ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະບານສະຫະລັດອາເມຣິກາມອບວັກຊີນ ປ້ອງກັນພະຍາດໂຄວິດ-19 ໃຫ້ລັດຖະບານລາວ 1 ລ້ານກວ່າໂດສ
ເວລາອອກຂ່າວ: 2021-07-20 08:52:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ:



ລັດຖະບານ ສະຫະລັດອາເມ ຣິກາ ໄດ້ມອບວັກຊີນກັນພະຍາດ ໂຄວິດ-19 ຈອນຊັນ ແອນ ຈອນ ຊັນ (Johnson & Johnson /Janssen) ຈຳ ນວນ 1.008.000 ໂດສ ໂດຍຜ່ານ ໂຄງການ COVAX Facility ແລະ ຈັດສົ່ງໂດຍອົງການອຸຍ ນິເຊັບໃຫ້ແກ່ລັດຖະບານເເຫ່ງ ສປປ ລາວ. ພິທີມອບ-ຮັບຢ່າງ ເປັນທາງການໄດ້ຈັດຂຶ້ນໃນວັນ ທີ 19 ກໍລະກົດ 2021 ທີ່ສະໜາມ ບິນສາກົນວັດໄຕ, ເຊິ່ງໃຫ້ກຽດ ຕາງໜ້າມອບໂດຍ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະ ຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານ ລາວ ກ່າວຮັບໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການຈັດສົ່ງວັກຊີນໃນຄັ້ງນີ້, ແມ່ນເປັນສ່ວນໜຶ່ງໃນການປະ ກອບສ່ວນ ຂອງສະຫະລັດອາເມ ຣິກາ ຕໍ່ຄວາມພະຍາຍາມຂອງ ທົ່ວໂລກ ທີ່ພວມດຳເນີນການຢ່າງ ຕໍ່ເນື່ອງ ເພື່ອຢຸດຕິການລະບາດ ຂອງພະຍາດໂຄວິດ-19 ແລະ ເປັນການສະໜັບສະໜູນເປົ້າໝາຍ ຂອງສປປ ລາວ ໃນການສັກວັກ ຊີນກັນພະຍາດ ໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້. ເຊິ່ງສອດຄ່ອງກັບແຜນ ປະຕິບັດງານການສັກວັກຊີນ ກັນ ພະຍາດໂຄວິດ-19 ແຫ່ງຊາດ ແລະ ຍັງມີແຜນການເພີ່ມເຕີມ ເພື່ອນໍາໃຊ້ຕໍ່ປະຊາກອນກຸ່ມເປົ້າໝາຍອື່ນໆ, ລວມທັງເຂດຫ່າງ ໄກສອກຫຼີກ ແລະ ເຂດທີ່ເຂົ້າເຖິງ ໄດ້ຍາກ. ທ່ານ ນາງ ປານີ ຢາທໍ່ຕູ້ ໂດຍ ຕາງ ໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການສືບຕໍ່ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ສະຫະລັດອາເມຣິກາ ແກ່ລັດຖະບານ ແລະ ປະຊາຊົນ ລາວ, ເຊິ່ງໃນຄັ້ງນີ້ແມ່ນການ ຊ່ວຍເຫຼືອວັກຊີນປ້ອງກັນພະຍາດ ໂຄວິດ-19 ອັນໄດ້ສະແດງໃຫ້ ເຫັນເຖິງສາຍພົວພັນທີ່ດີລະ ຫວ່າງສອງປະເທດຂອງພວກ ເຮົາ ພາຍໃຕ້ຄູ່ຮ່ວມມືແບບກວມລວມລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ. ພ້ອມນັ້ນ, ຍັງໄດ້ສະແດງຄວາມເຊື່ອໝັ້ນ ວ່າ: ການໄດ້ຮັບວັກຊີນຈອນສັນ ແອນ ຈອນສັນຂອງ ສປປ ລາວ ໃນຄັ້ງນີ້ ຈະຊ່ວຍເລັ່ງລັດການ ບັນລຸເປົ້າໝາຍການສັກວັກຊີນ ໃຫ້ໄດ້ຢ່າງ 50% ຂອງປະຊາຊົນ ລາວພາຍໃນທ້າຍ ປີ 2021 ນີ້. ວັກຊີນຈຳນວນນີ້, ເຊິ່ງເປັນການບໍລິຈາກໂດຍກົງຈາກປະຊາຊົນອາເມລິກາ ໃຫ້ແກ່ ສປປ ລາວ ຈະເຮັດໃຫ້ລັດຖະບານລາວ ສາມາດຕອບສະໜອງການປ້ອງ ກັນການຕິດເຊື້ອໄວຣັດ ໃຫ້ແກ່ ປະຊາຊົນ 1 ລ້ານກວ່າຄົນໃນ ຈຳນວນປະຊາກອນທັງໝົດປະ ມານ 7 ລ້ານຄົນ. ວັກຊີນກັນພະ ຍາດໂຄວິດ-19 ຈອນຊັນ ແອນ ຈອນຊັນ ແມ່ນແຕກຕ່າງຈາກ ວັກຊີນກັນພະຍາດໂຄວິດ-19 ຊະນິດອື່ນໆ ທີ່ມີຢູ່ໃນ ສປປ ລາວ ໃນປັດຈຸບັນ, ຍ້ອນວ່າສັກພຽງ ຄັ້ງດຽວເທົ່ານັ້ນ. ນອກນັ້ນ, ວັກ ຊີນຊະນິດນີ້ຍັງສາມາດເກັບຮັກ ສາໄວ້ໃນອຸນຫະພູມຕູ້ເຢັນປົກກະ ຕິ, ເຊິ່ງ ເໝາະສົມທີ່ສຸດ ຕໍ່ການສັກ ວັກຊີນກັນພະຍາດໃຫ້ແກ່ປະຊາ ກອນໃນເຂດຊົນນະບົດ ຫຼື ເຂດ ຫ່າງໄກສອກຫຼີກ ຂອງລາວ. ທ່ານ ປີເຕີ ເຮມອນ ໄດ້ສະແດງ ຄວາມພູມໃຈ ທີ່ໄດ້ຕາງໜ້າໃຫ້ລັດ ຖະບານສະຫະລັດອາເມຣິກາ ໃນ ການສະໜອງວັກຊີນເຫຼົ່ານີ້ໃຫ້ ແກ່ປະຊາຊົນລາວ. ການບໍລິຈາກ ໃນມື້ນີ້, ຈະຮັບປະກັນວ່າປະຊາ ຊົນລາວ ຫຼາຍກວ່າ 1 ລ້ານຄົນ ຕື່ມອີກ ຫຼື ປະມານ 14% ຂອງປະ ຊາກອນຂອງລາວຈະໄດ້ຮັບການ ສັກວັກຊີນກັນພ ະຍາດໂຄວິດ-19 ຢ່າງຄົບຖ້ວນ. ທ່ານ ດຣ ກາວຈູນ ວ່າການ ແທນຜູ້ຕາງໜ້າອົງການອະນາ ໄມໂລກປະຈຳ ສປປ ລາວ ແລະ ທ່ານ ນາງ ບີອາເຕ ດາສເຕລ ວ່າການແທນຜູ້ຕາງໜ້າອົງ ການ ອຸຍນິເຊັບ ປະຈໍາ ສປປ ລາວຕ່າງກໍ ກ່າວວ່າ: ການສະໜັບສະໜູນ ຂອງອາເມຣິກາໃນຄັ້ງນີ້ແມ່ນ ທັນຕາມເວລາທີ່ຕ້ອງການທີ່ສຸດ ແລະ ເປັນການເຂົ້າເຖິງວັກຊີນກັນ ພະຍາດຢ່າງເທົ່າທຽມໝົດທຸກ ຄົນໃນທົ່ວໂລກ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ