ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວາງສີລາລຶກໂຄງການກໍ່ສ້າງສາງຍຸດໂທ ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2021-08-03 08:22:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ໃນວັນທີ 29 ກໍລະກົດ 2021 ນີ້, ກອງບັນຊາການທະຫານ ແຂວງໄຊຍະບູລີ ຮ່ວມກັບບໍລິສັດ 705 ກອງບັນຊາການທະຫານ ເຂດ 2 ກອງທັບປະຊາຊົນຫວຽດ ນາມໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງສາງຍຸດໂທຂອງກອງບັນຊາການທະຫານແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ກູດ ພົມມາ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາ ການທະຫານແຂວງໄຊຍະບູລີ, ມີສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຄະນະປະຈຳພັກ ແຂວງ ຫົວໜ້າການເມືອງ ກອງ ບັນຊາການທະຫານແຂວງ, ສະ ຫາຍ ພັນເອກ ຫງວຽນ ວັນບາວ ຜູ້ອຳນວຍການບໍລິສັດ 705 ກອງ ບັນຊາການທະຫານເຂດ 2 ກອງ ທັບປະຊາຊົນຫວຽດນາມ ຜູ້ຮັບ ເໝົາກໍ່ສ້າງ, ມີຄະນະພັກ-ຄະນະ ບັນຊາ 5 ຫ້ອງ, ພ້ອມດ້ວຍພະນັກ ງານທີ່ກ້ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ໂຄງການກໍ່ສ້າງສາງຍຸດໂທ ຂອງກອງບັນຊາການທະຫານ ແຂວງໄຊຍະບູລີ ເຊິ່ງມີຂະໜາດ ລວງກວ້າງ 8,5 x 20 ເເມັດ, ຝາກໍ່ດ້ວຍດິນຈີ່, ເທພຶ້ນຄອນກີດ ເສີມເຫຼັກ, ຫຼັງຄາມຸ້ງດ້ວຍແຜ່ນ ສັງກະສີລວມມູນຄ່າ ໃນການກໍ່ ສ້າງທັງ ໝົດ 2 ຕື້ 800 ລ້ານ ດົງ (ສະກຸນເງິນຫວຽດ) ເຊິ່ງແມ່ນ ທຶນຊ່ວຍເຫຼືອຂອງກອງບັນຊາ ການທະຫານເຂດ 2 ກອງທັບ ປະຊາຊົນຫວຽດນາມ ແລະ ມອບ ໃຫ້ບໍລິສັດ 705 ເປັນຜູ້ຮັບເໝົາ ກໍ່ສ້າງ, ໂຄງການດັ່ງກ່າວແມ່ນ ໄດ້ອີງຕາມແນວທາງນະໂຍບາຍ ຂອງກອງບັນຊາການທະຫານ ເຂດ 2 ກອງທັບປະຊາຊົນຫວຽດ ນາມ ຮ່ວມກັບ ກອງບັນຊາການ ທະຫານແຂວງໄຊຍະບູລີ ທີ່ເຄີຍ ມີມູນເຊື້ອຄວາມສາມັກຄີ ແລະ ສາຍພົວພັນໃນການຮ່ວມມືແບບ ພິເສດ ລະຫວ່າງ ສອງພັກ, ສອງ ລັດ, ສອງກອງທັບ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ມາແຕ່ດົນນານ ໂດຍສະເພາະ ແມ່ນການຮ່ວມມືລະຫວ່າງກອງ ບັນຊາການທະຫານແຂວງໄຊ ຍະບູລີ ກັບກອງບັນຊາການທະ ຫານເຂດ 2 ແລະບໍລິສັດ 705 ໃຫ້ມີຄວາມສາມັກຄີ ແລະ ມີການ ພົວພັນເຕີບໃຫຍ່ເຂັ້ມແຂງຍິ່ງໆ ຂຶ້ນ. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ