ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 502 ເປີດຊຸດອົບຮົມວິຊາຄູໄລຍະສັ້ນ
ເວລາອອກຂ່າວ: 2021-07-23 09:01:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ໃນວັນທີ 21 ກໍລະກົດ 2021 ນີ້, ກອງພັນໃຫຍ່ 502 ກອງພົນ ທີ 5 ໄດ້ເປີດຊຸດອົບຮົມວິຊາຄູໄລ ຍະສັ້ນໃຫ້ພະນັກງານຄູ, ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ຈິດຕະກອນ ພຸດທະວົງ ຫົວ ໜ້າພະແນກເສນາທິການ ກອງ ພັນໃຫຍ່, ມີຄະນະພັກ-ຄະນະບັນ ຊາພະແນກການ, ກົມກອງ ພ້ອມ ດ້ວຍບັນດາຄູສອນແຕ່ລະກົມ ກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມບູນ ຂັນທະ ຈັກ ຮອງຫົວໜ້າພະແນກເສນາ ທິການ ໄດ້ຜ່ານແຜນການໃນການ ອົບຮົມ ເຊິ່ງລວມມີ 2 ພາກ ທິດ ສະດີ ແລະ ປະຕິບັດຕົວຈິງ, ໃນ ນັ້ນ ປະກອບມີຫຼັກການແຕ່ງບົດ ສອນ, ທໍານຽມຄູສອນ, ບົດສອນ ຫັດແອບຍຸດທະວິທີ 3 ພາກ, ຫຼັກ ການແຕ່ງບົດສອນຍຸດທະວິທີ, ອົບຮົມຮູບແຖວຍຸດທະວິທີ, ອົບ ຮົມຄູການທະຫານ, ວິຊາລະບຽບ ບຸກຄົນຄົງທີ່ມືເປົ່າ, ວິຊາລະບຽບ ບຸກຄົນເຄື່ອນທີ່ມືເປົ່າ, ກີລານັກ ຮົບແຂງແຮງ, ກີລາແລ່ນມ້າງປະ ກອບອາວຸດປືນ AK 400 ແມັດ, ກີ ລາຜ່ານສິ່ງກີດຂວາງ 4x50 ແມັດ, ກີລາ 3 ປະເພດການທະ ຫານສົມທົບ, ຫັດກາຍມືເປົ່າ, ມີ ປືນ, ຫຼັກການແຕ່ງບົດສອນສິລະ ປະຍຸດປືນ AKM, ຫຼັກການຈັດ ຕັ້ງອົບຮົມສິລະປະຍຸດ, ຫັດແອບ ແລະ ຍິງແທ້ ບົດ 2 ກວດກາ 3 ທ່າຍິງ, ນອນຍິງ, ນັ່ງຍິງ, ຢືນຍິງ. ການອົບຮົມຄັ້ງນີ້ ກໍເພື່ອຍົກລະດັບ ຄວາມຮູ້, ຄວາມສາມາດດ້ານທິດ ສະດີຫຼັກການຂອງການຮຽນ-ການສອນ ແນໃສ່ເຮັດໃຫ້ບັນດາ ຄູ-ອາຈານຮູ້ໝູນໃຊ້ວິທີການ ສອນເຂົ້າໃນສະພາບຕົວຈິງໃຫ້ມີ ໝາກຜົນສູງກວ່າເກົ່າ, ທັງເປັນ ການກວດກາຄືນດ້ານຄວາມຮູ້ ຄວາມເຂົ້າໃຈກ່ຽວກັບພື້ນຖານ ຕົວຈິງຂອງການຮຽນ, ການ ສອນ, ການສົນທະນາ ແລະ ການ ບັນລະຍາຍ, ການແຕ່ງບົດສອນ, ການຫັດແອບພາຍໃນຫ້ອງ ກໍຄື ຢູ່ພາກສະໜາມຕົວຈິງ, ທັງເປັນ ການຍົກສູງຄຸນນະພາບ, ຍົກສູງ ບົດບາດ ພ້ອມທັງແມ່ນຄວາມ ຮຽກຮ້ອງຕ້ອງການໃນການກໍ່ ສ້າງພະນັກງານຄູສອນໃນທົ່ວ ກອງພັນໃຫຍ່ໃຫ້ທັນສະໄໝຂຶ້ນ ເປັນກ້າວໆ. ສະຫາຍ ພັນໂທ ຈິດຕະກອນ ພຸດທະວົງ ໄດ້ເນັ້ນໜັກໃຫ້ຄູ-ອາ ຈານຈົ່ງຍົກສູງຄວາມຮັບຜິດ ຊອບ, ຄວາມຮັບຮູ້ເຂົ້າໃຈຢ່າງ ເລິກເຊິ່ງ, ເຂົ້າຮ່ວມອົບຮົມຢ່າງ ເຕັມເມັດເຕັມໜ່ວຍ, ເອົາໃຈໃສ່ ປະຕິບັດຂໍ້ກໍານົດກົດລະບຽບໃນ ການອົບຮົມຢ່າງເຂັ້ມງວດ, ຮັກ ສາໄດ້ຄວາມສາມັກຄີ, ຖືຄວາມ ເປັນເອກະພາບເປັນຫຼັກ, ເພີ່ມທະ ວີໃນການພົວພັນປະສານງານ ເຊິ່ງກັນ ແລະ ກັນ, ຍາດແຍ່ງເອົາ ຄວາມຮູ້, ບົດຮຽນ, ປະສົບການຄັ້ງ ນີ້ໄປໝູນໃຊ້ເຂົ້າໃນການຮຽນ- ການສອນຕົວຈິງໃຫ້ມີປະສິດທິ ພາບສູງ ບັນລຸຕາມຄາດໝາຍສູ້ ຊົນທີ່ກອງພັນໃຫຍ່ວາງອອກ. ໂດຍ: ສົມພອນໄຊ ພັນທ້າວ ພາບ: ພອນມີໄຊ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ