ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍກົມກອງຈັດຕັ້ງປາຖະກະຖາວັນສຳຄັນຂອງຊາດ
ເວລາອອກຂ່າວ: 2021-07-23 08:54:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 325 | ຄວາມນິຍົມ:



ໃນວັນທີ 22 ກໍລະກົດ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງພິທີປາຖະກະຖາວັນ ຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 112 ປີ (13/7/1909- 13/7/2021) ຂຶ້ນຢູ່ທີ່ສະໂມ ສອນກົມໃຫຍ່ການເມືອງກອງ ທັບ ໂດຍການເປັນປະທານ ແລະ ກ່າວປາຖະກະຖາໂດຍ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກ ກະ ຊວງປ້ອງກັນປະເທດ ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບໃນກົມໃຫຍ່ ການເມືອງກອງທັບເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ຍົກໃຫ້ເຫັນ ມູນເຊື້ອປະຫວັດການເຄື່ອນໄຫວ ແຕ່ລະໄລຍະຂອງປະທານ ສຸພານຸວົງ ຜົນງານ ແລະ ຄຸນງາມ ຄວາມດີຂອງເພີ່ນ ທີ່ໄດ້ເສຍສະ ຫຼະອຸທິດຕົນທັງແຮງກາຍ ແລະ ສະຕິປັນຍາອັນສະຫຼຽວສະຫຼາດ ເຂົ້້າໃນພາລະກິດການຕໍ່ສູ້ເພື່ອ ຄວາມເປັນອິດສະຫຼະພາບ, ເອກະລາດຂອງຊາດ ແລະ ປະຊາ ຊົນລາວບັນດາເຜົ່າ; ເສີມຂະ ຫຍາຍມູນເຊື້ອອັນດີງາມແບບ ແຜນການດຳລົງຊີວິດ, ຄຸນສົມບັດ ສິນທຳປະຕິວັດຂອງປະທານສຸ ພານຸວົງ ໃຫ້ກັບຄົນລຸ້ນໃໝ່ໄດ້ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງເຖິງຄວາມສາມາດອົງອາດ ກ້າຫານ, ຄວາມເດັດດ່ຽວໜຽວ ແໜ້ນ, ຄວາມສາມັກຄີ ແລະ ນຳເອົາບົດຮຽນອັນປະເສີດດັ່ງ ກ່າວນີ້ໄປນຳໄຊ້ເຂົ້າໃນການເຝິກ ຝົນຫຼໍ່ຫຼອມຕົນເອງ, ໃຫ້ກາຍເປັນ ພະນັກງານຮຸ່ນສືບຖອດທີ່ມີ ຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ. ພ້ອມດຽວກັນນັ້ນ, ຢູ່ທີ່ກົມວິທະ ຍາສາດ-ປະຫວັດສາດການທະ ຫານ ແລະ ວິທະຍາຄານພະລາ ທິການກອງທັບ ກໍໄດ້ຈັດຕັ້ງພິທີ ປາຖະກະຖາວັນປະຫວັດສາດ ດັ່ງກ່າວຄື: ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ແລະ ວັນ ເຊັນສົນ ທິສັນຍາມິດຕະພາບ-ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງນັບແຕ່ລະໄລ ຍະທຳອິດຈົນເຖິງປັດຈຸບັນການ ຮ່ວມ ມືຮອບດ້ານລະຫ່ວາງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ກາຍເປັນມູນເຊື້ອອັນດີ ງາມຂອງສອງຊາດເປັນຕົ້ນແມ່ນ ການຮ່ວມມືທາງດ້ານຍຸດທະ ສາດການເມືອງ-ການທະຫານ, ເສດຖະກິດ-ສັງຄົມ ແລະ ດ້ານ ອື່ນໆ ນັບວັນຍິ່ງໄດ້ຮັບຜົນດີ, ເສີມ ຂະຫຍາຍ ແລະ ກ້າວເຂົ້າສູ່ລວງ ເລິກສອດຫ້ອຍທຸກຂົງເຂດວຽກ ງານ ແລະ ຍິ່ງສືບຕໍ່ຜູກແໜ້ນ ຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ລະຫວ່າງສອງ ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ