ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງໄຊສົມບູນ ສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານ
ເວລາອອກຂ່າວ: 2021-08-02 08:40:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ສະຫຼຸບຕີ ລາຄາການນໍາພາວຽກງານ ຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021 ໃນວັນທີ 28 ກໍລະກົດ 2021, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ກໍາມະການຄະ ນະປະຈໍາພັກແຂວງ ເລຂາຄະນະ ພັກ ຫົວໜ້າການທະຫານ ກອງ ບັນຊາການທະຫານແຂວງໄຊ ສົມບູນ, ມີຄະນະພັກ-ຄະນະບັນ ຊາ ອົງການ 5 ຫ້ອງ, 5 ກອງບັນ ຊາການທະຫານເມືອງ, ກອງພັນ, ກອງຮ້ອຍເອກະລາດ ແລະ ພາ ນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ສຸດໃຈ ເຈີບົວແພງ ຫົວໜ້າຫ້ອງການ ເມືອງ ໄດ້ຜ່ານບົດສະຫຼຸບຕີລາ ຄາການນໍາພາວຽກງານຮອບ ດ້ານ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2021 ໂດຍໄດ້ຍົກໃຫ້ເຫັນບັນດາຜົນ ງານ ແລະ ບົດຮຽນທີ່ຖອດຖອນ ໄດ້, ເຊິ່ງສາມາດສ້າງໄດ້ຜົນງານ ອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນ ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ພະ ນັກງານນາຍ ແລະ ພົນທະຫານ ພາຍໃນກົມກອງ ມີແນວຄິດການ ເມືອງໜັກແໜ້ນ-ເຂັ້ມແຂງ, ມີ ຄວາມສາມັກຄີເປັນເອກະພາບ, ມີຄວາມຮັບຜິດຊອບສູງ ເຮັດ ສໍາເລັດໜ້າທີ່ຕາມການມອບ ໝາຍ; ເພື່ອເປັນການຕິດຕາມ ກວດກາຊຸກຍູ້ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຕັ້ງໜ້າຜັນຂະຫຍາຍບັນດາມະ ຕິຂອງສູນກາງພັກ; ມະຕິຂອງ ອົງຄະນະພັກແຕ່ລະຂັ້ນວາງ ອອກ; ລົງສູ່ວຽກງານຕົວຈິງໃຫ້ມີຜົນສໍາເລັດເປັນກ້າວໆ, ເຮັດໃຫ້ສະພາບການຕາມບໍລິ ເວນຊາຍແດນ ກໍຄືພາຍໃນ ແຂວງໄຊສົມບູນ ມີຄວາມສະ ຫງົບປອດໄພໂດຍພື້ນຖານ. ໄປ ພ້ອມໆກັບການປັບປຸງກໍ່ສ້າງ ກໍາລັງໃຫ້ມີທັງປະລິມານ ແລະ ຄຸນນະພາບ ຮັບປະກັນການກຽມ ພ້ອມສູ້ຮົບສູງ. ກອງປະຊຸມ ຍັງໄດ້ຜ່ານຂໍ້ ຕົກລົງຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍ ການແຕ່ງຕັ້ງສັບ ຊ້ອນໜ້າທີ່ ແລະ ປະກາດເລື່ອນ ຊັ້ນໃຫ້ນາຍທະຫານຈໍານວນ ໜຶ່ງ; ພ້ອມທັງຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍ ການປະດັບຫຼຽນໄຊພິລະອາດ ຫານ ຊັ້ນ III ໃຫ້ແກ່ບຸນຄົນຜູ້ທີ່ ມີຜົນງານດີເດັ່ນ ໃນການປະ ກອບສ່ວນຢ່າງຕັ້ງໜ້າໃນພະ ລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ກໍຄືການ ຈັດຕັ້ງພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ