ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ມອບ-ຮັບຫ້ອງປິ່ນປົວຄົນເຈັບ ກອງບັນຊາການທະຫານແຂວງຫົວພັນຫຼັງໃໝ່
ເວລາອອກຂ່າວ: 2019-01-03 09:41:49 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 277 | ຄວາມນິຍົມ:



ພິທີມອບ-ຮັບຫ້ອງປິ່ນປົວ ຄົນເຈັບ ກອງບັນຊາການທະ ຫານແຂວງຫົວພັນ ຫຼັງໃຫມ່ ໄດ້ ຈັດຂຶ້ນໃນທ້າຍເດືອນທັນວາ 2018 ຜ່ານມາ, ໂດຍການເຂົ້າ ຮ່ວມເປັນປະທານຂອງ ພັນເອກ ຄຳສົນ ທິບສົມພັນ ກຳມະການ ພັກແຂວງ ຫົວຫນ້າການທະ ຫານກອງບັນຊາການທະຫານ ແຂວງຫົວພັນ,ມີ ພັນເອກ ງວ່ຽນ ຢວາຍຄວາ ຮອງຜູ້ອຳນວຍການ ບໍລິສັດຮ່ວມມືເສດຖະກິດໂກເອ ໂກ ສສ ຫວຽດນາມ ພ້ອມດ້ວຍ ຄະນະ ແລະ ວິຊາການທັງສອງ ຝ່າຍເຂົ້າຮ່ວມ. ໃນພິທີ ພັນເອກ ງວ່ຽນ ຢວາຍ ຄວາ ໄດ້ຂຶ້ນຜ່ານບົດສະຫຼຸບການ ຮັບເຫມົາກໍ່ສ້າງຫ້ອງປິ່ນປົວຄົນ ເຈັບດັ່ງກ່າວແມ່ນໄດ້ເລີ່ມລົງມື ກໍ່ສ້າງມາແຕ່ວັນທີ 16 ເມສາ 2018 ໂດຍແມ່ນບໍລິສັດຮ່ວມມື ເສດຖະກິດ ໂກເອໂກ ສົມທົບກັບ ຄະນະຄຸ້ມຄອງໂຄງການທະ ຫານເຂດ 4 ເປັນຜູ້ຮັບເຫມົາກໍ່ ສ້າງ, ຫ້ອງປິ່ນປົວພະຍາດດັ່ງ ກ່າວເປັນອາຄານຊັ້ນດຽວ, ມີ ເນື້ອທີ່ 480 ແມັດ, ມີ 7 ຫ້ອງ ປິ່ນປົວພະຍາດ, 3 ຫ້ອງກວດພະ ຍາດ, 1 ຫ້ອງປະຊຸມ ມາຮອດວັນ ທີ 15 ທັນວາ 2018 ເຫັນວ່າໄດ້ ສຳເລັດຕາມແຜນການ ລວມມູນ ຄ່າການກໍ່ສ້າງທັງຫມົດ 5 ຕື້ດົງ (ສະກຸນເງິນຫວຽດນາມ) ໂດຍ ແມ່ນໂຄງການຊ່ວຍເຫຼືອລ້າ ມອບໃຫ້ກອງບັນຊາການທະ ຫານແຂວງຫົວພັນ. ໂອກາດດັ່ງ ກ່າວນີ້ ພັນເອກ ຄຳສົນ ທິບສົມພັນ ໄດ້ຕາງໜ້າ ຂຶ້ນກ່າວຮັບ ພ້ອມທັງສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງລົ້ນເຫຼືອນຳຄະນະບໍລິສັດ ຮ່ວມມືເສດຖະກິດ ໂກເອໂກ ກັບ ຄະນະຄຸ້ມຄອງໂຄງການທະ ຫານເຂດ 4 ທີ່ເຫັນໄດ້ຄວາມ ຫມາຍຄວາມສຳຄັນຕໍ່ວຽກງານ ດັ່ງກ່າວ ແລະ ໄດ້ໃຫ້ການຊ່ວຍ ເຫຼືອກອງບັນຊາການທະຫານ ແຂວງຫົວພັນ ໃນຄັ້ງນີ້ ພ້ອມທັງ ໃຫ້ຄຳຫມັ້ນສັນຍາວ່າຈະນຳໃຊ້ ເຂົ້າໃນການປິ່ນປົວຮັບໃຊ້ຄົນ ເຈັບເປັນຢ່າງດີ ແລະ ໂອກາດ ດຽວກັນນີ້ ກອງບັນຊາການທະ ຫານແຂວງຫົວພັນ ຍັງໄດ້ມອບ ຕໍ່ໃຫ້ໂຮງຫມໍທະຫານແຂວງຫົວ ພັນເປັນຜູ້ນຳໃຊ້ ແລະ ປົກປັກຮັກ ສາຕໍ່ໄປ. ໂດຍ: ນາງ ຄຳມະນີ ແສງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ