ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກຸ່ມສາງນ້ຳມັນເຊື້ອໄຟ ເລກ 9 ສົມທົບກັບເມືອງອຸທຸມພອນ ປ່ອຍປາ
ເວລາອອກຂ່າວ: 2021-07-19 09:48:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນວັນທີ 13 ກໍລະກົດ 2021 ນີ້, ກຸ່ມສາງນ້ຳມັນເຊື້ອໄຟ ເລກ 9 ສົມທົບກັບເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດ ຕັ້ງປ່ອຍປາ ຢູ່ທີ່ໜອງລວມຂອງ ສາງນ້ຳມັນເຊື້ອໄຟ ເລກ 9 ເນື່ອງ ໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ຄົບຮອບ 24 ປີ ໂດຍການເປັນປະທານຂອງ ສະຫາຍ ແສນສັກ ພິມວົງສາ ກໍາມະການຄະນະພັກແຂວງ ເລ ຂາພັກເມືອງ ເຈົ້າເມືອງເມືອງ ອຸທຸມພອນ, ມີຄະນະພັກ-ຄະ ນະບັນຊາກອງພົນທີ 4, ສາງ ນ້ຳມັນເຊື້ອໄຟ ເລກ 9, ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ຄະນະນຳເມືອງອຸທຸມພອນ, ອຳ ນາດການປົກຄອງເມືອງ ແລະ ບໍລິສັດຫ້າງຮ້ານຕະຫຼອດຮອດ ບັນດານາຍ ແລະ ພົນທະຫານ ທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພູລຽນ ສີຫາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງອຸທຸມພອນ ໄດ້ກ່າວປະຫວັດການເປັນມາ ຂອງວັນອະນຸລັກສັດນ້ຳ-ສັດ ປ່າແຫ່ງຊາດ ແລະ ຄວາມໝາຍ ຄວາມສຳຄັນ ສັດນໍ້າ-ສັດປ່າ ທີ່ ກໍາລັງຈະສູນພັນຈາກການລ່າ ສັດຂອງມະນຸດ ທີ່ຝ່າຝືນຕໍ່ກົດ ລະບຽບ, ກົດໝາຍຂອງລັດ ເປັນຕົ້ນ ລ່າສັດແບບໃຊ້ຢາເບື່ອ, ໄຟຟ້າຊັອດປາ, ລ່າສັດໃນຂົງ ເຂດຫວງຫ້າມ, ລ່າສັດໃນລະດູ ການຂະຫຍາຍພັນ ແລະ ມີການ ຄ້າຂາຍສັດປ່າ ແລະ ຍັງໄດ້ນຳ ໃຊ້ປະໂຫຍດຈາກປ່າໄມ້ເຂົ້າ ໃນຊີວິດປະຈຳວັນທີ່ບໍ່ຖືກຕ້ອງ. ໂດຍເປັນການທໍາລາຍປ່າໄມ້ ແລະ ທີ່ຢູ່ອາໄສຂອງສັດປ່າ. ສໍາລັບປາ ທີີ່ທາງກຸ່ມສາງນ້ຳ ມັນເຊື້ອໄຟ ເລກ 9 ແລະ ເມືອງ ອຸທຸມພອນ ນໍາມາປ່ອຍໃນຄັ້ງນີ້ ມີຈຳນວນ 40.000 ໂຕ, ເຊິ່ງ ລວມມີປານິນ, ປາປາກ, ປາໄນ, ປາກິນຫຍ້າ ແລະ ປາເກັດແລບ. ໃນໂອກາດດຽວກັນນີ້, ຍັງ ໄດ້ມີການປູກຕົ້ນໄມ້ຕື່ມອີກ ດ້ວຍ. ຂ່າວ: ບົວຄຳ ທອງລັດສະໝີ ພາບ: ອານຸສັກ ຈູມມະນີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ