ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງພະບາງ ມອບເງິນນະໂຍບາຍ ໃຫ້ຄອບຄົວຜູ້ເສຍຊີວິດ ແລະ ເງິນອຸດໜູນ
ເວລາອອກຂ່າວ: 2021-07-26 10:18:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 298 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ມອບ ເງິນນະໂຍບາຍໃຫ້ຄອບຄົວຜູ້ ເສຍຊີວິດ ແລະ ເງິນອຸດໜູນເທື່ອ ດຽວໃຫ້ພະນັກງານ-ນັກຮົບ ໃນ ວັນທີ 15 ກໍລະກົດ 2021, ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ສົມໃຈ ສີສະຫວັດ ກໍາມະ ການຄະນະພັກ ຮອງຫົວໜ້າ ຫ້ອງການເມືອງກອງບັນຊາ ການທະຫານແຂວງ, ມີພະແນກ ການທີ່ກ່ຽວຂ້ອງ, ຄອບຄົວ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ຫານຊະນະ ຂັດຕິຍະວົງສາ ຮອງປະທານ ກວດກາພັກ ຫົວໜ້າພະແນກ ພະນັກງານຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງ ທັບ ວ່າດ້ວຍການອະນຸມັດໃຫ້ ນາຍທະຫານອອກການຮັບເງິນ ອຸດໜູນເທື່ອດຽວ. ອີງຕາມກົດ ໝາຍ ວ່າດ້ວຍການປະກັນສັງຄົມ ແລະ ອີງຕາມກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະຊາ ຊົນລາວ ໄດ້ປະຕິບັດນະໂຍບາຍ ມອບເງິນອຸດໜູນໃຫ້ຄອບຄົວ ຜູ້ເສຍຊີວິດ ແລະ ເງິນອຸດໜູນເທື່ອ ດຽວໃຫ້ນາຍ ແລະ ພົນທະຫານ ທັງໝົດ 8 ສະຫາຍ ລວມເປັນເງິນ 519.491.280 ກີບ. ສະຫາຍ ພັນໂທ ສົມໃຈ ສີສະຫວັດ ກ່າວວ່າ: ການມອບ ຮັບເງິນໃຫ້ຄອບຄົວຂອງພະນັກ ງານລູກເມຍຜູ້ເສຍຊີວິດໃນ ເທື່ອນີ້ ມັນແມ່ນແນວທາງນະ ໂຍບາຍຂອງພັກ-ລັດຖະບານ ທີ່ມີຕໍ່ນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວຜູ້ທີ່ມີຜົນງານປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດກໍຄືການ ພັດທະນາກົມກອງຕະຫຼອດໄລ ຍະຜ່ານມາ. ພ້ອມຍັງໄດ້ຮຽກ ຮ້ອງໃຫ້ພາກສ່ວນທີ່ໄດ້ຮັບເງິນ ອຸດໜູນເທື່ອດຽວຂອງກອງບັນ ຊາການທະຫານແຂວງຈົ່ງພ້ອມ ກັນນໍາເອົາເງິນຈໍານວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການພັດທະ ນາເສດຖະກິດຄອບຄົວຂອງ ຕົນເຮັດໃຫ້ຊີວິດການເປັນຢູ່ດີ ຂຶ້ນກາຍເປັນຄອບຄົວທີ່ຮັ່ງມີ ເຂັ້ມແຂງ, ກາຍເປັນຄອບຄົວຕົວ ແບບຕັ້ງໜ້າປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ