ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ສະຫລອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-09-27 14:48:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3 | ຄວາມນິຍົມ:



ຂປລ. ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຈັດງານລ້ຽງ ສະເຫລີມສະ ຫລອງ ການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 74 ປີ (1 ຕຸລາ 1949-1 ຕຸລາ 2023) ໃນຕອນຄ່ຳຂອງວັນທີ 26 ກັນຍາ 2023 ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຫວາງຊາງ ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຂອບໃຈມາຍັງບັນດາທ່ານ ທີ່ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງມື້ນີ້ ເຊິ່ງຕະຫລອດ 74 ປີ ທີ່ຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດຈີນ ປະຊາຊົນຈີນ ໄດ້ຜ່ານຜ່າບົດທົດສອບຢ່າງຫລວງຫລາຍ ແລະ ສາມາດຍາດໄດ້ຜົນສຳເລັດຢ່າງຕັ້ງໜ້າ. ປັດຈຸບັນ ມູນຄ່າການລົງທຶນຂອງຈີນຢູ່ລາວ ບັນລຸເຖິງ 3,55 ຕື້ ໂດລາສະຫະລັດ, ມູນຄ່າການລົງທຶນຂອງວິສາຫະກິດຈີນ ຢູ່ ລາວ ບັນລຸ 15,49 ຕື້ ໂດລາສະຫະລັດ, ລວມມີ 803 ໂຄງການ ແລະ ຖືກຈັດເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ. ໃນໄລຍະຜ່ານມາ, ສອງປະເທດລາວ-ຈີນ ໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ ໃນການປະຕິບັດໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ທີ່ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ເຊິ່ງເປັນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຂອງ ສປ ຈີນ” ທີ່ສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ, ເປັນການເປີດສັງກາດໃໝ່ແຫ່ງການພົວພັນຮ່ວມມືຄ້າຂາຍ, ການຂົນສົ່ງ, ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ ໃຫ້ໄດ້ຮັບຄວາມສະດວກ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ. ຂ່າວ:ກິດຕາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ