
ເຊັນສັນຍາຮັບເໝົາໂຄງການກໍ່ສ້າງ ປ້ອມສັງເກດການທະຫານຊາຍແດນກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2023-09-27 11:55:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5 | ຄວາມນິຍົມ:
ໃນຕອນບ່າຍວັນທີ 22 ກັນຍາ 2023 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ ເຊັນສັນຍາຮັບເໝົາໂຄງການກໍ່ສ້າງປ້ອມສັງເກດການທະຫານຊາຍແດນ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ລະຫວ່າງເຈົ້າຂອງໂຄງການ ກໍ່ຄືກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບ ຜູ້ຮັບເໝົາໂຄງການແມ່ນ ບໍລິສັດ ໂອທີ ຈະເລີນຊັບ ກໍ່ສ້າງຈໍາກັດຜູ້ດຽວ, ເຊິ່ງໃນໂອກາດດັ່ງກ່າວ ແຕ່ລະພາກສ່ວນກໍ່ໄດ້ພ້ອມກັນມີຄຳຄິດຄຳເຫັນຕໍ່ພິທີ ເພື່ອຄວາມເປັນເອກະພາບໃນການຮ່ວມມືປະສານງານຕໍ່ກັບໂຄງການກໍ່ສ້າງດັ່ງກ່າວໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ໂດຍສະເພາະແມ່ນເຈົ້າຂອງໂຄງການ ກັບ ຜູ້ຮັບເໝົາໂຄງການ ໃຫ້ມີຄວາມໂປ່ງໃສເຊິ່ງກັນ ແລະ ກັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການກໍ່ສ້າງໃຫ້ມີຜົນສຳເລັດຕາມສັນຍາ ທີ່ໄດ້ກຳນົດໄວ້ ຢ່າງຈົບງາມ.
ສ່ວນງົບປະມານທີ່ຈະໄດ້ນໍາໃຊ້ເຂົ້າໃນການກໍ່ສ້າງ ລວມມູນຄ່າທັງໝົດ 2.393.600.000 ກີບ,ໂຄງການກໍ່ສ້າງ ປ້ອມສັງເກດການທະຫານຊາຍແດນ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ລວມມີ 22 ຈຸດ, ເລີ່ມແຕ່ເໜືອຮອດໃຕ້ຂອງຂອບເຂດຊາຍແດນນະຄອນຫຼວງວຽງຈັນ, ນັບແຕ່ເມືອງສັງທອງຮອດເມືອງປາກງື່ມ ລຽບຕາມລຳແມ່ນ້ຳຂອງ, ກຳນົດເວລາການກໍ່ສ້າງແມ່ນ 18 ເດືອນ ໃຫ້ສໍາເລັດຕາມແຜນການ. ພ້ອມກັນນີ້ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າຂອງໂຄງການ ແລະ ທ່ານ ອຸນໄຊ ອາໄພໂສ ປະທານບໍລິສັດ ໂອທີ ຈະເລີນຊັບ ກໍ່ສ້າງຈໍາກັດຜູ້ດຽວ ເຊິ່ງເປັນຜູ້ຮັບເໝົາ ກໍ່ໄດ້ເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງໂຄງການກໍ່ສ້າງປ້ອມສັງເກດການທະຫານຊາຍແດນ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຮ່ວມກັນຢ່າງເປັນທາງການ, ໂດຍມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ວິຊາການ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວພາບໂດຍ:ຮທ ວຽງສີ ແກວກອງສຸດາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ