ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປິດຊຸດອົບຮົມວຽກງານພະລາທິການ-ເຕັກນິກ
ເວລາອອກຂ່າວ: 2021-08-05 08:56:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 176 | ຄວາມນິຍົມ:



ພິທີປິດຊຸດອົບຮົມ-ຫັດແອບ ວຽກງານພະລາທິການ-ເຕັກນິກ ໄລຍະສັ້ນ ປະຈໍາປີ 2021 ຂອງ ໂຮງຮຽນທິດສະດີການເມືອງ ກອງທັບ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2021 ນີ້, ພາຍຫຼັງທີ່ໄດ້ ດໍາເນີນມາເປັນເວລາ 7 ວັນ, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ຄໍາພູ ເພັດສັງຄາ ຄະນະ ພັກ-ຄະນະອໍານວຍການ ຫົວໜ້າ ຫ້ອງພະລາທິການ-ເຕັກນິກໂຮງ ຮຽນທິດສະດີການເມືອງກອງ ທັບ, ມີຄະນະຫ້ອງ, ຄະນະວິຊາ ຄູ, ຄະນະຮັບຜິດຊອບຊີ້ນໍາຊຸດອົບ ຮົມ ພ້ອມດ້ວຍນັກສໍາມະນາກອນ ເຂົ້າຮ່ວມ 100 ກວ່າສະຫາຍ. ພັນໂທ ບຸນທະນົງໄຊ ວໍລະ ສານ ຮອງຫົວໜ້າຫ້ອງພະລາທິ ການ-ເຕັກນິກ ໂຮງຮຽນທິດສະ ດີການເມືອງກອງທັບ ໄດ້ສະຫຼຸບ ຕີລາຄາຜົນໄດ້ຮັບຜ່ານການຈັດ ຕັ້ງອົບຮົມ-ຫັດແອບຕົວຈິງ ເຊິ່ງ ລວມມີ 8 ວິຊາຮຽນ, ມີຈໍານວນ ພົນເຂົ້າຮ່ວມອົບຮົມ 649 ເທື່ອ ຄົນ ເທົ່າກັບ 56 ຊົ່ວໂມງ, ໃນນັ້ນ, ວຽກງານເສນາ-ພະລາຂັ້ນເກັ່ງ ມີ 79 ສະຫາຍ ເທົ່າກັບ 91,86%, ກາງ 7 ສະຫາຍ ເທົ່າກັບ 8,13%; ວຽກງານອຸປະ ໂພກ- ບໍລິໂພກ ຂັ້ນເກັ່ງ 75 ສະຫາຍ ເທົ່າກັບ 89,28%, ກາງ 9 ສະຫາຍ ເທົ່າ ກັບ 10,71%; ວຽກງານເສນາ ຮັກຂັ້ນເກັ່ງ 76 ສະຫາຍເທົ່າ ກັບ 91,56%, ກາງ 7 ສະຫາຍ ເທົ່າກັບ 8,43%; ວຽກງານ ຂົນສົ່ງ ຂັ້ນເກັ່ງ 71 ສະຫາຍ ເທົ່າກັບ 89,87%, ກາງ 8 ສະຫາຍ ເທົ່າກັບ 10,12%; ວຽກງານເຊື້ອໄຟ ຂັ້ນເກັ່ງ 80 ສະຫາຍ ເທົ່າກັບ 91,95%, ກາງ 7 ສະຫາຍ ເທົ່າກັບ 8,04%; ວຽກງານເຕັກນິກ-ຄຸ້ມຄອງພາ ຫະນະ ຂັ້ນເກັ່ງ 74 ສະຫາຍເທົ່າ ກັບ 90,24%, ກາງ 8 ສະຫາຍ ເທົ່າກັບ 9,75 %; ວຽກງານກໍ່ ສ້າງ-ຄຸ້ມຄອງຊັບສິນຂັ້ນເກັ່ງ 66 ສະຫາຍ ເທົ່າກັບ 89,18%, ກາງ 8 ສະຫາຍ ເທົ່າກັບ 10,81% ແລະ ວຽກງານຜະລິດກະສິກໍາ ຂັ້ນເກັ່ງ 66 ສະຫາຍ ເທົ່າກັບ 89,18%, ກາງ 8 ສະຫາຍເທົ່າ ກັບ 10,81%. ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ຄໍາພູ ເພັດສັງຄາໄດ້ ມີຄໍາເຫັນໂອ້ລົມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບຊຸດອົບຮົມ ແລະ ນັກສໍາມະນາກອນທຸກ ສະຫາຍທີ່ໄດ້ພ້ອມກັນເຮັດສໍາ ເລັດໜ້າທີ່ຕາມການແຕ່ງຕັ້ງ ມອບໝາຍດ້ວຍຄວາມຮັບຜິດ ຊອບສູງ ພ້ອມທັງເນັ້ນໜັກໃຫ້ ນັກສໍາມະນາກອນແຕ່ລະສະຫາຍ ຈົ່ງພ້ອມກັນນໍາເອົາຄວາມຮູ້ ຈາກເນື້ອໃນທິດສະດີຫຼັກການ ທີ່ໄດ້ຮຽນມາ ໄປໝູນໃຊ້ເຂົ້າ ໃນວຽກງານວິຊາສະເພາະຕົວ ຈິງຖືກຕ້ອງສອດຄ່ອງ ແລະ ແທດເໝາະກັບສະພາບຂອງ ກົມກອງຮັບປະກັນທາງດ້ານ ວຽກງານພະລາທິການ-ເຕັກນິກ ໃຫ້ກົມກອງສືບຕໍ່ເຮັດສໍາເລັດ ໜ້າທີ່ເປັນກ້າວໆ. ໂດຍ: ຄໍາພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ