ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ 1 ສຳເລັດການປັກດຳເຂົ້ານາປີ
ເວລາອອກຂ່າວ: 2021-07-27 08:34:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ສະຫາຍ ພັນໂທ ຄຳໝັ້ນ ອ້ວນວິໄລ ຫົວໜ້າພະແນກຜະ ລິດໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ ຕົ້ນເດືອນມິຖຸນາ 2021, ພະແນກ ຜະລິດໂຮງຮຽນໄດ້ຂຸ້ນຂ້ຽວລົງ ມືຕົກກ້າ, ເພື່ອກຽມປັກດໍາເຂົ້າ ນາປີໃນເນື້ອທີ່ນາທັງໝົດ 1,3 ເຮັກຕາ, ໃຊ້ແນວເຂົ້າປູກ 200 ກວ່າກິໂລກຼາມ. ໂດຍໃຊ້ກໍາລັງ ແຮງງານວິຊາການ ແລະ ພະ ນັກງານ-ນັກຮົບທົ່ວໂຮງຮຽນ, ມາຮອດປັດຈຸບັນການປັກດຳ ເຂົ້ານາປີ ແມ່ນໄດ້ສຳເລັດຕາມ ແຜນການ ແລະ ມອບໃຫ້ພະນັກ ງານວິຊາສະເພາະສືບຕໍ່ບົວລະ ບັດປົກປັກຮັກສາ, ເພື່ອຫຼີກລ່ຽງ ບໍ່ໃຫ້ມີສັດຕູພືດມາທຳລາຍ ແລະ ແນໃສ່ເພື່ອເຮັດໃຫ້ຕົ້ນ ເຂົ້າເຕີບໃຫຍ່ຂຽວງາມ ທັງ ຮັບປະກັນຜົນຜະລິດໃຫ້ໄດ້ ຕາມລະດັບຄາດໝາຍ. ທັງນີ້, ກໍເພື່ອເປັນການສ້າງທ່າແຮງ ໜຶ່ງໃນການແກ້ໄຂຊີວິດການ ເປັນຢູ່ຂອງກົມກອງ ຕາມທິດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ລະຫວ່າງວັນທີ 15-16 ກໍລະກົດ 2021, ຫ້ອງພະລາທິການທະ ຫານແຂວງວຽງຈັນ ກໍໄດ້ສໍາ ເລັດການປັກດໍາເຂົ້ານາປີເຊັ່ນດຽວກັນ ໃນເນື້ອທີ່ນາທັງໝົດ 8 ເຮັກຕາ ໃນນີ້, ໄດ້ມີການທົດ ລອງເຮັດນາຫວ່ານຈໍານວນ 2 ເຮັກຕາ, ຄາດວ່າປີນີ້ຈະສາມາດເກັບກ່ຽວຜົນຜະລິດໄດ້ປະມານ 16-17 ໂຕນ. ໂດຍ: ສາຍຄໍາ ພອນມະນີ ພາບ: ນ້ອຍຈັນໄພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ