ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 986 ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-08-02 08:45:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ໃນວັນທີ 29 ກໍລະກົດ 2021 ນີ້, ກອງພັນ 986 ໄດ້ຈັດ ຕັ້ງເຊື່ອມຊຶມມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນ ຈັດຕະວາ ວົງແກ້ວ ວົງພິລາ ຄະ ນະພັກກົມໃຫຍ່ເສນາທິການ ຫົວ ໜ້າກົມປືນໃຫຍ່, ມີຄະນະພັກ-ຄະ ນະບັນຊາ-ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍພະ ນັກງານຫຼັກແຫຼ່ງໃນກອງພັນ 986 ເຂົ້າຮ່ວມ. ສໍາລັບເນື້ອໃນເອກະສານ ໄດ້ເຜີຍແຜ່ເຊື່ອມຊຶມກ່ຽວກັບ ຄໍາສັ່ງ ວ່າດ້ວຍ ການຈັດຕັ້ງເຊື່ອມ ຊຶມ ແລະ ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິ ວ່າດ້ວຍ ການຍົກສູງຄຸນນະພາບວຽກ ງານການເມືອງ-ແນວຄິດໃນໄລ ຍະໃໝ່, ບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ X, ການຈັດຕັ້ງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກປະຊາ ຊົນປະຕິວັດລາວ, ມະຕິ ວ່າດ້ວຍ ການເພີ່ມທະວີການນໍາພາຂອງ ພັກຕໍ່ວຽກງານວັດທະນະທໍາໃນ ໄລຍະໃໝ່, ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄໍາແນະ ນໍາກ່ຽວກັບການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິ ວັດລາວ ສະໄໝທີ XI , ບົດລາຍ ງານຂອງຄະນະບໍລິຫານງານ ສູນກາງພັກ ກ່ຽວກັບການປັບປຸງ ດັດແປງກົດລະບຽບພັກປະຊາ ຊົນປະຕິວັດລາວ ຕໍ່ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການຄຸ້ມຄອງນາຍ ແລະ ພົນທະ ຫານທີ່ໄດ້ຮັບນະໂຍບາຍອຸດໜູນ ບໍານານ, ເສຍອົງຄະຍ້ອນການ ສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ດໍາ ລັດ ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ, ຍຸດທະ ສາດ ແລະ ແຜນປະຕິບັດງານ ແຫ່ງຊາດ ເພື່ອຄົນພິການ ພ້ອມ ນີ້, ກໍໄດ້ປາຖະກະຖາວັນຄ້າຍວັນ ເກີດປະທານ ສຸພານຸວົງ ຄົບຮອບ 112 ປີ ແລະ ວັນເຊັນສົນທິສັນ ຍາມິດຕະພາບ-ການຮ່ວມມື ແລະ ວັນ ສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ. ການຈັດຕັ້ງ ເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານດັ່ງກ່າວ, ເປັນການດໍາເນີນ ຊີວິດການເມືອງພາຍໃນກົມກອງ ແນໃສ່ເຮັດໃຫ້ພະນັກງານ-ນັກ ຮົບ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າ ໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນ ແລະ ວຽກງານຈຸດສຸມທີ່ມະຕິກອງ ປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງ ພັກ ໄດ້ກຳນົດໄວ້ເພື່ອພ້ອມກັນ ຫັນເປັນແຜນງານໂຄງການອັນ ລະອຽດ ຈັດຕັ້ງປະຕິບັດເຂົ້າສູ່ ວຽກງານຕົວຈິງໃຫ້ໄດ້ຮັບໝາກ ຜົນສູງ. ໂອກາດດັ່ງກ່າວ ຍັງໄດ້ມອບ ໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ໃຫ້ບັນດາໜ່ວຍ ພັກທີ່ຂຶ້ນກັບຄະນະພັກຮາກຖານ ກອງພັນ 986 ໃນນັ້ນ ມີໜ່ວຍພັກ ກອງຮ້ອຍ 1, ໜ່ວຍພັກກອງຮ້ອຍ 2, ໜ່ວຍພັກກອງຮ້ອຍ 3, ໜ່ວຍ ພັກກອງຮ້ອຍ 4 ແລະ ໜ່ວຍພັກ ສໍານັກງານ ແຕ່ລະໜ່ວຍພັກ ໄດ້ຮັບການຢັ້ງຢືນເປັນ ສະໄໝ ທີ II. ໂດຍ: ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ