ເຫຼົ່າຮົບລົດຕັງ-ຍານເກາະ ເຝີກຊ້ອມຄັ້ງສຸດທ້າຍກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມ ແລະ ຊ້ອມຮົບຮ່ວມລາໂຣດ ທີ່ ສ ຣັດເຊຍ
ເວລາອອກຂ່າວ: 2021-07-30 08:44:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:
ວັນທີ 29 ກໍລະກົດນີ້, ຢູ່ທີ່ ສະໜາມຫັດແອບ ວິທະຍາຄານ ກົມມະດໍາ ທີມເຫຼົ່າຮົບລົດຕັງ- ຍານເກາະກອງທັບປະຊາຊົນ ລາວ ໄດ້ສະແດງການເຝິກຊ້ອມ ຄັ້ງສຸດທ້າຍ ກ່ອນເດີນທາງເຂົ້າ ຮ່ວມການແຂ່ງຂັນກີລາການທະ ຫານນາໆຊາດ ອາມີເກມ ຄັ້ງທີ 5 ແລະ ເຂົ້າຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣດ ຄັ້ງທີ 2 ທີ່
ສ ຣັດເຊຍ ໃນປີ 2021, ໂດຍການ
ເປັນກຽດເຂົ້າຮ່ວມສັງເກດການ ແລະ ໃຫ້ການຊີ້ນຳຂອງ ສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ
ກຳມະການກົມການເມືອງສູນ
ກາງພັກ ຮອງນາຍົກລັດຖະມົນ
ຕີ ລັດຖະມົນຕີກະຊວງປ້ອງກັນ
ປະເທດ, ມີບັນດາຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະ
ຊວງ, ທີ່ປຶກສາທູດຝ່າຍປ້ອງກັນ ຊາດ ສ ຣັດເຊຍ ປະຈໍາລາວ, ກົມ
ວິຊາສະເພາະ, ຄະນະຮັບຜິດຊອບ
ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ.
ກ່ອນການສະແດງຍິງລູກປືນແທ້ ຄະນະຜູ້ແທນໄດ້ຮັບຊົມການສະ ແດງຂັບລົດຕັງ T-72 ຂອງທີມ ເພດຍິງ ຈໍານວນ 3 ຈຸລົດ, ຈາກ
ນັ້ນ ກໍໄດ້ຮັບຊົມການສະແດງເຝິກ ຊ້ອມຍິງລູກປືນແທ້ ຂອງພາກ ສ່ວນກະກຽມເຂົ້າຮ່ວມຊ້ອມຮົບ ລາວ-ຣັດເຊຍ ຫຼື ລາໂຣດ ຄັ້ງທີ 2 ລວມມີ 4 ຈຸລົດ ແລະ ຮັບຊົມ ການສະແດງຂອງທີມນັກກີລາ ເຫຼົ່າຮົບລັດຕັງ-ຍານເກາະ ທີ່ ກະກຽມເຂົ້າຮ່ວມແຂ່ງຂັນອາ ມີເກມ ຄັ້ງທີ 5 ລວມມີ 3 ຈຸລົດ, ໂດຍເລີ່ມຈາກລົດອອກຮັບລູກ ກະສຸນ, ຍິງເປົ້າໝາຍຄົ່ງທີ່, ການ ຂັບຂີ່ລົດຕັງຜ່ານສິ່ງກີດຂວາງ ແລະ ການເຄື່ອນທີ່ຍິງເປົ້າໝາຍ ຄົງທີ່.
ພາຍຫຼັງສໍາເລັດການສະແດງ, ສະຫາຍລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະ ນະໄດ້ລົງຢ້ຽມຢາມຖາມຂ່າວ ນັກກີລາ, ພ້ອມທັງກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ຮັບຜິດຊອບທຸກພາກສ່ວນ ແລະ ນັກກີລາແຕ່ລະສະຫາຍ ທີ່ໄດ້ຕັ້ງ ໜ້າສຸມໃສ່ອົບຮົມ-ຫັດແອບ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກ ເຮັດໃຫ້ການຫັດແອບເຝິກ ຊ້ອມຄັ້ງນີ້ສໍາເລັດຕາມແຜນ ການທີ່ວາງໄວ້, ສະຫາຍຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ ຕະຫຼອດຮອດພະນັກ ງານ-ນັກຮົບກົມກອງເຫຼົ່າຮົບວິ ຊາສະເພາະລົດຕັງ-ຍານເກາະ ສືບຕໍ່ຍົກສູງຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ ມີຄວາມມະ ນະອົດທົນ, ກະຕືລືລົ້ນ, ສືບຕໍ່ປັບ ປຸງຕົນເອງ, ປັບປຸງເຫຼົ່າຮົບໃຫ້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ, ຖອດຖອນບົດຮຽນນໍາກອງທັບ ປະເທດເພື່ອນມິດ, ໂດຍສະເພາະ ກອງທັບຣັດເຊຍ ໃນການນຳໃຊ້ ພາຫະນະ-ອາວຸດທີ່ທັນສະໄໝ. ພ້ອມກັນນັ້ນ, ກໍຕ້ອງເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ພາຍໃນ, ປັບປຸງແບບແຜນການ
ນໍາພາ-ບັນຊາ, ແບບແຜນວິທີເຮັດ
ວຽກໃຫ້ສອດຄ່ອງ, ຕໍ່ສອງພາກ
ສ່ວນທີ່ກະກຽມເດີນທາງໄປເຂົ້າ
ຮ່ວມແຂ່ງຂັນ ອາມີເກມ ແລະ
ລາໂຣດ ໃນປີນີ້ ໃຫ້ສືບຕໍ່ກະກຽມ
ຄວາມພ້ອມຮອບດ້ານແຕ່ນີ້ຮອດ ມື້ເດີນທາງ, ພ້ອມກັນອົດທົນຜ່ານ
ຜ່າຂໍ້ຫຍຸ້ງຍາກນາໆປະການເພື່ອ
ເຮັດສໍາເລັດໜ້າທີ່ຂອງຕົນທີ່ກອງ
ທັບ ແລະ ປະເທດຊາດມອບໝາຍ
ໃຫ້ຍາດໃຫ້ໄດ້ຜົນສຳເລັດອັນ ຄັ້ງໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂ່າວ: ນາງ ຍ້ອມເພັດ
ພາບ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ