ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍ້ອງຍໍສັນລະເສີນ ຕໍາຫຼວດລາດຕະເວນທາງນໍ້າ ປະຈໍາສູນປະສານງານ ລາວ-ຈີນ
ເວລາອອກຂ່າວ: 2021-07-21 08:46:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 286 | ຄວາມນິຍົມ:



ໃນວັນທີ 15 ກໍລະກົດ 2021, ສູນປະສານງານ ລາວ-ຈີນ ບ້ານ ມອມ ເມືອງຕົ້ນເຜິ້ງ ແຂວງບໍ່ ແກ້ວ ໄດ້ມີການຍ້ອງຍໍສັນລະເສີນ ໃຫ້ແກ່ເຈົ້າໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການຜູ້ທີ່ມີຜົນ ງານດີເດັ່ນ ປະຕິບັດໜ້າທີ່ຢູ່ສູນ ປະສານງານ ບ້ານມອມ. ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຫົວໜ້າຫ້ອງການເມືອງກອງ ບັນຊາການທະຫານແຂວງບໍ່ ແກ້ວ ແລະ ສະຫາຍ ພັນໂທ ຈາງຊິງຊົງ ຫົວໜ້າສູນປະສານ ງານບ້ານມອມ ຝ່າຍຈີນ, ມີຄະ ນະພັກ-ຄະນະບັນຊາ 5 ຫ້ອງ ຕະຫຼອດຮອດພະນັກງານ ແລະ ວິຊາການ ທັງຝ່າຍຈີນ-ລາວ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທອງ ອິນແກ້ວ ຫົວໜ້າພະແນກນະ ໂຍບາຍ ກອງບັນຊາການທະ ຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກ ລົງຂອງກອງບັນຊາການທະ ຫານແຂວງບໍ່ແກ້ວ ວ່າດ້ວຍ ການຍ້ອງຍໍສັນລະເສີນ ເຈົ້າໜ້າ ທີ່ຝ່າຍຈີນ ແລະ ພາກສ່ວນວິ ຊາການ ຜູ້ທີ່ມີຜົນງານດີເດັ່ນ ປະຕິບັດໜ້າທີ່ຢູ່ສູນປະສານງານ ບ້ານມອມ, ອີງຕາມຂໍ້ກຳນົດ ຂອງກົມນະໂຍບາຍກົມໃຫຍ່່ ການເມືອງກອງທັບ ວ່າດ້ວຍ ການຍ້ອງຍໍສັນລະເສີນ ກອງບັນ ຊາການທະຫານແຂວງບໍ່ແກ້ວ ຕົງລົງມອບໃບຍ້ອງຍໍ ໃຫ້ເຈົ້າ ໜ້າທີ່ຝ່າຍຈີນ ແລະ ພາກສ່ວນ ວິຊາການ ຈໍານວນ 24 ສະຫາຍ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ