ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຕ່ງຕັ້ງຮັກສາການພະລາທິການ ກອງພັນ 429
ເວລາອອກຂ່າວ: 2021-07-19 09:51:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 350 | ຄວາມນິຍົມ:



ວັນທີ 14 ກໍລະກົດ 2021 ນີ້, ກອງພັນຕີພິເສດ 429 ກອງ ພົນທີ 5 ໄດ້ປະກາດແຕ່ງຕັ້ງຮັກສາການພະລາທິການກອງພັນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳກົດ ອິນສີນາ ຫົວໜ້າຫ້ອງການເມືອງ ກອງ ພົນທີ 5, ມີ ສະຫາຍ ພັນໂທ ຄຳໄໝ ມະນີວົງ ຫົວໜ້າການທະຫານ ກອງພັນ 429 ພ້ອມດ້ວຍພະນັກ ງານຫຼັກແຫຼ່ງໃນທົ່ວກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳໄພ ປະທຸມທອງ ຫົວໜ້າພະແນກ ພະນັກງານຫ້ອງການເມືອງ ກອງພົນທີ 5 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຮັກສາການ ພະລາທິການກອງພັນ 429 ແລະ ຂໍ້ຕົກລົງແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າກອງຮ້ອຍທີ 1 ກອງ ພັນ 429, ກອງພົນທີ 5 ໃນນັ້ນ, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສົມອົກ ສີທະພອນ ອຸປະໂພກ ກອງຮ້ອຍ 306 ກອງພົນທີ 5 ເປັນຮັກສາການພະລາທິການ ກອງພັນ 429 ປ່ຽນແທນສະຫາຍ ພັນໂທ ທອງເຫຼືອງ ແສງດາວ ເພັດ ພະລາທິການກອງພັນຜູ້ ເກົ່າທີ່ລໍຖ້າພັກການຮັບບຳນານ; ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສາຍຄຳ ບຸນນະວົງ ຮອງຫົວ ໜ້າການເມືອງ ກອງຮ້ອຍທີ 1 ເປັນຫົວໜ້າການເມືອງກອງຮ້ອຍ 1, ສະຫາຍ ຮ້ອຍເອກ ສູກສາ ຄອນ ແກ້ວປະເສີດ ຫົວໜ້າໝວດ 2 ກອງຮ້ອຍ 1 ເປັນຮອງຫົວໜ້າ ການເມືອງ ກອງຮ້ອຍທີ 1 ກອງ ພັນ 429. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ຄຳກົດ ອິນສີນາ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງບັນດາສະ ຫາຍແຕ່ງຕັ້ງສັບຊ້ອນໜ້າທີ່ໃໝ່ ໃນຄັ້ງນີ້ ຈົ່ງພ້ອມກັນສຸມສະຕິປັນ ຍາເຫື່ອແຮງເຂົ້າໃນການຊີ້ນຳ-ນຳພາກົມກອງ ຍົກສູງໜ້າທີ່ພາ ລະບົດບາດໜ້າທີ່ຄວາມຮັບຜິດ ຊອບຂອງຕົນ, ຕັ້ງໜ້າປະຕິບັດ ໜ້າທີ່ການເມືອງທີ່ຕົນຮັບຜິດ ຊອບໃຫ້ມີຜົນສຳເລັດ, ເອົາໃຈ ໃສ່ວຽກງານສຶກສາອົບຮົມການ ເມືອງແນວຄິດດ້ວຍຫຼາຍວິທີ ການໂດຍທາງກົງ ແລະ ທາງ ອ້ອມ, ເພີ່ມທະວີສ້າງກົມກອງ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ. ໂດຍ: ດາວສະຫວັນ ບຸດດາແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ