ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 575 ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2021-07-27 08:35:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ໃນວັນທີ 20 ກໍລະກົດ 2021, ກອງພັນ 575 ທີ່ຂຶ້ນກັບກອງ ພັນໃຫຍ່ 584 ໄດ້ສະຫຼຸບຖອດ ຖອນບົດຮຽນວຽກງານຮອບ ດ້ານ 6 ເດືອນຕົ້ນປີ ແລະ ວາງ ທິດທາງແຜນການ 6 ເດືອນ ທ້າຍປີ 2021 ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ບຸນຊູ ມີຈັນຄໍາ ກໍາມະການຄະ ນະພັກ ຮອງຫົວໜ້າການເມືອງ ກອງພັນໃຫຍ່ 584, ມີບັນດາຄະ ນະພັກ-ຄະນະບັນຊາ ຕະຫຼອດ ຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ຄໍາເຮືອງ ນັນທະວົງ ຮອງຫົວໜ້າການ ເມືອງ ກອງພັນ 575 ໄດ້ສະຫຼຸບ ຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານ ມາ, ເຊິ່ງໄດ້ຖືເອົາວຽກງານສຶກ ສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ-ນັກຮົບ ເປັນກົກ ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງກະ ຊວງປ້ອງກັນປະເທດ ຄຽງຄູ່ ກັບການຫັນລົງກໍ່ສ້າງຮາກຖານ ການເມືອງແບບມູນເຊື້ອຕິດພັນ ກັບການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດ ໝາຍ ໄປພ້ອມກັບການເອົາໃຈໃສ່ ເຮັດໃຫ້ສະພາບມີຄວາມຫງົບ; ໃນນີ້, ສາມາດເຄື່ອນໄຫວປະຕິບັດໜ້າທີ່ຕາມຂອບເຂດຮັບຜິດຊອບຂອງກົມກອງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດຕາມ ທິດທາງ ເພິ່ງຕົນເອງ ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຂອງກົມໃຫຍ່ພະ ລາທິການກອງທັບ ເພື່ອເພີ່ມພູນ ຜະລິດຜົນແກ້ໄຂຊີວິດການ ເປັນຢູ່ ຂອງພະນັກງານ-ນັກຮົບ ພາຍໃນກົມກອງ. ສາມາດລ້ຽງ ສັດປີກ 350 ໂຕ, ງົວ 5 ໂຕ, ແບ້ 7 ໂຕ, ເກັບກູ້ພຶດຜັກທຸກຊະນິດ 950 ກິໂລກຼາມ, ເກັບຜັກປ່າ ຕາມລະດູການ 60 ກິໂລກຼາມ ຄິດເປັນມູນຄ່າທັງໜົດ 30 ລ້ານກວ່າກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ