
ວພກ ຈັດຕັ້ງກອງປະຊຸມສະພາວິທະຍາຄານ
ເວລາອອກຂ່າວ: 2019-01-03 09:45:54 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 319 | ຄວາມນິຍົມ:
ທ້າຍເດືອນທັນວາ 2018 ຜ່ານມານີ້, ວິທະຍາຄານພະລາ ທິການກອງທັບ ໄດ້ຈັດຕັ້ງກອງ ປະຊຸມສະພາວິທະຍາສາດຂັ້ນ ຂອງຕົນຂຶ້ນ, ເພື່ອຜ່ານ ແລະ ຮັບ ຮອງເອົາໂຄງການຫຼັກສູດກໍ່ ສ້າງເລັ່ງລັດ 1 ປີ, ສາຂາວິຊາ ກະສິກຳ ໂດຍການເຂົ້າຮ່ວມ ເປັນປະທານຂອງທ່ານພົນຈັດ ຕະວາ ບຸນສູງ ຢາທໍ່ຕູ້ ຮອງຫົວ ຫນ້າກົມໃຫຍ່ພະລາທິການກອງ ທັບ, ມີບັນດາກົມໃຫຍ່, ກົມ ນ້ອຍ, ພະແນກການ ແລະ ກຳມະ ການ, ອະນຸກຳມະການຮັບຜິດ ຊອບໂຄງການຫຼັກສູດດັ່ງກ່າວ ເຂົ້າຮ່ວມ.
ພັນໂທ ປອ ສົມເພັດ ວົງພະຈັນ ຮອງຫົວຫນ້າຫ້ອງຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານວິທະຍາຄານພະ ລາທິການກອງທັບ ກໍໄດ້ຂຶ້ນ ຜ່ານໂຄງການຫຼັກສູດກໍ່ສ້າງ ນາຍທະຫານພະລາທິການໃນ ຂະແຫນງຜະລິດກະສິກຳຊັ້ນສູງ ຫຼັງຈາກນັ້ນກໍໄດ້ພ້ອມກັນຄົ້ນ ຄວ້າປຶກສາຫາລື ແລະ ເຫັນດີ ເປັນເອກະພາບເພື່ອປັບປຸງດັດ ແປງໂຄງການຫຼັກສູດການຮຽນ ການສອນໃນຄັ້ງນີ້ ເພື່ອຮັບປະ ກັນໄດ້ທາງດ້ານປະລິມານ ແລະ ຄຸນະພາບດີ, ຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງໃນ ປັດຈຸບັນກໍຄືສະເພາະໜ້າ ແລະ ຍາວນານ. ສະນັ້ນກອງປະຊຸມ ໃນຄັ້ງນີ້ທາງວິທະຍາຄານພະ ລາທິການກອງທັບ ຈະໄດ້ສືບຕໍ່ ປະສານສົມທົບກັບກົມວິຊາສະ ເພາະທີ່ກ່ຽວຂ້ອງ ແລະ ກະຊວງ ສຶກສາທິການ ເພື່ອອະນຸມັດຮັບ ຮອງນຳໃຊ້ໃນສົກປີຕໍ່ໜ້າ.
ໂດຍ: ຈິນດາ ແກ້ວວົງກົດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ