ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີ່ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-07-26 10:25:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ຫົວໜ້າ ຫ້ອງເສນາທິການ ກອງບັນຊາ ການທະຫານແຂວງຫຼວງພະ ບາງ ລະຫ່ວາງ ສະຫາຍ ພັນເອກ ອຸ່ນເຮືອນ ເຮືອງບົວສອນ ຫົວ ໜ້າຫ້ອງເສນາທິການທະຫານ ແຂວງ ຜູ້ເກົ່າ ແລະ ສະຫາຍ ພັນໂທ ຄໍາສອນ ໂພທິວັນ ຮອງ ກອງບັນຊາການ ຫົວໜ້າຫ້ອງເສ ນາທິການທະຫານແຂວງຫຼວງ ພະບາງ ຜູ້ໃໝ່ ຈັດຂຶ້ນໃນວັນທີ 20 ກໍລະກົດນີ້, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງເລຂາຄະ ນະພັກ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງຫຼວງ ພະບາງ, ມີຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ, ຫົວໜ້າ- ຮອງຫົວໜ້າພະແນກພາຍໃນ ຫ້ອງເສນາທິການເຂົ້າຮ່ວມ. ສະຫາຍ ພັນເອກ ອຸ່ນເຮືອນ ເຮືອງບົວສອນ ໄດ້ສະຫຼຸບຕີລາຄາ ຄືນໝາກຜົນແຫ່ງການຈັດຕັ້ງ ຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະບັນຊາຫ້ອງເສນາທິການ ໃນໄລຍະຜ່ານມາ ສາມາດເຮັດ ສໍາເລັດໜ້າທີ່ວຽກງານຕາມ ພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນສາ ມາດຮັບປະກັນເຮັດໃຫ້ແຂວງ ມີຄວາມສະຫງົບໂດຍພື້ນຖານ. ນອກນັ້ນ, ຍັງໄດ້ຊີ້ນໍາກົມກອງ ທົ່ວທະຫານແຂວງເຄື່ອນໄຫວ ເຮັດໜ້າທີ່ວຽກງານໃນການປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ກໍຄືປົກປັກຮັກ ສາຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບ, ຊີ້ນໍາກົມກອງໃຫ້ ເອົາໃຈໃສ່ວຽກງານອົບຮົມຫັດ ແອບຮໍ່າຮຽນການເມືອງ, ການ ທະຫານ, ພະລາທິການ-ເຕັກນິກ, ປັບປຸງລະບຽບແບບແຜນປະຈໍາ ປີຂອງກົມກອງໃຫ້ ເຂັ້ມງວດເພື່ອ ສ້າງໃຫ້ນາຍ ແລະ ພົນທະຫານ ມີຄວາມໜັກແໜ້ນ ເຂັ້ມແຂງ, ຊໍາ ນິຊໍານານໃນການນໍາໃຊ້ອາວຸດ ຍຸດໂທປະກອນຂອງກອງທັບຮັບ ປະກັນໃນການກຽມພ້ອມສູ້ຮົບ ແລະ ຍັງມີບາງວຽກງານເຊິ່ງ ມອບໃຫ້ຫົວໜ້າຫ້ອງຜູ້ໃໝ່ ສືບ ຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ ໃຫ້ໄດ້ຮັບ ໝາກຜົນດີ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ໂອ້ລົມຍ້ອງຍໍຊົມເຊີຍຜົນ ງານໃນການເຄື່ອນໄຫວຊີ້ນໍາ-ນໍາພາຂອງສະຫາຍຫົວໜ້າຫ້ອງ ເສນາທິການທະຫານແຂວງ ຜູ້ເກົ່າ ແລະ ຄະນະ ຕະຫຼອດໄລ ຍະທີ່ຜ່ານມາ, ຍົກໃຫ້ເຫັນຄວາມ ສໍາຄັນຂອງການມອບໝາຍ ໜ້າທີ່ໃໝ່ ພ້ອມທັງຮຽກຮ້ອງ ໃຫ້ຫົວໜ້າຫ້ອງເສນາທິການ ຜູ້ໃໝ່ ສືບຕໍ່ຊີ້ນໍາ-ນໍາພາ, ເສີມ ຂະຫຍາຍບົດບາດການນໍາພາ ຂອງພັກເຂົ້າໃນທຸກຂົງເຂດ ວຽກງານ, ກໍາແໜ້ນແນວທາງ ຂອງພັກ, ມີແບບແຜນວິທີເຮັດ ວຽກທີ່ຖືກຕ້ອງສອດຄ່ອງ ແລະ ທັນສະໄໝ ບົນພື້ນຖານປະຕິບັດ ຕາມຫຼັກການລວມສູນປະຊາ ທິປະໄຕ ນໍາພາເປັນໝູ່ຄະນະ ມອບໝາຍບຸກຄົນຮັບຜິດຊອບ, ເອົາໃຈໃສ່ຊີ້ນໍາກົມກອງອົບ ຮົມ-ຫັດແອບປັບປຸງກໍ່ສ້າງກໍາ ລັງໃຫ້ມີຄວາມເຂັ້ມແຂງ, ເສີມ ຂະຫຍາຍມູນເຊື້ອຄວາມສາມັກ ຄີພາຍໃນ-ພາຍນອກ ພ້ອມກັນ ເຮັດສໍາເລັດໜ້າທີ່. ໂດຍ: ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ