ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຫຼົ່າຮົບລົດຕັງ - ຍານເກາະກອງທັບປະຊາຊົນລາວກຽມພ້ອມເຂົ້າຮ່ວມ ອາມີເກມ ທີ່ຣັດເຊຍ
ເວລາອອກຂ່າວ: 2021-07-23 08:44:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ໃນວັນທີ 22 ກໍລະກົດ 2021 ນີ້, ເຫຼົ່າຮົບລົດຕັງ-ຍານເກາະ ກອງທັບປະຊາຊົນລາວ ເຝິກ ຊ້ອມຍິງລູກປືນແທ້ ຄັ້ງທີ I ຢູ່ສະ ໜາມຫັດແອບ ວິທະຍາຄານກົມ ມະດໍາ, ເພື່ອກະກຽມຄວາມພ້ອມ ເຂົ້າຮ່ວມແຂ່ງຂັນ ອາມີເກມ ຄັ້ງທີ 5 ແລະ ເຂົ້າຮ່ວມຊ້ອມ ຮົບລາໂຣດ ຄັ້ງທີ 2 ທີ່ ສ ຣັດເຊຍ ໃນທ້າຍປີ 2021, ໂດຍການເຂົ້າ ຮ່ວມສັງເກດການ ແລະ ຊີ້ນຳ ຂອງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກໍາມະການ ຄະນະປະຈໍາພັກກະຊວງ ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ທັງເປັນຫົວໜ້າຊີ້ນໍາ ຊ້ອມຮົບ ແລະ ແຂ່ງຂັນ, ມີສະຫາຍ ພົນຕີ ວົງສອນ ອີນປານ ພິມ ກຳມະການຄະນະປະຈຳພັກ ກະຊວງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຕາງໜ້າ ຫ້ອງວ່າການກະຊວງ, ຄະນະ ພັກ-ຄະນະບັນຊາກົມກອງເຫຼົ່າ ຮົບວິຊາສະເພາະ, ຄະນະຮັບຜິດ ຊອບ ແລະ ວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661, ທັງເປັນຫົວ ໜ້າທີມເຫຼົ່າຮົບລົດຕັງຍານເກາະ ກອງທັບປະຊາຊົນລາວ ທີ່ຈະເຂົ້າ ຮ່ວມແຂ່ງຂັນ ອາມີເກມ ທີ່ ສ ຣັດ ເຊຍ ໄດ້ກ່າວວ່າ: ການເຝິກຊ້ອມ ທົດ ລອງຄັ້ງນີ້ ເປັນການກະກຽມ ຄວາມພ້ອມຮອບດ້ານຂອງນັກ ກີລາແຕ່ລະສະຫາຍໃຫ້ມີຄວາມ ຊຳນານຄ່ອງແຄ້ວ, ທັງເປັນການ ວັດແທກລະດັບຄວາມ ຮູ້ຄວາມ ສາມາດຂອງຈຸບັນຊາ, ນັກຂັບຂີ່ ແລະ ນັກຍິງ ພາຍຫຼັງທີ່ໄດ້ອົບ ຮົມພາກທິດສະດີຫຼັກການນັບ ແຕ່ວັນທີ 4 ກໍລະກົດເປັນຕົ້ນມາ. ການສະແດງທົດລອງຍິງລູກ ປືນແທ້ໃນຄັ້ງນີ້ມີ 2 ບົດຄື: ບົດ ຍິງປືນໃຫຍ່ 125 ມມ ໄລຍະຍິງ 1.200 ແມັດ ແລະ ປືນ ເປກາເຕ ໄລຍະຍິງ 800 ແມັດ, ໃນການ ຍິງແມ່ນໄດ້ປະຕິບັດຢ່າງຖືກຕ້ອງ ຕາມຫຼັກການຂອງການແຂ່ງຂັນ ໂດຍນັບຈາກລົດເລີ່ມອອກຮັບ ລູກກະສຸນ, ໄປຈຸດຍິງເປົ້າໝາຍ ແລະ ຄົງທີ່-ເຄື່ອນທີ່ ດັບສູນເປົ້າ ໝາຍ. ຜ່ານການປະຕິບັດຕົວຈິງ ສາມາດດັບສູນເປົ້າໝາຍໄດ້ຕາມ ຄາດໝາຍທີ່ວາງໄວ້ ແລະ ຮັບປະ ກັນຄວາມປອດໄພ 100%. ພາຍຫຼັງສໍາເລັດການສະແດງ ທົດລອງ, ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນ ເນັ້ນໜັກທາງດ້ານວິຊາການທັງ ສອງພາກສ່ວນໃຫ້ເອົາໃຈໃສ່ຕື່ມ ທາງດ້ານເນື້ອໃນ, ລາຍລະອຽດ ຂອງການຈັດຕັ້ງປະຕິບັດ, ຕ້ອງ ມີຄວາມເປັນເອກະພາບກັນຢ່າງ ໜັກແໜ້ນ ແລະ ການປະສານສົມ ທົບກັນລະຫວ່າງຜູ້ບັນຊາ, ຜູ້ຂັບ ລົດ ແລະ ຜູ້ຍິງປືນ, ສືບຕໍ່ຫັດແອບ ຕາມແຜນການທີ່ໄດ້ກຳນົດໄວ້, ສຶກສາລະອຽດກະຕິກາຂອງ ການແຂ່ງຂັນ, ມີພິກໄຫວ ແລະ ຕ້ອງຮັບປະກັນຄວາມສະຫງົບ ປອດໄພຕະຫຼອດໄລຍະການອົບຮົມກໍຄືໄລຍະແຂ່ງຂັນ. ຈາກນັ້ນ, ສະຫາຍ ພົນຕີ ວົງ ສອນ ອິນປານພິມ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍທີ່ແຕ່ລະ ສະຫາຍໄດ້ເອົາໃຈໃສ່ອົບຮົມ-ຫັດແອບ, ອົດທົນຜ່ານຜ່າທຸກຂໍ້ ຫຍຸ້ງຍາກ ຈົນໄດ້ຮັບຜົນສໍາເລັດ ໃນເບື້ອງຕົ້ນ, ພ້ອມທັງເນັ້ນໜັກ ໃຫ້ສືບຕໍ່ຫັດແອບເຝິກຊ້ອມຕາມ ແຜນການທີ່ວາງໄວ້, ທາງດ້ານ ແນວຄິດ-ຈິດໃຈຕ້ອງເຂັ້ມແຂງ, ກ້າຫານ, ວ່ອງໄວ, ອົດທົນ ແລະ ກຽມພ້ອມຢູ່ສະເໝີ, ຫຍຸ້ງຍາກ ພຽງໃດກໍຕ້ອງເຮັດສໍາເລັດໜ້າ ທີ່, ແຂ່ງຂັນກັນຊ້ອມດີຊ້ອມເກັ່ງ ໃຫ້ມີຄວາມຊໍານານຄ່ອງແຄ້ວໃນ ການນໍາໃຊ້ພາຫະນະອາວຸດທີ່ ທັນສະໄໝ, ນັກກີລາແຕ່ລະສະ ຫາຍຕ້ອງມີແນວຄິດອຸ່ນອຽນທຸ່ນ ທ່ຽງ, ມີຄວາມບຸກບືນຫ້າວຫັນ, ອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ ນາໆປະການ ເພື່ອຮັບປະກັນການ ເຂົ້າຮ່ວມແຂ່ງຂັນ ອາມີເກມ ຄັ້ງ ທີ 5 ແລະ ເຂົ້າຮ່ວມຊ້ອມຮົບ ລາ ໂຣດ ຄັ້ງທີ 2 ທີ່ ສ ຣັດເຊຍ ໃຫ້ໄດ້ ຮັບຜົນງານໃໝ່ໃຫຍ່ຫຼວງກວ່າ ເກົ່າ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ