ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ນາຍົກລັດຖະມົນຕີ ເນັ້ນໃຫ້ 4 ພາກສ່ວນດຳເນີນຄະດີຕາມຂະບວນຍຸຕິທຳ
ເວລາອອກຂ່າວ: 2021-07-19 10:24:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2387 | ຄວາມນິຍົມ:



ກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມ ຂະບວນຍຸຕິທໍາ ຄັ້ງທີ VI ລະ ຫວ່າງສານປະຊາຊົນສູງສຸດ, ກະ ຊວງປ້ອງກັນຄວາມສະຫງົບ, ກະ ຊວງຍຸຕິທໍາ ແລະ ອົງການໄອຍະ ການປະຊາຊົນສູງສຸດ ໄດ້ເປີດ ຂຶ້ນໃນວັນທີ 14-15 ກໍລະກົດ 2021 ທີ່ສານປະຊາຊົນສູງສຸດ ໂດຍການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະ ຊາຊົນສູງສຸດ ແລະ ໃຫ້ກຽດເຂົ້າ ຮ່ວມໂອ້ລົມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການ ເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງມີ ທ່ານລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ລັດຖະມົນຕີ ກະຊວງຍຸຕິທໍາ, ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ພ້ອມ ດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ 4 ພາກ ສ່ວນໄດ້ພ້ອມກັນກວດກາ, ຕີ ລາຄາ ແລະ ປະເມີນຜົນໃນການ ເຄື່ອນໄຫວຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ 4 ພາກສ່ວນກ່ຽວ ກັບການດໍາເນີນຄະດີຕາມຂະ ບວນການຍຸຕິທໍາ ຄັ້ງທີ V ຜ່ານມາ ໂດຍສະເພາະແມ່ນການແກ້ໄຂ ຄະດີ ແລະ ການປະສານງານ ຕ່າງໆ ເຖິງແມ່ນວ່າສະພາບພາກ ພື້ນ ແລະ ສາກົນ ມີຄວາມຜັນແປ ຢ່າງສະຫຼັບສັບຊ້ອນ, ມີທັງກາ ລະໂອກາດທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍທົດສອບຫຼາຍປະ ການເປັນຕົ້ນບັນຫາທາງດ້ານ ການເມືອງ, ວິກິດການທາງດ້ານ ການເງິນ ແລະ ສົງຄາມການຄ້າ ຂອງບາງປະເທດໃນພາກພື້ນ ແລະ ສາກົນ, ການໂຈລະກໍາ, ການກໍ່ການຮ້າຍ, ໄພພິບັດທາງ ທໍາມະຊາດ, ພະຍາດລະບາດ ໂດຍພະຍາດໂຄວິດ-19 ກໍຕາມ ເຈົ້າໜ້າທີ່ຕໍາຫຼວດ, ໄອຍະການ ປະຊາຊົນ, ຜູ້ພິພາກສາ ແລະ ພະ ນັກງານປະຕິບັດຄໍາຕັດສິນຂອງ ສານ ກໍໄດ້ສຸມໃສ່ບຸກບືນຜ່ານ ຜ່າແກ້ໄຂຄະດີໃຫ້ມີຄວາມວ່ອງ ໄວ, ໂປ່ງໄສ, ຖືກຕ້ອງ ແລະ ຮັບ ປະກັນຄວາມຍຸຕິທໍາ, ປັບປຸງກົນ ໄກ, ປະສານງານ ແລະ ການຈັດ ຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ມີການຫັນປ່ຽນທີ່ຕັ້ງໜ້າ, ສາມາດເຮັດສໍາເລັດບົດບາດໜ້າ ທີ່ຂອງຕົນໃນໄລຍະໃໝ່ ເພື່ອພັດ ທະນາວຽກງານການດໍາເນີນຄະ ດີຕາມຂະບວນການຍຸຕິທໍາ, ຍົກ ສູງການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມໃຫ້ຖືກຕ້ອງຕາມກົດໝາຍ ແລະ ຍຸຕິທໍາ ເຊິ່ງເປັນການປະ ກອບສ່ວນສໍາຄັນເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍເທື່ອລະກ້າວຕາມ ທີ່ໄດ້ກໍານົດໄວ້ຢູ່ໃນມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະ ຕິກົມການເມືອງສູນກາງພັກເລກ ທີ 112/ກມສພ ແລະ ມະຕິຄະ ນະບໍລິຫານງານສູນກາງພັກ ເລກທີ 037/ຄບສພ ຊອກໃຫ້ເຫັນ ດ້ານດີ ເພື່ອເປັນບົດຮຽນໃນການ ສືບຕໍ່ເສີມຂະຫຍາຍ, ຊອກຮູ້ສິ່ງ ທີ່ເປັນຂໍ້ຫຍຸ້ງຍາກ, ຂໍ້ຂາດຕົກ ບົກຜ່ອງ, ເພື່ອພ້ອມກັນຫາວິທີ ປັບປຸງແກ້ໄຂ, ສ້າງເງື່ອນໄຂເຮັດ ໃຫ້ການຈັດຕັ້ງ ແລະ ການເຄື່ອນ ໄຫວວຽກງານຂອງພວກເຮົາໃຫ້ ເປັນຮູບປະທໍາ ແລະ ມີຄຸນນະພາບ ສູງຂຶ້ນເທື່ອລະກ້າວ. ພ້ອມນັ້ນ ກອງປະຊຸມ 4 ພາກສ່ວນກ່ຽວ ກັບການດຳເນີນຄະດີຕາມຂະ ບວນການຍຸຕິທໍາ ຄັ້ງທີ VI ຍັງ ໄດ້ເຊັນບົດບັນທຶກຮ່ວມກັນທາງ ດ້ານວິຊາການກ່ຽວກັບກົດໝາຍ ແລະ ການດຳເນີນຄະດີ ເພື່ອ ເປັນບ່ອນອີງໃນການປະຕິບັດ ໃຫ້ຖືກຕ້ອງ ແລະ ເປັນເອກະພາບ ໃນການດຳເນີນຄະດີ ແລະ ການ ປະຕິບັດ. ເພື່ອຮັບປະກັນໃຫ້ທິດທາງ ແຜນການໃນຕໍ່ໜ້າໄດ້ຮັບຜົນສຳ ເລັດສູງສຸດ, ທ່ານ ພັນຄຳ ວິພາວັນ ໄດ້ມີຄຳເຫັນໂອ້ລົມເນັ້ນໃຫ້ 4 ພາກສ່ວນເອົາໃຈໃສ່ຕື່ມ 6 ບັນ ຫາສຳຄັນດັ່ງນີ້: 1. ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ (ເຈົ້າໜ້າທີ່ຕໍາຫຼວດ, ໄອຍະການປະຊາຊົນ, ຜູ້ພິພາກ ສາ ແລະ ພະນັກງານປະຕິບັດຄໍາ ຕັດສິນຂອງສານ) ໃຫ້ມີຈັນຍາ ບັນ-ຈັນຍາທໍາໃນການປະຕິບັດ ໜ້າທີ່ແທ້ໆ ເນື່ອງຈາກວ່າໃນ ເງື່ອນໄຂແຫ່ງການປະຕິບັດກົນ ໄກເສດຖະກິດຕະຫຼາດ, ການ ເຊື່ອມໂຍງກັບສາກົນບວກໃສ່ກຸ່ມ ຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກ ໄດ້ດໍາເນີນສົງຄາມຫັນປ່ຽນໂດຍ ສັນຕິ ເຊິ່ງໄດ້ຊັກຈູງໃຫ້ສະມາ ຊິກພັກ-ພະນັກງານຂອງພວກ ເຮົາຈຳນວນໜຶ່ງບໍ່ມີຫຼັກໝັ້ນ, ອຸ ດົມການ, ຂາດຈັນຍາບັນ, ຈັນຍາ ທໍາ. ສ້າງເງື່ອນໄຂ, ສວຍໃຊ້ຊ່ອງ ວ່າງຂອງກົດໝາຍກົດໜ່ວງການ ດໍາເນີນຄະດີຊັກຊ້າ, ຫຼົບໄປຫຼົບ ມາ, ບໍ່ໄປຕາມກົດໝາຍກໍານົດ ເພື່ອຫາຜົນປະໂຫຍດສ່ວນຕົວ. 2. ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກກ່ຽວກັບການດໍາ ເນີນຄະດີຕາມຂະບວນການຍຸຕິ ທໍາ ກໍຄືມະຕິ 112/ກມສພ ລົງ ວັນທີ 2 ມິຖຸນາ 2021 ວ່າດ້ວຍ ການຍົກສູງປະສິດທິພາບໃນການ ດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ເປັນແຜນງານປະຕິບັດລະ ອຽດແຕ່ລະດ້ານໃນວຽກງານ ການສືບສວນ-ສອບສວນຈະ ປັບປຸງແກ້ໄຂດ້ານໃດໃຫ້ຖືກເປົ້າ ໝາຍ, ມີຫຼັກຖານຄົບຖ້ວນຮັດ ກຸມ, ການສັ່ງຟ້ອງຈະເຮັດແນວ ໃດໃຫ້ສັ່ງຟ້ອງຜູ້ທີ່ໄດ້ກະທໍາຜິດ ແທ້ໃຫ້ສານຕັດສິນຕາມກົດໝາຍ. 3. ສຸມໃສ່ສ້າງພະນັກງານດໍາ ເນີນຄະດີໃຫ້ມີຄວາມຮູ້ ຄວາມສາ ມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາຊີບໃນສະເພາະດ້ານ ເພື່ອເຮັດໃຫ້ບັນຫາຂໍ້ຂັດແຍ່ງ ແລະ ການລະເມີດກົດໝາຍທີ່ ເກີດຂຶ້ນ ໄດ້ຮັບການແກ້ໄຂຢ່າງ ວ່ອງໄວ ແລະ ຖືກຕ້ອງ. ເນື່ອງຈາກ ວ່າການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວສູງ, ການຄ້າ-ການລົງທຶນໄດ້ເປີດກວ້າງ ຢູ່ໃນສັງຄົມ. ຂໍ້ຂັດແຍ່ງ ແລະ ອາດ ຊະຍາກໍາທີ່ເກີດຂຶ້ນກໍໄປຄຽງ ຄູ່ກັບການພັດທະນາ, ມີຄວາມ ຫຍຸ້ງຍາກ, ສັບສົນ, ສະຫຼັບສັບ ຊ້ອນ ແລະ ພົວພັນກັບຫຼາຍບຸກຄົນ, ຫຼາຍຝ່າຍທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພົວພັນຫຼາຍ ກົດໝາຍທັງກົດໝາຍພາຍໃນປະ ເທດ ແລະ ກົດໝາຍສາກົນ. 4. ເອົາໃຈໃສ່ປັບປຸງແບບ ແຜນ, ກົນໄກການດໍາເນີນຄະດີຢູ່ ແຕ່ລະຂັ້ນຕອນໃຫ້ມີຄວາມວ່ອງ ໄວ, ໂປ່ງໃສ ແລະ ຖືກຕ້ອງຕາມ ກົດໝາຍ ໃຫ້ສາມາດກວດສອບ ໄດ້ທຸກຂັ້ນຕອນການດຳເນີນ ຄະດີ. ເຮັດຕາມກົດໝາຍກໍານົດ ຢ່າງເຄັ່ງຄັດ. ຫຼີກລ່ຽງທີ່ສຸດບໍ່ ມີກົດໝາຍ, ບໍ່ມີນິຕິກໍາກໍພາກັນ ເຮັດ, ສວຍໃຊ້ຊ່ອງວ່າງກົດໝາຍ ກົດໜ່ວງທ່ວງດຶງການດຳເນີນ ຄະດີໃຫ້ຊັກຊ້າແກ່ຍາວ ແລະ ມີ ສອງມາດຕະຖານໃນການປະຕິ ບັດພາໃຫ້ເກີດມີການຊັ່ງຊາປຽບ ທຽບການແກ້ໄຂຄະດີຂອງແຕ່ລະ ອົງການ. 5. ເອົາໃຈໃສ່ໂຄສະນາເຜີຍ ແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນສັງຄົມ ເພື່ອໃຫ້ ປະຊາຊົນ ຮັບຮູ້, ເຂົ້າໃຈຕໍ່ກົດ ໝາຍ, ຍົກສູງສະຕິກົດໝາຍຢູ່ໃນ ສັງຄົມໃຫ້ສູງຂຶ້ນ ເນື່ອງຈາກວ່າ ຜ່ານມາກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍໄດ້ອອກມາຫຼາຍແຕ່ ກົດໝາຍ ແລະ ນິຕິກໍາເຫຼົ່າ ນັ້ນ ຍັງຢູ່ໃນຕູ້, ຢູ່ຫ້ອງການເຮັດວຽກ, ຍັງບໍ່ໄດ້ແຈກຢາຍ ຫຼື ເຜີຍແຜ່ໃຫ້ ປະຊາຊົນ ແລະ ພາກສ່ວນອື່ນຮັບ ຮູ້ເຂົ້າໃຈຢ່າງທົ່ວເຖິງ. ຈຶ່ງເຮັດໃຫ້ ການສ້າງຂໍ້ຜູກພັນ, ສັນຍາຕ່າງໆ ບໍ່ໄປຕາມກົດໝາຍກໍານົດ, ມີການ ລະເມີດກົດໝາຍ, ກໍອາດຊະຍາ ກໍາທີ່ຂັດກັບກົດໝາຍນັບມື້ນັບ ຫຼາຍຂຶ້ນ. 6. ເພີ່ມທະວີຄວາມຮັບຜິດ ຊອບໃນການປະຕິບັດໜ້າທີ່ວິຊາ ສະເພາະຂອງແຕ່ລະພາກສ່ວນ ໃຫ້ເຂັ້ມງວດຕາມກົດໝາຍ ເພື່ອ ເຮັດໃຫ້ການດໍາເນີນຄະດີມີ ຄວາມໂປ່ງໃສ, ວ່ອງໄວ ແລະ ມີ ຄຸນນະພາບ ເພື່ອປົກປ້ອງສິດຜົນ ປະໂຫຍດອັນຊອບທໍາຂອງລັດ, ຂອງພົນລະເມືອງ. ຮັບປະກັນສິດ ເສລີພາບ, ກຽດສັກສີ, ສຸຂະ ພາບ ແລະ ຊິວິດຂອງພົນລະເມືອງຢູ່ ໃນທຸກຂັ້ນຕອນຂອງການດຳ ເນີນຄະດີຕາມຂະບວນຍຸຕິທໍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ