ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງທັບປະຊາຊົນລາວ ຈະສົ່ງ 8 ທີມນັກກີລາເຂົ້າຮ່ວມແຂ່ງຂັນ ອາມີເກມ ປີ 2021
ເວລາອອກຂ່າວ: 2021-08-06 08:21:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ການເຂົ້າຮ່ວມແຂ່ງຂັນ ອາ ມີເກມ ຂອງກອງທັບປະຊາຊົນ ລາວ ແມ່ນມີຄວາມໝາຍສໍາຄັນ, ເປັນການປັບປຸງກໍ່ສ້າງກອງທັບ ປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ ແລະ ທັນສະໄໝ, ທັງ ເປັນການຍົກສູງບົດບາດຂອງ ກອງທັບເຮົາໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ພົນຈັດຕະວາ ສາຍ ໃຈ ກົມມະສິດ ກໍາມະການຄະ ນະປະຈໍາພັກກະຊວງ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ, ຫົວໜ້າຄະນະຊີ້ນໍານັກກີລາ ທີ່ຈະເຂົ້າຮ່ວມແຂ່ງຂັນກີລາການ ທະຫານສາກົນ ຫຼື ອາມີເກມ ປະ ຈໍາປີ 2021 ໄດ້ຊີ້ແຈງໃຫ້ຮູ້ວ່າ: ປີ 2021 ນີ້, ກອງທັບປະຊາຊົນ ລາວ ໄດ້ຈັດສົ່ງນັກກີລາທັງໝົດ 8 ທີມ ເພື່ອເຂົ້າຮ່ວມແຂ່ງຂັນ ອາ ມີເກມ ແລະ ຈະໄດ້ແຂ່ງຂັນຢູ່ 3 ປະເທດຄື: ທີມນັກກີລາເຫຼົ່າຮົບ ລົດຕັງ ມີຈໍານວນ 21 ສະຫາຍ ແມ່ນແຂ່ງຂັນຢູ່ ສ ຣັດເຊຍ, ທີມ ນັກກີລາເຫຼົ່າຮົບຊ່າງແສງ (ເສັ້ນ ທາງທີ່ປອດໄພ) ມີຈໍານວນ 21 ສະຫາຍ ແຂ່ງຂັນຢູ່ ສ ຣັດເຊຍ, ທີມແຂ່ງຂັນ ວາງສະແດງ ແລະ ວັດທະນະທໍາກອງທັບ ມີຈໍານວນ 12 ສະຫາຍ ແຂ່ງຂັນຢູ່ ສ ຣັດ ເຊຍ, ທີມແຂ່ງຂັນກູ້ໄພສຸກເສີນ ມີຈໍານວນ 18 ສະຫາຍ ແຂ່ງຂັນ ຢູ່ ສສ ຫວຽດນາມ, ນອກຈາກນີ້, ກອງທັບປະຊາຊົນລາວ ຍັງໄດ້ ສົ່ງນັກຮຽນທະຫານລາວ ທີ່ກຳ ລັງສຶກສາຢູ່ສະຖາບັນການສຶກ ສາຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ ເຂົ້າຮ່ວມແຂ່ງຂັນກີລາ ການທະຫານສາກົນ ຄັ້ງນີ້ຄື: ທີມ ແຂ່ງຂັນວຽກງານສື່ສານ ມີຈໍາ ນວນ 10 ສະຫາຍ (ນັກຮຽນ 8 ສະຫາຍ) ແຂ່ງຂັນຢູ່ ປະເທດ ສ ເບລາຣູດ, ທີມແຂ່ງຂັນ ແຜນ ທີ່ການທະຫານ ມີຈໍານວນ 5 ສະ ຫາຍ (ນັກຮຽນທັງໝົດ) ແຂ່ງຂັນ ຢູ່ ສ ຣັດເຊຍ, ທີມແຂ່ງຂັນທະ ຫານສືບຂ່າວ ມີຈໍານວນ 5 ສະ ຫາຍ (ນັກຮຽນທັງໝົດ) ແຂ່ງຂັນ ຢູ່ ສ ຣັດເຊຍ ແລະ ທີມແຂ່ງຂັນ ນັກຍິງປືນສະໄນເປີ ມີຈຳນວນ 8 ສະຫາຍ (ນັກຮຽນ 6 ສະຫາຍ) ແຂ່ງຂັນຢູ່ ສສ ຫວຽດນາມ. ສະຫາຍຫົວໜ້າຄະນະຊີ້ ນຳນັກກີລາ ຍັງໄດ້ກ່າວຕື່ມວ່າ: ຜ່ານການຕິດຕາມກວດກາການ ກຽມຄວາມພ້ອມດ້ານຕ່າງໆ ໂດຍສະ ເພາະການຫັດແອບເຝິກ ຊ້ອມຂອງແຕ່ລະທີມນັກກີລາຕະ ຫຼອດໄລຍະ 2 ເດືອນຜ່ານມາ ເຫັນວ່າແຕ່ລະທີມນັກກີລາແມ່ນ ໄດ້ເອົາໃຈໃສ່ເຝິກຊ້ອມທີມຂອງ ຕົນ ຢ່າງເປັນເຈົ້າການ, ເພື່ອໃຫ້ ມີຄວາມຊໍານານຄ່ອງແຄ້ວໃນ ການນໍາໃຊ້ພາຫະນະທີ່ຈະໃຊ້ໃນ ການແຂ່ງຂັນ, ເຖິງວ່າສະໜາມ ຫັດແອບບໍ່ທັນໄດ້ມາດຖານລວມ ທັງອຸປະກອນຮັບໃຊ້ໃຫ້ແກ່ການ ຫັດແອບ ບໍ່ພຽງພໍກັບຄວາມຮຽກ ຮ້ອງຕ້ອງການ ແຕ່ນັກກີລາແຕ່ ລະທີມກໍໄດ້ພ້ອມກັນອົດທົນ ຜ່ານຜ່າເຮັດໃຫ້ການຫັດແອບ ເຝິກຊ້ອມສໍາເລັດຕາມແຜນການ, ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ກະກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນ ແລະ ສູ້ຊົນເຮັດ ໃຫ້ການເຂົ້າຮ່ວມແຂ່ງຂັນອາ ມີເກມ ໃນປີ 2021 ນີ້ ຍາດໄດ້ຜົນ ງານທີ່ດີເດັ່ນກວ່າປີຜ່ານມາ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ