ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມໃຫຍ່ພະລາທິການກອງທັບ ແລະ ບໍລິສັດ ພາວເວີໄຊນາ
ເວລາອອກຂ່າວ: 2021-08-04 08:52:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1162 | ຄວາມນິຍົມ: ![]()
ວັນທີ 29 ກໍລະກົດ 2021, ກົມໃຫຍ່ພະລາທິການກອງທັບ ແລະ ບໍລິສັດພາວເວີໄຊນາ (ລາວ) ຈຳກັດຜູ້ດຽວ ໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປັບປຸງພັດ ທະນາພື້ນຖານໂຄງລ່າງຂອງ ເຫຼົ່າຮົບເສນາຮັກ, ກົມໃຫຍ່ພະລາ ທິການກອງທັບ ເຊິ່ງຕາງໜ້າ ໂດຍ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກ ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ຕາງໜ້າ ບໍລິສັດ ພາວເວີໄຊນາ (ລາວ) ຈຳກັດຜູ້
ດຽວ ໂດຍແມ່ນ ທ່ານ ຫົວນານ ຮອງປະທານບໍລິສັດ ພາວເວີໄຊ ນາ (ລາວ) ຈຳກັດຜູ້ດຽວ, ຊ່ອງ
ໜ້າໂດຍກົມເສນາຮັກ, ໂຮງໝໍ ສູນກາງ 103 ກອງທັບ, ວິທະຍາຄານການແພດກອງທັບ, ສະຖາ ບັນອະນາໄມ ແລະ ສົ່ງເສີມສຸຂະ ພາບກອງທັບ, ສະຖາບັນການ ຢາ-ການແພດພື້ນເມືອງກອງທັບ ແລະບັນດາກົມກອງອ້ອມຂ້າງ ເຂົ້າຮ່ວມ.
ໂຄງການປັບປຸງພັດທະນາພື້ນ ຖານໂຄງລ່າງຂອງເຫຼົ່າຮົບເສ ນາຮັກກອງທັບ ກວມເອົາ 4 ໂຄງ
ການໃຫຍ່ທີ່ນອນຢູ່ໃນຂອບເຂດ ສິດການອະນຸຍາດຂອງກະຊວງ ປ້ອງກັນປະເທດ; ຈຸດປະສົງເພື່ອ ສ້າງພື້ນຖານໂຄງລ່າງ ແລະ ໂຮງໝໍຂອງວິທະຍາຄານການ ແພດກອງທັບ, ສ້າງພື້ນຖານໂຄງ
ລ່າງສູນວິໄຈພະຍາດເຂດຮ້ອນ ຂອງກອງທັບ, ປັບປຸງພື້ນຖານ ໂຄງລ່າງ ແລະ ອຸປະກອນການ ແພດຂອງໂຮງໝໍສູນກາງ 103 ກອງທັບ, ພັດທະນາສູນກວດກາ ສຸຂະພາບຂອງການແພດກອງ ທັບທີ່ໂຮງໝໍສູນກາງ 103 ກອງ ທັບ ແລະໂຄງການຕິດພັນອື່ນໆທີ່ເປັນປະໂຫຍດແກ່ທັງສອງຝ່າຍ ເຊິ່ງໂຄງການດັ່ງກ່າວນີ້ ຈະເປັນ ສ່ວນໜຶ່ງໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ.
ໂດຍ: ຊີເລົ່າ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















