ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ຄະນະພະນັກງານໜັງສືພີມກອງທັບປະຊາຊົນລາວ ສືບຕໍ່ລົງທັດສະນະສຶກສາ ແລະ​ ເຮັດວຽກຢູ່​ ກອງບັນຊາການທະຫານຊາຍແດນແຂວງກວາງນີງ
ເວລາອອກຂ່າວ: 2023-09-22 19:45:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໂດຍປະຕິບັດຕາມແຜນການການເຄື່ອນໄຫວທັດສະນະສຶກສາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແກ່ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດອົບຮົມວຽກງານສື່ມວນຊົນ, ໃນລະຫວ່າງວັນທີ​ 21-22 ກັນຍານີ້, ສະຫາຍ​ ພັນເອກ​ ພິເສດ​ ເລ​ ຫງອກ​ ລອງ​ ຮອງຫົວໜ້າ​ບັນນາທິການ​ໜັງສືພີມກອງທັບປະຊາຊົນຫວຽດນາມ ໄດ້ນຳພາຄະນະພະນັກງານໜັງສືພີມກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນໂທ​ ຄອນສະຫວັນ​ ໄຊຍະ​ລາດ​ ຮອງ​ຫົວໜ້າ​ບັນນາທິການ​ໜັງສືພີມ​ກອງທັບ​ປະຊາຊົນລາວ​ ລົງທັດສະນະສຶກສາ​ ແລະ​ ເຄື່ອນໄຫວເກັບກໍາຂໍ້ມູນຂ່າວສານຢູ່ກອງບັນຊາການທະຫານ​ຊາຍແດນ​ແຂວງ​ກວາງ​ນິງ, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ​ພິເສດ​ ວູ ວັນ​ຮຶງ ຮອງຫົວໜ້າ​ການເມືອງ​ ກອງບັນຊາການທະຫານຊາຍແດນແຂວງກວາງນິງ ພ້ອມຄະນະ. ໂອກາດນີ້, ສະຫາຍ​ ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງກວາງນິງ ​ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະພະນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ​ ທີ່ໄດ້ມາຢ້ຽມຢາມ ທັດສະນະສຶກສາ ຢູ່ບັນດາກົມກອງໃນແຂວງກວາງນິງ, ພ້ອມທັງລາຍງານຫຍໍ້ກ່ຽວກັບ ການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ຂອງກໍາລັງປ້ອງກັນທະຫານຊາຍແດນແຂວງກວາງນິງໃນໄລຍະຜ່ານມາ, ໂດຍສະເພາະແມ່ນການປະຕິບັດໜ້າທີ່ການປົກ​ປັກ​ຮັກສາ​ຂອບເຂດທະ​ເລ, ໝູ່​ເກາະ, ການລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດ ອັນໄດ້ເຮັດໃຫ້ແຂວງກວາງນິງມີຄວາມສະຫງົບ, ເສດຖະກິດເຕີບໃຫຍ່ເຂັ້ມແຂງ, ສັງຄົມມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ ກາຍເປັນແຂວງນໍາໜ້າທາງດ້ານເສດຖະກິດຂອງປະເທດຫວຽດນາມ.​ ໂອກາດດຽວກັນນີ້, ​ສະຫາຍຮອງຫົວໜ້າບັນນາທິການໜັງສືພີມກອງທັບ​ປະຊາຊົນລາວ ​ຕາງໜ້າຄະນະກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນສະໜິດສະໜົມ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ພ້ອມທັງຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ຂອງໜັງສືພິມກອງທັບປະຊາຊົນລາວ ໃນການເປັນກະບອກສຽງໃຫ້ແກ່ຄະນະພັກກະຊວງ ແລະ ກະຊວງປ້ອງກັນປະເທດ ໃນການໂຄສະນາແນວທາງນະໂຍບາຍຂອງພັກ, ໜ້າທີ່ວິຊາສະເພາະ ແລະ ຜົນງານການເຄື່ອນໄຫວຂອງກໍໍາລັງປະກອບອາວຸດກອງທັບປະຊາຊົນລາວ ທີ່ເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງພັກລັດມອບໝາຍໃຫ້. ການເຄື່ອນໄຫວທັດສະນະສຶກສາຂອງຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ແລະ ຈັດຂຶ້ນໃນໂອກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ເຊິ່ງເປັນເງື່ອນໄຂອັນດີໃຫ້ແກ່ຄະນະນັກຂ່າວໜັງສືພິມກອງທັບປະຊາຊົນລາວ ໄດ້ເກັບກໍາເອົາບັນດາຜົນງານຂອງກົມກອງທະຫານ ເພື່ອໂຄສະນາໃຫ້ແກ່ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ໜັ້ນຄົງທະນົງແກ່ນຕະຫຼອດໄປ. ຄະນະພະນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຍັງໄດ້ລົງຢ້ຽມຢາມກອງເຮືອ 2​ ທີ່ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງກວາງນິງຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ