
ແຂ່ງຂັນກິລາເຕະບານມິດຕະພາບ
ເວລາອອກຂ່າວ: 2023-09-27 09:43:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3 | ຄວາມນິຍົມ:
ອົງການໄອຍະການທະຫານຂັ້ນສູງ ໄດ້ເປີດຂະບວນການແຂ່ງຂັນກິລາເຕະບານມິດຕະພາບຮ່ວມກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂຶ້ນໃນວັນທີ 26 ກັນຍາ 2023 ນີ້ ເພື່ອຂ່ໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງອົງການໄອຍະການທະຫານຂັ້ນສູງ ຄົບຮອບ 30 ປີ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ແລະ ສະຫາຍ ປອ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດ, ເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ມີຄະນະນໍາອົງການໄອຍະການທະຫານຂັ້ນສູງ, ຄະນະນໍາສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ນັກກິລາທັງສອງພາກສ່ວນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ໄດ້ກ່າວວ່າ: ການເປີດຂະບວນການແຂ່ງຂັນກິລາ ບານເຕະມິດຕະພາບຮ່ວມກັບສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໃນຄັ້ງນີ້, ແມ່ນເພື່ອເປັນການສ້ງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ເວົ້າລວມເວົ້າສະເພາະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງອົງການໄອຍະການທະຫານ ຄົບຮອບ 30 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ ທັງເປັນການເຝິກຝົນກໍາລັງແຮງກາຍຂອງພະນັກງານ-ນັກຮົບ ໃຫ້ມີສຸຂະພາບແຂງແຮງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ນອກນີ້, ຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ອົງການໄອຍະການທະຫານຂັ້ນສູງກັບສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້ສະຫາຍຍັງຮຽກຮ້ອງມາຍັງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບຈັດການແຂ່ງຂັນກິລາໃນຄັ້ງນີ້ ເອົາໃຈໃສ່ ຕິດຕາມການເຄື່ອນໄຫວ ແຂ່ງຂັນກິລາ ໃຫ້ໄດ້ຮັບຜົນດີ ຮັບປະກັນໃຫ້ມີຄວາມປອດໄພ 100% ແລະ ສ້າງໄດ້ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
ໂອກາດນີ້, ສະຫາຍ ປອ ກິແກ້ວ ຈັນທະບູລີ ກໍໄດ້ມີເຫັນ ແລະ ກ່າວມອບເຄື່ອງກິລາໃຫ້ອົງການໄອຍະການທະຫານຂັ້ນສູງ ເພື່ອປະກອບສ່ວນຊຸກຍູ້ໃຫ້ຂະບວນການແຂ່ງຂັນກິລາໃນຄັ້ງນີ້ ໃຫ້ມີຄວາມເປັນເອກະພາບ, ຈົບງາມ ແລະ ເປັນລະບຽບຮຽບຮ້ອຍດີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ