ກອງພົນທີ 3 ເປີດຊຸດອົບຮົມການເມືອງໄລຍະສັ້ນ
ເວລາອອກຂ່າວ: 2021-07-22 11:21:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:
v ໃນວັນທີ 13 ກໍລະກົດ 2021, ກອງພົນທີ 3 ໄດ້ເປີດຊຸດ ອົບຮົມການເມືອງໄລຍະສັ້ນ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ກໍາມະການຄະນະພັກ ຫົວໜ້າຫ້ອງການເມືອງ ກອງ
ພົນທີ 3, ມີຄະນະພັກ-ຄະນະ
ບັນຊາ ອົງການ 5 ຫ້ອງ ແລະ ນັກສຳມະນາກອນເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພອນ ຄຳພູມີ ຫົວໜ້າພະແນກໂຄສະ
ນາ-ອົບຮົມກອງພົນທີ 3 ໄດ້ ຜ່ານແຜນການຈັດຕັ້ງເປີດຊຸດ ອົບຮົມການເມືອງໄລຍະສັ້ນ ຊຸດທີ V ປະຈຳປີ 2021 ມີເນື້ອໃນເອກະສານ 17 ບົດ ແລະ ວິຊາເພີ່ມເຕີມຈຳນວນ
ໜຶ່ງ: ວຽກງານພັກ-ວຽກງານ
ການເມືອງ ໃນກອງທັບປະຊາ ຊົນລາວ, ການກຽມພ້ອມສູ້ຮົບ, ໃນເວລາສູ້ຮົບບຸກຕີ ແລະ ຈັ່ງ
ທ່າ, ການອົບຮົມ-ຫັດແອບການ ທະຫານຂອງກົມກອງຮາກ
ຖານ, ການປັບປຸງລະບຽບວິໄນ
ຢູ່ກົມກອງຮາກຖານ, ວຽກງານ ຄຸ້ມຄອງບົວລະບັດຜັດເຊັດ ແລະ ນຳໃຊ້ອາວຸດລູກກະສູນ, ພາຫະນະເຕັກນິກການປະກອບ ຂອງກອງທັບ, ການເບິ່ງແຍງ ຊີວິດການເປັນຢູ່ຂອງນາຍ ແລະ
ພົນທະຫານ, ວຽກງານອົບຮົມ ທິດສະດີການເມືອງໃນກອງ ທັບປະຊາຊົນລາວ, ວຽກງານ ພັກປະຊາຊົນປະຕິວັດລາວຈັດ
ຕັ້ງ ແລະ ນຳພາກອງທັບ, ວຽກ ງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງ, ການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງຕ່າງໆ ຂອງກອງທັບ, ລະບອບ 2 ຫົວໜ້າຂອງກອງທັບ, ຂໍ້ກຳນົດວ່າດ້ວຍພະລະບົດບາດ, ສິດໜ້າທີ່ການເຄື່ອນໄຫວຂອງ ຄະນະວຽກງານການເມືອງກອງຮ້ອຍໃນກອງທັບປະຊາຊົນລາວ, ສິດ, ໜ້າທີ່ຂອງພະນັກງານການເມືອງຂັ້ນກອງພັນ, ກອງຮ້ອຍ, ໝວດ, ວຽກງານໂຄສະນາ, ຂ່າວ
ສານ, ໜັງສືພິມ, ສິລະປະ-ວັນ
ນະຄະດີ, ກິີລາ, ວຽກງານກໍ່ສ້າງ ນັກຮົບວັດທະນະທຳ, ກົມກອງ
ວັດທະນະທຳ, ເຝິກອົບຮົມເຮັດ ບົດສະຫຼຸບຕ່າງໆ ຂັ້ນກອງຮ້ອຍ, ເປັນຄະນະຈັດຕັ້ງພິທີກອງປະ ຊຸມ ແລະ ເປັນປະທານໂອ້ລົມ ກອງປະຊຸມຂັ້ນກອງຮ້ອຍ.ໂດຍ
ການເຝິກອົບຮົມແມ່ນຈະດຳ ເນີນເປັນເວລາ 15 ວັນຈຶ່ງຈະສຳ ເລັດຕາມແຜນການ.
ໂດຍ: ລີໂດ ດວງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ