ກທອ ອວຍພອນທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ
ເວລາອອກຂ່າວ: 2021-08-04 08:39:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1272 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2021, ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ (ກທອ) ພ້ອມດ້ວຍຄະນະ ໄດ້ເຂົ້າ ອວຍພອນທີ່ປຶກສາທູດຝ່າຍ ປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 94 ປີ(1 ສິງຫາ 1927-1 ສິງຫາ 2021) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ(4 ພຶດ
ສະພາ 1961-4 ພຶດສະພາ 2021), ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ພິເສດ ຫຼີ່ປີງ ຫົວໜ້າຫ້ອງການທີ່ປືກ ສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈໍາລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນ ຈັດຕະວາ ພູຫຼວງ
ບົວພະຈັນ ໄດ້ຕາງໜ້າໃຫ້ພະນັກ
ງານ-ນັກຮົບ ທົ່ວກອງບັນຊາການ
ທະຫານອາກາດນໍາເອົາຄວາມ ຢ້ຽມຢາມຖາມຂ່າວ ແລະ ຄໍາ ອວຍພອນອັນ ປະເສີດມາຍັງ ສະຫາຍທີ່ປຶກສາທູດຝ່າຍປ້ອງ ກັນຊາດ ສປ ຈີນ ກໍຄືປະຊາຊົນ ຊາວຈີນທຸກທົ່ວໜ້າ ແລະ ຝາກ ຄວາມຢື້ຢາມຖາມ-ຂ່າວໄປຍັງ ການນຳພັກ-ລັດ ແລະ ການນຳ ກະຊວງປ້ອງກັນປະເທດ ສປ ຈີນ
ປະຈໍາ ສປປ ລາວ ຈົ່ງມີ ສຸຂະພາບ
ເຂັ້ມແຂງປະສົບຜົນສໍາເລັດໃນ ໜ້າທີ່ວຽກງານອັນມີກຽດຂອງ ບັນດາສະຫາຍ, ພ້ອມກັນສືບ ຕໍ່ຮັກສາມູນເຊື້ອຄວາມສາມັກ ຄີປອງດອງອັນດີງາມຂອງ ສອງພັກ, ສອງລັດ, ກໍຄືສາຍພົວ ພັນຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຈີນ, ຈີນ-ລາວໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ສະຫາຍ ພັນເອກ ພິເສດ ຫຼີ່ປີງ
ກໍໄດ້ກ່າວສະແດງຄວາມຂອບ ໃຈຕໍ່ຄະນະພັກ-ຄະນະບັນຊາ ກທອ ພ້ອມດ້ວຍພະນັກງານ-ນັກຮົບທົ່ວອົງການກອງບັນຊາ ການ, ເຊິ່ງຍາມໃດກໍໃຫ້ຄວາມ ຫ່ວງໃຍຢື້ຢາມຖາມ-ຂ່າວ ແລະ ພ້ອມກັນປຶກສາຫາລືແລກປ່ຽນ ຖອດຖອນບົດຮຽນຮ່ວມກັນທັງ ເປັນການເພີ່ມທະວີຮັດແໜ້ນ ສາຍພົວພັນໄມຕີຈິດມິດຕະພາບ ອັນເລິກເຊິ່ງທີ່ດີຕໍ່ກັນ ແລະ ຮ່ວມມືກັນລະຫວ່າງສອງຊາດ, ສອງກອງທັບໃຫ້ນັບມືຂະຫຍາຍ ຕົວແໜ້ນແຟ້ນຍິ່ງໆຂຶ້ນ.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















