ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນທິສະດີການເມືອງກອງທັບ ເປີດຊຸດອົບຮົມວຽກງານພະລາທິກາ່ນ-ເຕັກນິກ ປະຈຳປີ 2021
ເວລາອອກຂ່າວ: 2021-07-30 08:50:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ຊຸດອົບຮົມວຽກງານພະລາທິ ການ-ເຕັກນິກ ໄລຍະສັ້ນ ປະຈໍາ ປີ 2021 ຂອງໂຮງຮຽນທິດສະ ດີການເມືອງກອງທັບ ໄດ້ເປີດ ໃນວັນທີ 27 ກໍລະກົດ 2021 ນີ້, ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ຄໍາພູ ເພັດສັງຄາ ຄະນະພັກ-ຄະນະອໍານວຍການ, ຫົວໜ້າຫ້ອງພະລາທິການ-ເຕັກ ນິກ ໂຮງຮຽນທິດສະດີການເມືອງ ກອງທັບ, ມີຄະນະຫ້ອງ, ຄະນະ ວິຊາຄູ, ພະນັກງານ-ນັກຮົບ ເຂົ້າ ຮ່ວມ. ສະຫາຍ ພັນໂທ ບຸນທະນົງໄຊ ວໍລະສານ ຮອງຫົວໜ້າຫ້ອງພະ ລາທິການ-ເຕັກນິກ ໂຮງຮຽນທິດ ສະດີການເມືອງກອງທັບ ໄດ້ຜ່ານ ແຜນການອົບຮົມ-ຫັດແອບວຽກ ງານພະລາທິການ-ເຕັກນິກ ປະ ຈໍາປີ 2021 ອີງຕາມຄໍາສັ່ງແນະ ນໍາຂອງກົມໃຫຍ່ພະລາທິການ ກອງທັບ ວ່າດ້ວຍ ການຈັດຕັ້ງປະ ຕິບັດອົບຮົມ-ຫັດແອບວຽກງານ ພະລາທິການ ແລະ ອີງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນສະເພາະໜ້າ ແລະ ຍາວນານ ເພື່ອເປັນການຮັບປະ ກັນວຽກງານລ້ຽງດູກຳລັງ, ເຊິ່ງ ເອກະສານທີ່ນໍາມາອົບຮົມ-ຫັດ ແອບໃນຄັ້ງນີ້ ລວມມີ: ເອກະສານ ວຽກງານເສນາ-ພະລາ, ວຽກ ງານອຸປະໂພກ-ບໍລິໂພກ, ວຽກ ງານຮັບປະກັນ, ວຽກງານເສນາ ຮັກ, ວຽກງານເຄຫາສະຖານ, ວຽກງານຜະລິດກະສິກໍາ ແລະ ເອ ກະສານອື່ນໆທີ່ສໍາຄັນ. ທັງນີ້ ເພື່ອ ແນໃສ່ບໍາລຸງຍົກລະດັບວິຊາສະ ເພາະເຫຼົ່າຮົບພະລາທິການໃຫ້ໄດ້ ຮັບໝາກຜົນ ແລະ ມີປະສິດທິຜົນ ສູງ, ແນໃສ່ເຮັດໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ, ພະນັກງານ ວິຊາສະເພາະເຫັນໄດ້ຄວາມ ໝາຍ, ຄວາມສໍາຄັນຕໍ່ວຽກງານ ດັ່ງກ່າວ, ທັງເປັນການຍົກລະດັບ ຄວາມຮູ້, ຄວາມສາມາດ, ແບບ ແຜນວິທີເຮັດວຽກຂອງພະນັກ ງານ-ນັກຮົບພະລາທິການ ໝູນໃຊ້ ເຂົ້າໃນການປະຕິບັດວຽກງານ ຕົວຈິງຂອງກົມກອງໃຫ້ມີປະສິດ ທິຜົນສູງ. ໂດຍ: ຄໍາພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ