ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງປະທານາທິບໍດີ ສະມາພັນທະລັດສະວິດຢ້ຽມຢາມສູນຈຳກັດບໍລິເວນ ຫຼັກ 27
ເວລາອອກຂ່າວ: 2021-08-05 08:50:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 242 | ຄວາມນິຍົມ:



ຕອນບ່າຍວັນທີ 3 ສິງຫາ 2021 ນີ້, ທ່ານ ອິກນາຊີໂອ ກາດ ສິດ ຮອງປະທານາທິບໍດີ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງສະມາພັນທະລັດສະວິດ ໄດ້ເຄື່ອນໄຫວຢ້ຽມຢາມສູນຈໍາ ກັດບໍລິເວນຫຼັກ 27 ນະຄອນ ຫຼວງວຽງຈັນ, ເຊິ່ງໄດ້ຮັບການ ຕ້ອນຮັບໂດຍ ທ່ານ ດຣ ບຸນ ແຝງ ພູມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ສະ ຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ສະຫາຍ ພູທອນ ເມືອງປາກ ປະທານອົງການກາ ແດງລາວ, ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວສະແດງ ຄວາມຍີນດີຕ້ອນຮັບຢ່າງອົບ ອຸ່ນຕໍ່ ທ່ານ ກາດສິດສ, ເຊິ່ງບາງ ຕອນທ່ານ ກ່າວວ່າ: ໃນທ່າມກາງ ພະຍາດໂໂຄວິດ-19 ກໍາລັງລະ ບາດໄປທົ່ວໂລກ, ລາວເຮົາກໍເປັນ ໜຶ່ງໃນປະເທດທີ່ໄດ້ຮັບຜົນກະ ທົບໄປຕາມໆກັນ, ໃນນັ້ນ ຮ້າຍ ແຮງກວ່າໝູ່ແມ່ນການນໍາເຊື້ອພະ ຍາດເຂົ້າມາໂດຍແຮງງານລາວທີ່ມາຈາກຕ່າງປະເທດ. ທ່ານໄດ້ ສະແດງຄວາມຂອບໃຈມາຍັງລັດ ຖະບານ ກໍຄືປະຊາຊົນສະວິດທີ່ ເປັນຫ່ວງເປັນໄຍລັດຖະບານ ລາວ ກໍຄືປະຊາຊົນລາວ, ໃນໄລຍະ ຜ່ານມາລັດຖະບານສະວິດໄດ້ ຊ່ວຍເຫຼືອດ້ານສະບຽງອາຫານ ໂດຍຜ່ານອົງການອາຫານໂລກ ໃຫ້ແກ່ສູນຈໍາກັດບໍລິເວນ 7 ແຂວງໃນລາວເປັນຈໍານວນເງິນ 500.000 ສະວິດຝຣັ່ງ ພ້ອມຊຸດ ເຄື່ອງນຸ່ງອະນາໄມ ຈໍານວນ 1.000 ຊຸດໃຫ້ແກ່ແຮງງານລາວ ທີ່ມາພັກໄລຍະກັກໂຕໃນສູນຈໍາ ກັດບໍລິເວນ, ອີກເທື່ອໜຶ່ງຊ່ວຍ ເຫຼືອດ້ານສະບຽງອາຫານໃນ ຕົ້ນເດືອນກໍລະກົດທີ່ຜ່ານມາ ມູນຄ່າ 790.000 ໂດລາສະຫະ ລັດ, ເຊິ່ງການຊ່ວຍເຫຼືອຂອງລັດ ຖະບານສະວິດ ບໍ່ພຽງແຕ່ເປັນ ການບັນເທົາທຸກໃຫ້ ສປປ ລາວ ຂອງພວກເຮົາເທົ່ານັ້ນ, ມັນຍັງ ສະແດງໃຫ້ເຫັນເຖິງຄວາມສາ ມັກຄີແບບເພື່ອນມິດລະຫວ່າງ ສອງຊາດ ລາວ-ສະວິດ ອີກດ້ວຍ. ໂອກາດດັ່ງກ່າວ ສະຫາຍ ດຣ ນາງ ວັນເພັງ ພວງສາວະດີ ຮອງ ຫົວໜ້າກົມເສນາຮັກກະຊວງ ປ້ອງກັນປະເທດ ໄດ້ລາຍງານ ກ່ຽວກັບສູນຫຼັກ 27 ແລະ ການ ຈັດຕັ້ງປະຕິບັດ, ການຈັດຕັ້ງກວດ ຫາເຊື້ອພະຍາດ, ການຈັດການ ດ້ານເຄື່ອງນຸ່ງຫົ່ມ ແລະ ສະບຽງ ອາຫານ, ໂດຍນໍາເອົາທືນຮອນ ຊ່ວຍເຫຼືອຈາກຕ່າງປະເທດ, ບັນ ດາບໍລິສັດໃນລາວ ແລະ ຄອບ ຄົວພະນັກງານມາສົມທົບ, ສາ ມາດຮັບປະກັນໃຫ້ແຮງງານລາວ ໄດ້ກິນເຂົ້າມື້ລະ 3 ຄາບ. ນອກ ນັ້ນ, ເນື່ອງຈາກເຊື້ອພະຍາດນໍາ ເຂົ້ານັບມື້ເພີ່ມຂື້ນ, ກະຊວງປ້ອງ ກັນປະເທດກໍຄືລັດຖະບານລາວ ມີແຜນຈະເປີດໂຮງໝໍພາກສະ ໜາມທີ່ສູນຈໍາກັດບໍລິເວນຫຼັກ 27 ອີກຄັ້ງໃນໄວໆນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ