ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 11 ປິດບັ້ນອົບຮົມທະຫານໃໝ່
ເວລາອອກຂ່າວ: 2021-07-21 08:50:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 295 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2021 ນີ້, ກອງພັນໃຫຍ່ 11 ໄດ້ຈັດຕັ້ງ ພິທີປິດບັ້ນອົບຮົມທະຫານໃໝ່, ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ ຫົວໜ້າການທະ ຫານ ກອງພັນໃຫຍ່ 11, ມີຄະ ນະພັກ-ຄະນະບັນຊາກອງພັນ ໃຫຍ່, ກອງພັນນ້ອຍ, ກອງຮ້ອຍ ເອກະລາດ ພ້ອມດ້ວຍທະຫານ ໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ອະນຸສິດ ຊູວົງ ສະຫວັດ ຫົວໜ້າຂະແໜງອົມ ຮົມໄດ້ຜ່ານບົດສະຫຼຸບການຈັດ ຕັ້ງເຝິກອົບຮົມທະຫານໃໝ່ ປະ ຈໍາປີ 2020 ໄດ້ໃຫ້ຮູ້ວ່າ: ໃນໄລ ຍະຜ່ານມາ ຄະນະພັກ-ຄະນະບັນ ຊາໄດ້ເອົາໃຈໃສ່ຢ່າງໃກ້ຊິດຕິດ ແທດກັບຄະນະຮັບຜິດຊອບການ ອົບຮົມ ແລະ ຄູເຝິກມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ການເມືອງ ຂອງຕົນ ເຊິ່ງຜ່ານການຈັດຕັ້ງ ປະຕິບັດອົບຮົມ-ຫັດແອບວິຊາ ຕ່າງໆຄື: ວິຊາການເມືອງ ໄດ້ ຮຽນຮູ້ກ່ຽວກັບຂໍ້ກໍານົດວ່າດ້ວຍ ລະບຽບນາຍສິບ ແລະ ພົນທະ ຫານໃນກອງທັບປະຊາຊົນລາວ, ກົດໝາຍປ້ອງກັນຊາດ ແລະ ທາດແທ້ຊົນຊັ້ນກໍາມະກອນ, ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ, ວິຊາລະບຽບ ຮຽນຂໍ້ກໍາ ນົດ 7 ລະບອບ 18 ວຽກ, ຄໍາປະຕິຍານ 8 ຂໍ້, ວິໄນ 8 ຂໍ້, 12 ຂໍ້ ຕໍ່ປະຊາ ຊົນ ແລະ ກົດລະບຽບ 12 ຂໍ້ຕໍ່ ປະຊາຊົນ, ລະບຽບ ວ່າດ້ວຍ ການນຸ່ງຖື, ການເຄົາລົບລາຍ ງານ, ຫັດແອບລະບຽບບຸກຄົນ, ລະບຽບຮູບແຖວເຄື່ອນທີ່, ມືເປົ່າ ແລະ ມີປືນ, ວິຊາການທະຫານ ໄດ້ຮຽນຮູ້ທາງດ້ານສິລະປະຍຸດ ແລະ ຍຸດທະວິທີ, ວິຊາພະລາທິ ການເຕັກນິກຮຽນວິທີການປົກ ປັກຮັກສາ ແລະ ບົວລະບັດຜັດ ເຊັດອາວຸດ-ລູກກະສຸນ ແລະ ອື່ນໆ. ຜ່ານການຫັດແອບຕົວຈິງ ສາມາດສະຫຼຸບຜົນໄດ້ຮັບດັ່ງ ນີ້: ວິຊາການເມືອງສະເລ່ຍ 75%, ວິຊາສິລະປະຍຸດ 80%, ວິຊາຍຸດທະວິທີ 85%, ວິຊາພະ ລາທິການ-ເຕັກນິກ 85%, ວິຊາ ລະບຽບ 80%, ໃນນີ້ ສາມາດແບ່ງ ປະເພດນັກຮຽນເກັ່ງ ເທົ່າກັບ 44%, ຂັ້ນດີ ເທົ່າກັບ 56% ໃນ ໂອກາດດັ່ງກ່າວ ຄະນະພັກ-ຄະ ນະບັນຊາ ໄດ້ໃຫ້ກຽດມອບໃບ ຢັ້ງຢືນໃຫ້ທະຫານໃໝ່ອີກດ້ວຍ. ໂດຍ: ປິ່ນ ຂຸນພົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ