ບໍລິສັດສະຕາໂທລະຄົມມອບເງິນປັບປຸງພື້ນຖານໂຄງລ່າງໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-07-20 08:54:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 853 | ຄວາມນິຍົມ: ![]()
ໃນວັນທີ 19 ກໍລະກົດ 2021 ນີ້, ທີ່ກະຊວງປ້ອງກັນປະເທດ ບໍລິສັດ ສະຕາ ໂທລະຄົມ ໄດ້ມອບ ເງິນຈຳນວນ 3.000.000 ໂດ ລາສະຫະລັດ ໃຫ້ກະຊວງປ້ອງ ກັນປະເທດ ເພື່ອປັບປຸງພື້ນຖານ ໂຄງລ່າງຂອງກະຊວງປ້ອງກັນ ປະເທດໃຫ້ເຕີບໃຫຍ່ເຂັ້ມແຂງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ກຳມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງ ກັນ ປະເທດ, ກ່າວມອບໂດຍ ທ່ານ ລິວແມັງຮາ ອຳນວຍການໃຫຍ່ບໍລິສັດ ສະຕາ ໂທ ລະຄົມ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະ ວາ ໄພວັນ ຈັນທະພົມມາ ຮັກສາ ການຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດພ້ອມດ້ວຍ ຄະນະທັງສອງຝ່າຍ.
ໂອກາດນີ້, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ບໍລິສັດສະຕາ ໂທລະຄົມ ທີ່ນຳເອົາເງິນຈຳນວນ ດັ່ງກ່າວມາມອບໃຫ້ໃນຄັ້ງ ນີ້ ແລະ ໃຫ້ຄຳຫມັ້ນສັນຍາວ່າຈະເອົາເງິນ ຈຳນວນດັ່ງກ່າວປະກອບສ່ວນ ເຂົ້າໃນການປັບປຸງພື້ນຖານໂຄງ ລ່າງຂອງກະຊວງປ້ອງກັນປະ ເທດໃຫ້ເຕີບໃຫຍ່ເຂັ້ມແຂງຍີ່ງໆ ຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















