ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສະກັດກັ້ນພະຍາດໂຄວິດ-19 ຢູ່ແຂວງວຽງຈັນ
ເວລາອອກຂ່າວ: 2021-08-02 08:17:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:



ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມຄະນະ ໄດ້ ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊີ້ນໍາການປ້ອງກັນ, ສະກັດ ກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ຢູ່ເມືອງໝື່ນ ແລະ ເມືອງຊະນະຄາມ ແຂວງ ວຽງຈັນ ໃນວັນທີ 31 ກໍລະກົດ ນີ້, ຢູ່ທີ່ຫ້ອງວ່າການປົກຄອງ ເມືອງຊະນະຄາມ ໂດຍມີ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການ ສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງໆວຽງຈັນ, ມີບັນດາທ່ານ ຄະນະນໍາຂອງແຂວງ, ຄະນະນໍາ ສອງກອງບັນຊາການທະຫານ, ຕໍາຫຼວດແຂວງ, ເຈົ້າເມືອງໆຊະນະຄາມ, ເມືອງໝື່ນ, ຄະນະຮັບ ຜິດຊອບປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພູວົງ ບຸນຊູ ຮອງເຈົ້າ ແຂວງ, ຫົວໜ້າຄະນະສະເພາະ ກິດເພື່ອປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແຂວງວຽງຈັນ ໃຫ້ ຮູ້ວ່າ: ນັບແຕ່ມີການລະບາດ ຂອງພະຍາດໂຄວິດ-19 ຮອບ 1 ແລະ 2 ແຂວງວຽງຈັນ ໄດ້ຮັບ ເອົາແຮງງານທີ່ກັບມາຈາກປະເທດເພື່ອນບ້ານທັງໝົດ 4.950 ຄົນ, ໃນນີ້ ກັກຕົວຢູ່ສູນ 3.566 ຄົນ, ກັກຕົວຢູ່ບ້ານ 1.370 ຄົນ, ກັກຕົວຢູ່ໂຮງແຮມ 3 ຄົນ ແລະ ກັກຕົວຢູ່ຖຽງນາ 11 ຄົນ. ມາ ຮອດວັນທີ 30 ກໍລະກົດ 2021 ທົ່ວແຂວງຍັງມີສູນກັກກັນແຮງ ງານ 6 ແຫ່ງ, ມີຜູ້ຖືກກັກກັນ 91 ຄົນຄື: ສູນເມືອງໂພນ ໂຮງ 15 ຄົນ, ເມືອງເຟືອງ 7 ຄົນ, ເມືອງໝື່ນ 23 ຄົນ, ເມືອງທຸລະ ຄົມ 8 ຄົນ ແລະ ເມືອງຊະນະຄາມ 38 ຄົນ. ໄດ້ກະກຽມສະຖານທີ່ປິ່ນປົວ ຜູ້ຕິດເຊື້ອໄວ້ 14 ຕຽງ ຢູ່ໂຮງ ຮຽນການແພດ, ໄດ້ປະສານສົມ ທົບກັບໂຮງໝໍທະຫານ ແຂວງ ເພື່ອກະກຽມຮອງຮັບໄດ້ອີກ 7 ຕຽງ, ໄດ້ປັບປຸງສູນປິ່ນປົວ ຜູ້ຕິດຢາເສບຕິດເມືອງໂພນ ໂຮງເປັນສະຖານທີ່ປິ່ນປົວຜູ້ຕິດ ເຊື້ອສາມາດຮັບຮອງໄດ້ 60 ຕຽງ. ສັງລວມແລ້ວນັບແຕ່ທ້າຍ ເດືອນມັງກອນຫາວັນທີ 30 ກໍ ລະກົດນີ້ ທົ່ວແຂວງສາມາດ ເກັບຕົວຢ່າງໄປກວດວິເຄາະໄດ້ ທັງໝົດ 4.448 ຄົນ, ມີຜູ້ຕິດ ເຊື້ອສະສົມທັງໝົດ 68 ຄົນ, ເຊິ່ງ ສາມາດປິ່ນປົວຫາຍດີທັງໝົດ. ດ້ານການສັກຢາວັກຊີນ, ໃນ ປີ 2021 ແຂວງວຽງຈັນ ມີກຸ່ມ ເປົ້າໝາຍເກນອາຍຸແຕ່ 18-60 ປີ ທີ່ຕ້ອງຮັບວັກຊີນໃນງວດທີ 1 ຈຳ ນວນ 45.300 ຄົນ, ແຕ່ມາຮອດ ປັດຈຸບັນທົ່ວແຂວງສາມາດສັກ ວັກຊີນເຂັມທີ 1 ໄດ້ ແລ້ວ 46.595 ຄົນ ເທົ່າກັບ 102,8% ຂອງເປົ້າ ໝາຍ, ເຂັມທີ 2 ໄດ້ 45.777 ຄົນ ເທົ່າກັບ 101% ກວມເອົາ 23% ຂອງຜົນລະເມືອງທີ່ມີເງື່ອນໄຂ ສັກຢາທັງໝົດ. ປັດຈຸບັນໄດ້ເລີ່ມ ສັກວັກຊີນ ຈອນສັນແອນຈອນສັນ ໃຫ້ກຸ່ມ ເປົ້າໝາຍ 60 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈຳຕົວແຕ່ ວັນທີ 26-30 ກໍລະກົດ ສັກໄດ້ ທັງໝົດ 35.900 ຄົນ. ຈາກນັ້ນ, ຄະນະສະເພາະກິດ ຕ້ານພະຍາດ ໂຄວິດ-19 ຂອງ ເມືອງຊະນະຄາມ ແລະ ເມືອງໝື່ນ ກໍໄດ້ລາຍງານສະພາບໂດຍລວມພາຍໃນເມືອງ, ຄວາມເອົາໃຈໃສ່ ໃນການປະຕິບັດມາດຕະການ ປ້ອງກັນ ແລະ ການກະກຽມ ຄວາມພ້ອມດ້ານສະຖານທີ່ຮອງ ຮັບການກັກກັນ ລວມທັງຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກດ້ານ ຕ່າງໆໃຫ້ທ່ານຮອງນາຍົກລັດ ຖະມົນຕີ ພ້ອມຄະນະຮັບຊາບ. ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີ ຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຫຼາຍບັນຫາທີ່ສໍາຄັນຕໍ່ຄະນະນໍາ ຂອງແຂວງ, ຂອງເມືອງກໍຄືຄະ ນະສະເພາະຂັ້ນຕ່າງໆໃຫ້ສືບຕໍ່ປະຕິບັດມາດຕະການຕ່າງໆທີ່ ລັດຖະບານວາງອອກຢ່າງເຂັ້ມ ງວດ, ເພີ່ມທະວີການສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດຕໍ່ປະຊາຊົນບັນດາເຜົ່າ ກໍຄື ແຮງງານລາວທີ່ມາຈາກປະເທດ ເພື່ອນບ້ານຕິດພັນກັບການໂຄສະ ນາຄວາມອັນຕະລາຍຂອງພະ ຍາດໂຄວິດ-19 ເຮັດໃຫ້ປະຊາຊົນຮັບຮູ້ເຖິງຄວາມເປັນຫ່ວງ, ເປັນໄຍຂອງພັກ-ລັດຖະບານ ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັນພະຍາດໂຄວິດ-19 ຢ່າງກວ້າງຂວາງ, ກະກຽມສະ ຖານທີ່ກັກກັນໃຫ້ພຽງພໍ ແລະ ມີການແຍກບັນດາບຸກຄົນທີ່ມີ ຄວາມສ່ຽງ, ເອົາໃຈໃສ່ຕິດຕາມ, ປ້ອງກັນເວນຍາມບໍລິເວນລຽບແຄມແມ່ນໍ້າຂອງເພື່ອສະກັດກັ້ນ ການລັກລອບເຂົ້າເມືອງແບບ ຜິດກົດໝາຍເຊີ່ງຈະນໍາມາສູ່ການ ແຜ່ລະບາດຂອງພະຍາດ, ອົງ ການຈັດຕັ້ງແຕ່ລະຂັ້ນຕ້ອງໄດ້ ປະສານສົມທົບກັນພ້ອມທັງແລກ ປ່ຽນຂໍ້ມູນຂ່າວສານ ແລະ ຖືເອົາ ວຽກງານປ້ອງກັນພະຍາດນີ້ເປັນ ສະໜາມຮົບໜຶ່ງສໍາຄັນທີ່ຕ້ອງ ເອົາຊະນະໃຫ້ໄດ້ ຈາກນັ້ນກໍໄດ້ ມອບເຄື່ອງຮັບໃຊ້ເຂົ້າໃນການ ປ້ອງກັນພະຍາດໃຫ້ຄະນະສະ ເພາະກິດແຂວງວຽງຈັນ, ເມືອງ ຊະນະຄາມ ແລະ ເມືອງໝື່ນ. ໂອກາດດັ່ງກ່າວ, ທ່ານ ຮອງ ນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ຢ້ຽມຢາມ, ໂອ້ລົມ ແລະ ໃຫ້ກໍາລັງໃຈພະນັກງານຢູ່ດ່ານ ປະເພນີຊະນະຄາມ, ດ່ານບ້ານ ວັງ, ໃຫ້ກໍາລັງໃຈແຮງງານທີ່ຈໍາ ກັດບໍລິເວນຢູ່ສະຖານທີ່ກັກກັນ ຕ່າງໆຂອງເມືອງຊະນະຄາມ. ຂ່າວແຈ້ງຕື່ມວ່າ: ໃນວັນ ດຽວ ກັນນັ້ນ, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ພ້ອມຄະນະ ຍັງໄດ້ເຄື່ອນໄຫວກວດກາ ແລະ ຊີ້ ນໍາການປ້ອງກັນພະຍາດໂຄວິດ- 19 ຢູ່ສູນກັກກັນຂອງເມືອງໄຊທາ ນີ ນະຄອນຫຼວງວຽງຈັນ ທີ່ໂຮງ ຮຽນມັດທະຍົມສົມບູນໂຄກສີ ວິໄລ ແລະ ສະໜາມກີລາແຫ່ງ ຊາດ ຫຼັກ16 ເຊິ່ງທາງສູນກໍໄດ້ ລາຍງານສະພາບການຕິດເຊື້ອ, ທິດທາງແຜນການຮັບມືກັບການ ລະບາດ ແລະ ບັນດາມາດຕະການ ປ້ອງກັນຕ່າງໆ ເຊິ່ງທ່ານຮອງນາ ຍົກກໍໄດ້ໃຫ້ທິດຊີ້ນໍາໃຫ້ສູນດັ່ງ ກ່າວເອົາໃຈໃສ່ເຊັ່ນດຽວກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ