ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຊຸກຍູ້ວຽກງານການຕ້ານພະຍາດໂຄວິດ-19 ຢູ່ກອງພົນທີ 5
ເວລາອອກຂ່າວ: 2021-08-05 08:48:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 881 | ຄວາມນິຍົມ:



ວັນທີ 31 ກໍລະກົດ 2021 ນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະ ປະຈຳພັກກະຊວງປ້ອງກັນປະ ເທດ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ສະຫາຍ ພົນຈັດ ຕະວາ ຄຳແພງ ພູມມາແກ້ວ ຫົວ ໜ້າກົມເສນາຮັກ ກົມໃຫຍ່ພະລາ ທິການກອງທັບ ຄະນະສະເພາະ ກິດຕ້ານ ແລະ ສະກັດກັ້ນການແຜ່ ລະບາດຂອງເຊື້ອພະຍາດໂຄວິດ- 19 ກະຊວງປ້ອງກັນປະເທດ ໄດ້ ເຄື່ອນໄຫວຊຸກຍູ້ການຕ້ານພະຍາດກອງພົນທີ 5, ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ອຸດອນ ພົມ ມະໄຊ ຫົວໜ້າຫ້ອງພະລາທິການ ກອງພົນທີ 5 ພ້ອມດ້ວຍຄະນະ ພັກ-ຄະນະບັນຊາ ຈາກໂຮງໝໍ ກອງພົນທີ 5 ໃຫ້ການຕ້ອນຮັບ. ສະຫາຍຫົວໜ້າຫ້ອງພະລາ ທິການ ກອງພົນທີ 5 ໄດ້ລາຍ ຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານ ການແຜ່ລະບາດຂອງເຊື້ອພະ ຍາດໂຄວິດ-19 ໄລຍະຜ່ານມາ ໃນນີ້, ຄະນະພັກ-ຄະນະບັນຊາ ກອງພົນທີ 5 ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງຄະນະສະເພາະກິດ ລົງກວດກາຕິດຕາມສຸຂະພາບ ຂອງນາຍ ແລະ ພົນທະຫານໃນ ທົ່ວກອງພົນທີ 5 ພ້ອມທັງລົງ ໂຄສະນາກ່ຽວກັບຜົນຮ້າຍຂອງ ເຊື້ອພະຍາດໂຄວິດ-19 ແລະ ວິທີ ການປ້ອງກັນ ຈາກນັ້ນ, ຍັງໄດ້ ລົງປະສານສົມທົບກັບເຈົ້າທີ່ ປ້ອງກັນຄວາມສະຫງົບອຳນາດ ການປົກຄອງທ້ອງຖິ່ນຕັ້ງດ່ານ ກວດກາບຸກຄົນເຂົ້າ-ອອກພາຍ ໃນແຂວງຈຳປາສັກ ໃນໄລຍະ ການແຜ່ລະບາດຂອງເຊື້ອພະ ຍາດໂຄວິດ-19 ໃນທ້າຍເດືອນ ເມສາ 2021 ເປັນຕົ້ນມາຮອດ ປະຈຸບັນຍັງສືບຕໍ່ຊີ້ນຳໃຫ້ພະ ແນກເສນາຮັກປະສານສົມທົບ ກັບໂຮງໝໍກອງພົນທີ 5 ລົງ ກວດກາສຸຂະພາບ ແລະ ລົງສັກ ຢາວັກຊີນ ໃຫ້ນາຍ ແລະ ພົນທະ ຫານປະຈຸບັນທົ່ວກອງພົນທີ 5 ສາມາດສັກຢາວັກຊິນໃຫ້ນາຍ ແລະ ພົນທະຫານ ໄດ້ 40% ຢາທີ່ນຳມາສັກແມ່ນວັກຊີນ ຈອນສັນ ແອນ ຈອນສັນ ແລະ ຊີໂນຟາມ . ໂອກາດດັ່ງກ່າວ, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະພັກ - ຄະນະບັນຊາ ພະນັກງານແພດໝໍ ກອງພົນທີ 5 ທີ່ໄດ້ເອົາໃຈໃສ່ສຸມສະຕິປັນຍາ ເຫື່ອແຮງເຂົ້າໃນໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ ພ້ອມນັ້ນ, ສະຫາຍ ຍັງໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກ ງານແພດໝໍ-ນັກຮົບ ພາຍໃນກົມ ກອງໃຫ້ເປັນປົກກະຕິ ພ້ອມທັງ ລົງເຄື່ອນໄຫວໂຄສະນາກ່ຽວກັບ ຜົນຮ້າຍຂອງເຊື້ອພະຍາດໂຄ ວິດ-19 ທັງແນະນຳວີທີປ້ອງກັນ ພະຍາດດັ່ງກ່າວ. ໂອກາດດຽວ ກັນ, ສະຫາຍ ພ້ອມຄະນະ ຍັງໄດ້ ໄປຢ້ຽມຢາມ ກວດກາການປະ ຕິບັດໜ້າທີ່ຂອງແພດໝໍຢູ່ກອງ ພົນທີ 5 ຕື່ມອີກ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ