ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ກຸ່ມ ບໍລິສັດລາວຢູນ - ລາວຮຸ່ງ ມອບເງິນອຸປະຖຳ ໃຫ້ກະຊວງປ້ອງກັນປະເທດ 1 ແສນໂດລາ ສະຫະລັດ
ເວລາອອກຂ່າວ: 2019-01-04 08:59:57 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2285 | ຄວາມນິຍົມ:



ໃນວັນທີ 3 ມັງກອນ 2019 ນີ້, ທ່ານ ກູ ເຫວີຍຕົງ ອຳນວຍ ການກຸ່ມບໍລິສັດລາວຢູນ-ລາວ ຮຸ່ງຈຳກັດ ພ້ອມຄະນະໄດ້ນຳເອົາ ເງິນສົດຈຳນວນ 1 ແສນໂດລາ ສະຫະລັດມາມອບໃຫ້ກະຊວງ ປ້ອງກັນປະເທດ ເນື່ອງໃນໂອ ກາດກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີກ່າວຮັບ ໂດຍທ່ານ ພົນຕີ ແອສະ ໄໝ ເລືອງວັນໄຊ ກໍາມະການ ຄະນະປະຈໍາພັກກະຊວງ, ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ. ໂອກາດດັ່ງກ່າວທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ກ່າວ ສະແດງຄວາມຂອບອົກຂອບໃຈ ແລະ ຕີລາສູງຕໍ່ກຸ່ມບໍລິສັດລາວ ຢູນ-ລາວຮຸ່ງຈຳກັດ ທີ່ເຫັນໄດ້ ຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນ ລາວ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເງິນຈຳນວນດັ່ງກ່າວ ປະກອບສ່ວນເຂົ້າໃນການສ້າງ ຂະບວນການຕ່າງໆຂອງກະ ຊວງປ້ອງກັນປະເທດໂດຍສະ ເພາະງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນ ແລະ ມີຄວາມໝາຍເລິກ ເຊິ່ງ. ໂດຍ: ນາງ ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ