ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ກົມໃຫຍ່ການເມືອງກອງທັບ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-04 08:57:44 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2348 | ຄວາມນິຍົມ:



ໃນວັນທີ 3 ມັງກອນ 2019 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງຮັບຟັງປາຖະກະຖາວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019) ໂດຍ ການປາຖະກະຖາຂອງທ່ານ ພົນ ຈັດຕະວາ ແກ່ນສີ ມະນີວົງ ພະນັກ ງານປະຕິວັດອາວຸໂສບຳນານ, ອະດີດຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີຄະ ນະພັກຄະນະບັນຊາກົມ, ຫ້ອງ ການ, ພະແນກງານ ຕະຫຼອດ ຮອດພະນັກງານ-ນັກຮົບເຂົ້າ ຮ່ວມຮັບຟັງ. ໂອກາດປາຖະກະຖາໃນຄັ້ງ ນີ້, ທ່ານ ພົນຈັດຕະວາ ແກ່ນສີ ມະນີວົງ ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 70 ປີຜ່ານມານັບແຕ່ມື້ສ້າງຕັງກອງທັບຂື້ນໃນວັນທີ 20 ມັງກອນ 1949 ເປັນຕົ້ນມາ ກອງທັບຂອງພວກເຮົາກໍໄດ້ຜະ ເຊີນໜ້າໂດຍກົງກັບສັດຕູທີ່ມີກໍາລັງແຮງເຫນືອກວ່າຕັ້ງຫຼາຍທົບ ທາງດ້ານເສດຖະກິດ, ກໍາລັງພົນ ແລະ ອາວຸດຍຸດໂທປະກອນ, ແຕ່ ດ້ວຍການເສີມຂະຫຍາຍນ້ໍາໃຈ ຮັກຊາດອັນສູງສົ່ງມູນເຊື້ອຕໍ່ສູ້ ບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ປະຊາຊົນເຮົາຮູ້ຜ່ານການ ເຝິກຝົນທົດສອບໃນແປວໄຟແຫ່ງ ການຕໍ່ສູ້ກູ້ຊາດໃນເງື່ອນໄຂທີ່ ຫຍຸ້ງຍາກລໍາບາກທີ່ສຸດນັ້ນ, ກອງ ທັບເຮົາໄດ້ສ້າງວີລະກໍາອັນລໍ້າ ເລີດຈາລຶກໄວ້ ໃນຫນ້າປະຫວັດ ສາດຂອງກອງທັບ ແລະ ຂອງ ຊາດລາວເຮົາຍາດໄດ້ໄຊຊະນະ ບັ້ນຮົບໃຫຍ່ນ້ອຍຕ່າງໆ ໃນນີ້ບັ້ນ ຮົບເດັ່ນ ແລະ ວີລະກຳອັນລໍ້າ ເລີດທີ່ສ້າງຊື່ສຽງໃຫ້ກອງທັບ ເຮົາ ກໍມີວີລະກຳການຜ່າວົງປິດ ລ້ອມຂອງກອງພັນທີ 2 ຂອງ ຝ່າຍປະເທດລາວຢູ່ທົ່ງໄຫຫີນ- ຊຽງຂວາງ, ເຫດການຜູ້ນໍາ ແນວລາວຮັກ ຊາດໂຕນອອກ ຈາກ ຄຸກໂພນເຄັງ, ບັ້ນຮົບປົດປ່ອຍ ຫຼວງນ້ໍາທາ ( 6 ພຶດສະພາ 1962 ), ບັ້ນຮົບນ້ໍາບາກ ( 27 ມັງກອນ 1968 ), ບັ້ນຮົບຜາຖີ່ ( 13 ມີນາ 1968 ), ບັ້ນຮົບ ກູ້ກຽດ (ບັ້ນຮົບ 139 ປົດປ່ອຍ ທົ່ງໄຫຫີນຊຽງຂວາງ 25 ທັນ ວາ 1969-25 ເມສາ 1971 ) ກອງທັບເຮົາຍິ່ງສູ້ຮົບກໍຍິ່ງເຕີບ ໃຫຍ່ເຂັ້ມແຂງ ຍິ່ງຕີກໍຍິ່ງໄດ້ ຮັບໄຊຊະນະ, ຜ່ານພຶດຕິກໍາແຫ່ງ ການຕໍ່ສູ້ຍືດເຍື້ອຍາວນານນັ້ນ ໄດ້ເກີດມີນັກຮົບດີເດັ່ນ, ນັກຮົບ ແຂ່ງຂັນ ແລະ ນັກຮົບວີລະຊົນ ນັບທັງກໍາລັງຫຼວງ-ກໍາລັງ ທ້ອງຖິ່ນ, ກອງຫຼອນ ໃນນີ້ຍັງ ມີກໍາລັງເພດຍິງຮ່ວມນໍາເປັນ ຈໍານວນຫຼວງຫຼາຍ ແລະ ເຕີບ ໃຫຍ່ຂະຫຍາຍຕົວພາຍໃຕ້ການ ນໍາພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ. ການປາຖະກະຖາດັ່ງກ່າວ ເພື່ອເປັນການສຶກສາອົບຮົມໃຫ້ ພະນັກງານ-ນັກຮົບຮູ້ໄດ້ເຖິງ ຕົ້ນກຳເນີດ, ຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວ, ທາດແທ້ແລະ ມູນເຊື້ອອັນສະ ຫງ່າງາມຂອງກອງທັບປະຊາຊົນ ລາວ ເພື່ອພ້ອມກັນປົກປັກຮັກສາ ແລະ ສືບທອດເສີມຂະຫຍາຍໃຫ້ຮຸ່ງໃສຕະຫຼອດໄປ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນ ໄລຍະຕົ້ນເດືອນມັງກອນ 2019 ແລະ ທ້າຍເດືອນທັນວາ 2018 ຜ່ານມານີ້, ແຂວງຜົ້ງສາລີ, ກອງບັນຊາການທະຫານເມືອງ ນານ ແຂວງຫຼວງພະບາງ ແລະ ກອງບັນຊາການທະຫານເມືອງ ໄຊ ກໍໄດ້ຈັດຕັ້ງຮັບຟັງການປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ເຊັ່ນດຽວກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ