ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມໂຄງການເຂດພັດທະນາເສດຖະກິດໃໝ່ (ສີທັນດອນ)
ເວລາອອກຂ່າວ: 2021-07-15 12:00:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 176 | ຄວາມນິຍົມ:



ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ປະ ຈຳເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກໄດ້ເຄື່ອນໄຫວຢ້ຽມ ຢາມໂຄງການເຂດພັດທະນາ ເສດຖະກິດໃໝ່ສີທັນດອນຫວ່າງ ບໍ່ດົນມານີ້ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ສາຍທອງ ໄຊຍະວົງ ປະ ທານສະພາປະຊາຊົນແຂວງ, ມີ ທ່ານຮອງເຈົ້າແຂວງ, ຄະນະ ນຳ ຂອງແຂວງ, ເມືອງ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ວິນ ເຊັນ ລີ ປະທານ ບໍລິສັດ ຮ່ວມພັດ ທະນາສີທັນດອນ ຈຳກັດ ໄດ້ ລາຍງານໃຫ້ຮູ້ວ່າ: ການພັດທະ ນາຂອງໂຄງການ ແລະ ວິໄສ ທັດຂອງ ບໍລິສັດ ເຊິ່ງໄດ້ສ້າງຕັ້ງ ແລະ ລົງທະບຽນ ແຕ່ປີ 2018 ເປັນໂຄງການເຂດພັດທະນາເສດ ຖະກິດໃໝ່ສີທັນດອນ, ເພື່ອພັດ ທະນາ, ກໍ່ສ້າງ ແລະ ດຳເນີນ ງານໂຄງການ ເຊິ່ງມີທຶນຈົດທະ ບຽນ 3.192.000.000.000 ກີບ (ປະມານ 3.200 ລ້ານໂດ ລາ). ຂອບເຂດການດໍາເນີນທຸລະ ກິດຂອງບໍລິສັດແມ່ນ ໄດ້ຮັບອະນຸ ຍາດຈາກລັດຖະບານລາວ, ມີ ສູນບັນເທີງຄົບວົງຈອນອະສັງ ຫາລິມະຊັບ, ໂຮງແຮມ, ຮ້ານ ອາຫານ, ການທ່ອງທ່ຽວ, ການ ສຶກສາ, ການກໍ່ສ້າງພື້ນຖານ ໂຄງລ່າງ ແລະ ອຸດສາຫະກຳ ອື່ນໆ. ຄວາມຮັບຜິດຊອບຕໍ່ເສດຖະ ກິດ-ສັງຄົມ ໃນປັດຈຸບັນບໍລິສັດ ໄດ້ຊ່ວຍເຫຼືອໃຫ້ກັບລັດຖະບານ ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງລວມທັງໝົດ 400.000.000 ໂດລາ, ໄດ້ບໍລິ ຈາກອຸປະກອນຜ້າອັດປາກ-ດັງ ແລະ ເຄື່ອງຊ່ວຍຫາຍໃຈໃນການ ສະກັດກັ້ນການລະບາດຂອງພະ ຍາດCOVID-19 ລວມເປັນມູນ ຄ່າ 1.934.000.000 ກີບ, ນອກ ນີ້ ຍັງໄດ້ຊ່ວຍເຫຼືອສ້າງເສັ້ນທາງ ຄອນກຣີດອ້ອມດອນໂຂງ ດ້ວຍ ມູນຄ່າ 12.000.000 ໂດລາ, ສ້າງກັນເຈື່ອນແຄມນ້ຳຂອງ ແລະ ຊ່ວຍເຫຼືອກໍ່ສ້າງອາຄານຮຽນ ແລະ ມອບເຄື່ອງອຸປະກອນການຮຽນການສອນໃຫ້ແກ່ໂຮງຮຽນໃນກຸ່ມເປົ້າໝາຍພັດທະນາ. ໂອກາດນີ້, ທ່ານ ສົມມາດ ພົນເສນາ ໄດ້ມີຄໍາເຫັນຊີ້ນຳໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ກໍຄື ບໍລິ ສັດຜູູ້ພັດທະນາຕ້ອງໄດ້ປະສານ ສົມທົບໃຫ້ການຮ່ວມມື ແລະ ປັບ ປຸງແຜນແມ່ບົດການພັດທະນາ ໂຄງການໃຫ້ມີຄວາມຄືບໜ້າ ຫຼາຍກວ່າເກົ່າ, ແຜນຈັດຕັໍ້ງປະຕິບັດການພັດທະນາໂຄງການໃນແຕ່ລະໄລຍະ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະ ເທດຊາດ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ບົນພື້ນຖານຜົນສຳເລັດຂອງສາຍພົວພັນລາວ-ຈີນ ພາຍໃຕ້ການຊີ້ນຳ-ນຳພາຍຸດທະສາດລະຫວ່າງ ການນຳຂັ້ນສູງຂອງທັງສອງປະ ເທດຮ່ວມກັນສູ້ຊົນຢ່າງບໍ່ລົດ ລະເພື່ອຊຸກຍູ້ການຮ່ວມກັນສ້າງ ຄູ່ຮ່ວມຊະຕາກຳ ຈີນ-ລາວ ໃຫ້ ປະສົບຜົນສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ