍຫຼັງກວ່າ 44 ປີແຫ່ງການກໍ່ສ້າງ, ພັດທະນາ ແລະ ເຕີບໂຕ, ກອງບັນຊາການຖືວ່າແມ່ນບ່ອນອີງຂອງກຳລັງລູກສອນໄຟຢູ່ທະເລປະຊາຊົນຫວຽດນາມ. ໃຫ້ສື່ມ່ວນຊົນກອງທັບປະຊາຊົນລາວ ໄດ້ຮັບຊາບ, ພິ ເສດ ສະຫາຍໄດ້ຍົກໃຫ້ເຫັນບັນດາຜົນງານອັນເດັ່ນ ເປັນຕົ້ນແມ່ນການປະຕິບັດໜ້າທີ່ວິຊາສະເພາະຄຽງຄູ່ກັບການເຮັດວຽກງງານພະລາທິການກັບທີ່, ເຊິ່ງກອງພົນນ້ອຍ 679 ສາມາດຮັບປະກັນໃຫ້ອ້າຍນ້ອງພະນັກງານ-ນັກຮົບ ພາຍໃນກົມກອງກິນແຊບ-ນຸ່ງງາມ, ໂດຍກອງພົນນ້ອຍໄດ້ຫັນເອົາມະຕິຂອງກະຊວງປ້ອງກັນປະເທດຫວຽດນາມ ມາຜັນຂະຫຍາຍໃຫ້ແຕກດອກອອກຜົນ ໂດຍໄດ້ສຸ່ມໃສ່ວຽກງງານປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນປູກຜັກຕາມລະດູດານການ, ປູກຕົ້ນໄມ້ໃຫ້ໝາກ, ລ້ຽງປາ, ຫອຍ ແລະ ສັດລຽ້ງຈຳນວນຫຼວງຫຼາຍ, ສັງລວມ ແລ້ວ ກອງພົນນ້ອຍ 679 ເປັນກົມກອງໜຶ່ງທີ່ນຳໜ້າ ສາມາດເຮັດສຳເລັດໃນການປະຕິບັດໜ້າທີ່ວິຊາສະເພາະ, ຄວບຄູ່ກັບການສ້າງພະລາທິການກັບທີ່ ສາມາດກຸ້ມຕົນເອງໄດ້100%.
ພ້ອມນີ້, ສະຫາຍຮອງຫົວໜ້າບັນນາທິການໜັງສືພີມກອງທັບປະຊາຊົນລາວ ຕາງໜ້າຄະນະນັກອົບຮົມ ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ ທີ່ເປັນມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ໝັ້ນຄົງຕະຫຼອດໄປ.
ໂອກາດດຽວກັນນີ້ຄະນະກໍໄດ້ຢ້ຽມຊົມຫໍມູນເຊື້ອກອງພົນນ້ອຍ 679 ທະຫານເຮືອ ຮັບຊົມບັນດາຮູບພາບການປະຕິບັດໜ້າທີ່ຝຶກຊ້ອມ, ການປົກປັກຮັກສາຂອບເຂດທະເລ, ໝູ່ເກາະທີ່ໄດ້ຮັບມອບໝາຍ, ຮັບຊົມການຝຶກອົບຮົມວິຊາສະເພາະໃນການຮັກສາ ແລະ ປັບປຸງສຸຂະພາບ, ຄວາມທົນທານ ແລະ ຄວາມແຂງແຮງຂອງກອງທັບຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ