ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງພິທີ ປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ ໃຫ້ແກ່ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2019-01-04 09:01:42 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ໃນວັນທີ 3 ມັງກອນ 2019 ນີ້, ກົມໃຫຍ່ເຕັກນິກກອງທັບ, ຈັດຕັ້ງພິທີປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ ໃຫ້ແກ່ ນາຍ ແລະ ພົນທະຫານ ຜູ້ທີ່ມີຜົນງານໂດຍເຂົ້າຮ່ວມເປັນ ປະທານໂດຍ ທ່ານ ພົນຈັດຕະ ວາ ກິລະກອນ ບຸນນະຜົນ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ ເຕັກນິກກອງທັບ, ມີຄະນະພັກ- ຄະນະບັນຊາຈາກ 6 ກົມ 3 ຫ້ອງ ຕະຫຼອດຮອດນາຍ ແລະ ພົນທະ ຫານທົ່ວອົງການກົມໃຫຍ່ ເຕັກນິກ ກອງທັບເຂົ້າຮ່ວມຢ່າງພ້ອມ ພຽງ. ພັນໂທ ສາຍຄຳ ພົມມະວົງ ຮອງຫົວໜ້າຫ້ອງການເມືອງ, ກົມໃຫຍ່ເຕັກນິກກອງທັບຂຶ້ນ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍ ການຜະລິດ ແລະ ນຳໃຊ້ຫຼຽນ ກາລະນຶກ 70 ປີ ກອງທັບປະຊາ ຊົນລາວ, ສະບັບເລກທີ4098/ກປທ, ລົງວັນທີ 10 ພະຈິກ 2017, ເພື່ອຕອບສະໜອງຜົນງານ ແລະ ຄຸນງາມຄວາມດີຂອງນາຍ ແລະ ພົນທະຫານກອງທັບປະຊາຊົນ ລາວທີ່ໄດ້ອຸທິດຕົນປະກອບ ສ່ວນເຂົ້າໃນພາລະກິດຕໍ່ສູ້ປົດ ປ່ອຍຊາດ ແລະ ປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະທີ່ຜ່ານມາ, ຈິ່ຶງ ໄດ້ປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວໃຫ້ແກ່ ນາຍ ແລະ ພົນທະຫານ, ທົ່ວ ອົງການກົມໃຫຍ່ເຕັກນິກກອງ ທັບ ຈໍານວນ 136 ສະຫາຍ. ໂອກາດດັ່ງກ່າວທ່ານ ພົນຈັດ ຕະວາ ກິລະກອນ ບຸນນະຜົນ ໄດ້ໃຫ້ກຽດໂອ້ລົມຜູ້ທີ່ໄດ້ຮັບ ຫຼຽນກາລະນຶກ 70 ປີ ກອງທັບ ປະຊາຊົນລາວໃນຄັ້ງນີ້ຈົ່ງພ້ອມ ກັນເອົາໃຈໃສ່ເປັນເຈົ້າການສ້າງ ວິໄສທັດໃນການພັດທະນາຕົນ ເອງ ແລະ ເປັນແບບຢ່າງນຳໜ້າ ທີ່ດີໃນທຸກດ້ານເພື່ອໃຫ້ສົມກັບ ໜ້າທີ່ ແລະ ຄວາມໄວ້ວາງໃຈ ຂອງຄະນະພັກ-ຄະນະບັນຊາກໍຄືຂັ້ນເທິງໄດ້ມອບໝາຍໃຫ້, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີ ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຍົກສູງລະດັບຄວາມຮູ້ດ້ານຕ່າງໆໃຫ້ສູງຂຶ້ນ ແລະ ສູ້ຊົນປັບປຸງກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຂຶ້ນເປັນກ້າວໆ. ໂດຍ: ຄໍາສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ