ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 605 ສັກຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ເຂັມທີ 2
ເວລາອອກຂ່າວ: 2021-07-23 08:56:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:



ໃນວັນທີ 15-16 ກໍລະກົດ 2021, ກອງພັນໃຫຍ່ 605 ໄດ້ຈັດຕັ້ງສັກວັກຢາຊີນປ້ອງກັນພະຍາດໂຄວິດ-19 ເຂັມທີ 2 ໂດຍການນຳພາ-ຊີ້ນໍາ ການລົງ ມາສັກຢາວັກຊີນປ້ອງກັນໂຄ ວິດ-19 ຂອງ ສະຫາຍ ພັນໂທ ນາງ ອານົງລັກ ວຸດທິບຳເພັນ ຫົວໜ້າພະແນກສົ່ງເສີມສຸຂະ ພາບແມ່ ແລະ ເດັກ ສະຖາບັນອາ ນາໄມກັນພະຍາດ ແລະ ສົ່ງເສີມ ສຸຂະພາບກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບ ພາຍໃນກອງພັນໃຫຍ່ 605 ເຂົ້າຮ່ວມ. ການສັກຢາວັກຊີນຄັ້ງນີ້, ເປັນເຂັມທີ 2 ຄົບຕາມກຳນົດທີ່ ຄະນະສະເພາະກິດແພດ-ໝໍໄດ້ ກຳນົດໄວ້, ການສັກຢາວັກຊີນ ມັນເປັນການຊ່ວຍສ້າງຄວາມ ຄຸ້ມກັນໃຫ້ສຸຂະພາບໄດ້ສູງຂຶ້ນ. ເພື່ອບໍ່ໃຫ້ຕິດເຊື້ອພະຍາດໂຄ ວິດ-19 ໄດ້ງ່າຍ ຫຼື ຕິດເຊື້ອພະ ຍາດແລ້ວ, ພະຍາດຈະບໍ່ຂະ ຫຍາຍຕົວຮຸນແຮງ. ທັງນີ້, ເພື່ອ ເຮັດໃຫ້ພະນັກງານ-ນັກຮົບ ຢູ່ ພາຍໃນກົມກອງມີສຸຂະພາບ ແຂງແຮງ, ພ້ອມກັນເຮັດສຳ ເລັດໜ້າທີ່ ທີ່ຂັ້ນເທິງ ແລະ ກົມ ກອງມອບໝາຍໃຫ້. ຂ່າວ: ນ. ໜູແດງ ລາດສະແກ້ວ ພາບ: ເພັງ ມະນີລະສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ