
ຄະນະພະນັກງານໜັງສືພີມກອງທັບປະຊາຊົນລາວ ສືບຕໍ່ລົງທັດສະນະສຶກສາ ແລະ ເຮັດວຽກຢູ່ ກອງບັນຊາການທະຫານຊາຍແດນແຂວງກວາງນີງ
ເວລາອອກຂ່າວ: 2023-09-22 19:45:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:
ໂດຍປະຕິບັດຕາມແຜນການການເຄື່ອນໄຫວທັດສະນະສຶກສາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແກ່ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດອົບຮົມວຽກງານສື່ມວນຊົນ, ໃນລະຫວ່າງວັນທີ 21-22 ກັນຍານີ້, ສະຫາຍ ພັນເອກ ພິເສດ ເລ ຫງອກ ລອງ ຮອງຫົວໜ້າບັນນາທິການໜັງສືພີມກອງທັບປະຊາຊົນຫວຽດນາມ ໄດ້ນຳພາຄະນະພະນັກງານໜັງສືພີມກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພີມກອງທັບປະຊາຊົນລາວ ລົງທັດສະນະສຶກສາ ແລະ ເຄື່ອນໄຫວເກັບກໍາຂໍ້ມູນຂ່າວສານຢູ່ກອງບັນຊາການທະຫານຊາຍແດນແຂວງກວາງນິງ, ໂດຍການຕ້ອນຮັບຂອງສະຫາຍ ພັນເອກພິເສດ ວູ ວັນຮຶງ ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງກວາງນິງ ພ້ອມຄະນະ.
ໂອກາດນີ້, ສະຫາຍ ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງກວາງນິງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະພະນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ທີ່ໄດ້ມາຢ້ຽມຢາມ ທັດສະນະສຶກສາ ຢູ່ບັນດາກົມກອງໃນແຂວງກວາງນິງ, ພ້ອມທັງລາຍງານຫຍໍ້ກ່ຽວກັບ ການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ຂອງກໍາລັງປ້ອງກັນທະຫານຊາຍແດນແຂວງກວາງນິງໃນໄລຍະຜ່ານມາ, ໂດຍສະເພາະແມ່ນການປະຕິບັດໜ້າທີ່ການປົກປັກຮັກສາຂອບເຂດທະເລ, ໝູ່ເກາະ, ການລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດ ອັນໄດ້ເຮັດໃຫ້ແຂວງກວາງນິງມີຄວາມສະຫງົບ, ເສດຖະກິດເຕີບໃຫຍ່ເຂັ້ມແຂງ, ສັງຄົມມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ ກາຍເປັນແຂວງນໍາໜ້າທາງດ້ານເສດຖະກິດຂອງປະເທດຫວຽດນາມ.
ໂອກາດດຽວກັນນີ້, ສະຫາຍຮອງຫົວໜ້າບັນນາທິການໜັງສືພີມກອງທັບປະຊາຊົນລາວ ຕາງໜ້າຄະນະກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນສະໜິດສະໜົມ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ພ້ອມທັງຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ຂອງໜັງສືພິມກອງທັບປະຊາຊົນລາວ ໃນການເປັນກະບອກສຽງໃຫ້ແກ່ຄະນະພັກກະຊວງ ແລະ ກະຊວງປ້ອງກັນປະເທດ ໃນການໂຄສະນາແນວທາງນະໂຍບາຍຂອງພັກ, ໜ້າທີ່ວິຊາສະເພາະ ແລະ ຜົນງານການເຄື່ອນໄຫວຂອງກໍໍາລັງປະກອບອາວຸດກອງທັບປະຊາຊົນລາວ ທີ່ເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງພັກລັດມອບໝາຍໃຫ້.
ການເຄື່ອນໄຫວທັດສະນະສຶກສາຂອງຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ແລະ ຈັດຂຶ້ນໃນໂອກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ເຊິ່ງເປັນເງື່ອນໄຂອັນດີໃຫ້ແກ່ຄະນະນັກຂ່າວໜັງສືພິມກອງທັບປະຊາຊົນລາວ ໄດ້ເກັບກໍາເອົາບັນດາຜົນງານຂອງກົມກອງທະຫານ ເພື່ອໂຄສະນາໃຫ້ແກ່ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ໜັ້ນຄົງທະນົງແກ່ນຕະຫຼອດໄປ.
ຄະນະພະນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຍັງໄດ້ລົງຢ້ຽມຢາມກອງເຮືອ 2 ທີ່ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງກວາງນິງຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ