ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫຼຸບ ແລະ ມອບ-ຮັບໂຄງການຄົ້ນຄວ້າວິທະຍາສາດ-ປະຫວັດສາດ ແລະ ຍຸດທະສາດການທະຫານ
ເວລາອອກຂ່າວ: 2021-08-02 08:14:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ວັນທີ 30 ກໍລະກົດນີ້, ກົມ ວິທະຍາສາດ-ປະຫວັດສາດການ ທະຫານ (ສວ-ປສ) ໄດ້ສະຫຼຸບ ແລະ ມອບ-ຮັບບັນດາໂຄງການ ຄົ້ນຄວ້າວິທະຍາສາດ-ປະຫວັດ ສາດ ແລະ ຍຸດທະສາດການທະ ຫານ ປະຈໍາປີ 2020, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະ ການສູນກາງພັກ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບ, ທັງເປັນປະທານສະພາວິທະຍາ ສາດ-ປະຫວັດສາດ ກະຊວງປ້ອງ ກັນປະເທດ, ມີຄະນະພັກ-ຄະນະ ບັນຊາກົມ ວສ-ປສ, ພະນັກງານ ວິຊາການ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ສຸລິວັນ ແສງ ຈັນ ຮອງຫົວໜ້າກົມ ວສ-ປສ ໄດ້ ລາຍງານຕໍ່ກອງປະຊຸມວ່າ: ໂດຍ ປະຕິບັດຕາມມະຕິຕົກລົງຂອງກົມ ການເມືອງສູນກາງພັກ ວ່າດ້ວຍ ການຈັດຕັ້ງປະຕິບັດໂຄງການຄົ້ນ ຄວ້າກ່ຽວກັບ "ສົງຄາມປະຊາຊົນຢູ່ລາວ” ແລະ ໄດ້ຮັບມອບໝາຍ ຈາກກະຊວງປ້ອງກັນປະເທດ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ປະສານສົມທົບ ກັບບັນດາອົງການ, ກົມກອງກຳ ລັງຫຼວງ ແລະ ທ້ອງຖິ່ນທີ່ກ່ຽວ ຂ້ອງ, ແຕ່ງຕັ້ງຄະນະຮັບຜິດຊອບ ຊອກຄົ້ນ-ພົບປະພະຍານປະຫວັດ ສາດ, ເກັບກຳຂໍ້ມູນ, ຄົ້ນຄວ້າຮຽບ ຮຽງເພື່ອຢັ້ງຢືນເຖິງເຫດການປະ ຫວັດສາດ ແລະ ແນວທາງປ້ອງ ກັນຊາດຂອງພັກ, ຜ່ານການຈັດ ຕັ້ງປະຕິບັດຕົວຈິງ ໄດ້ຄົ້ນຄວ້າສໍາ ເລັດ 7 ໂຄງການ, ໃນນັ້ນ ມີໂຄງ ການຄົ້ນຄວ້າຂຽນປະຫວັດສາດ ມູນເຊື້ອ ”ກອງໄຊຈັກກະພັດ” ໄດ້ເລີ່ມຄົ້ນຄວ້າຂຽນໃນປີ 2018 ສໍາເລັດປີ 2019 ລວມມີ 3 ພາກ, 95 ໜ້າ, ໂຄງການຄົ້ນຄວ້າຂຽນ ປະຫວັດສາດມູນເຊື້ອ “ກອງຟ້າ ງຸ່ມ ທີ່ວຽງຈັນ” ຄົ້ນຄວ້າຂຽນ ໃນປີ 2018 ສໍາເລັດປີ 2019 ລວມມີ 4 ພາກ, 76 ໜ້າ, ໂຄງການ ຄົ້ນຄວ້າຂຽນປະຫວັດສາດມູນ ເຊື້ອ ”ບັ້ນຮົບປົດປ່ອຍທ່າໂທມ-ທ່າວຽງ” ປີ 1964 ເລີ່ມຄົ້ນ ຄວ້າຂຽນໃນປີ 2019 ສໍາເລັດປີ 2020 ລວມມີ 4 ພາກ 27 ໜ້າ, ປະກອບມີແຜນທີ່ ແລະ ແຜນ ຮ່າງກ່ຽວກັບບັ້ນຮົບ, ໂຄງການ ຄົ້ນຄວ້າຂຽນບົດນິພົນ ”ສູ້ຮົບ ປ້ອງກັນບໍລິເວນແຂວງຈໍາປາ ສັກ” ໂຄງການນີ້ ກົມ ວສ-ປສ ການທະຫານ ໄດ້ສົມທົບກັບ ວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ກອງບັນຊາການ ທະຫານແຂວງຈໍາປາສັກ ຮ່ວມ ກັນຄົ້ນຄວ້ານັບແຕ່ປີ 2017 ເປັນ ຕົ້ນມາ ແລະ ສໍາເລັດໃນປີ 2021 ລວມມີ 2 ຕອນ ແລະ 6 ພາກ, ປະ ກອບມີແຜນທີ່ ແລະ ແຜນຮ່າງ, ໂຄງການຄົ້ນຄວ້າຂຽນປື້ມປົກ ຂາວ ໄດ້ເລີ່ມຂຽນໃນປີ 2019 ສໍາເລັດໃນປີ 2020 ລວມມີ 6 ພາກ, ໂຄງການແປປຶ້ມ ຄົບຮອບ 10 ປີ ເຄືອຂ່າຍສະຖາບັນປ້ອງ ກັນຊາດ ແລະ ຄວາມໝັ້ນຄົງອາ ຊຽນ (2007-2016) ເລີ່ມຄົ້ນ ຄວ້າປີ 2019 ສໍາເລັດປີ 2020 ແບ່ງເປັນ 2 ພາກຄື: ພາກສະເໜີ ແລະ ພາກເນື້ອໃນ ລວມມີ 70 ໜ້າ ແລະ ໂຄງການຄົ້ນຄວ້າບົດນິ ພົນ ”ການສູ້ຮົບປ້ອງກັນບໍລິເວນ ແຂວງໄຊຍະບູລີໃນສະພາບການ ໃໝ່” ໂຄງການດັ່ງກ່າວແມ່ນໄດ້ ສົມທົບກັບກອງບັນຊາການທະ ຫານແຂວງໄຊຍະບູລີ (ໂດຍມີ ຊ່ຽວຊານສະຖາບັນຍຸດທະສາດ ສສ ຫວຽດນາມ ໃຫ້ການຊ່ວຍ ເຫຼືອ), ໄດ້ຄົ້ນຄວ້າຂຽນປີ 2019 ແລະ ສໍາເລັດໃນປີ 2020 ລວມ ມີ 3 ພາກ, 111 ໜ້າ ປະກອບ ມີແຜນທີ່ ແລະ ແຜນຮ່າງ. ຜົນສໍາເລັດດັ່ງກ່າວ ເປັນຜະ ລິດຕະພັນທີ່ສໍາຄັນຂອງການຄົ້ນ ຄວ້າວິທະຍາສາດ-ປະຫວັດສາດ ການທະຫານໃນໄລຍະໃໝ່ ເຊິ່ງ ໄດ້ຈັດພິມເປັນປື້ມສົມບູນມອບ ໃຫ້ກະຊວງປ້ອງກັນປະເທດ, ເພື່ອ ເປັນພື້ນຖານບ່ອນອີງໃຫ້ນາຍທະ ຫານກອງທັບປະຊາຊົນລາວ ກໍຄື ສະຖາບັນການຄົ້ນຄວ້າ, ບັນດາ ວິທະຍາຄານ, ໂຮງຮຽນໃນກອງ ທັບ ໄດ້ໝູນໃຊ້ເຂົ້າໃນການສິດ ສອນສຶກສາອົບຮົມໃຫ້ພະນັກ ງານ-ນັກຮົບຮັບຮູ້ເຊື່ອມຊຶມ, ທັງ ເປັນພື້ນຖານບ່ອນອີງໃຫ້ແກ່ການ ປັບປຸງແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານຂອງພັກໃນໄລຍະ ໃໝ່. ຈາກນັ້ນ, ກໍໄດ້ລົງນາມເຊັນບົດ ບັນທຶກມອບ-ຮັບ ລະຫວ່າງ ສະ ຫາຍ ພົນຈັດຕະວາ ວຽງໄຊ ສົມ ວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ປະທານວິທະຍາສາດ-ປະຫວັດສາດ ການທະຫານ ກະ ຊວງປ້ອງກັນປະເທດ ແລະ ມີ ພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ໂດຍ: ນາງ ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ