ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ 213 ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020
ເວລາອອກຂ່າວ: 2021-08-06 08:23:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ວັນທີ 5 ສິງຫາ 2021 ນີ້, ກົມ 213 ໄດ້ສະຫຼຸບຕີລາຄາ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ແລະ ວາງທິດທາງແຜນ ການປະຈຳປີ 2021 ທົ່ວອົງການ ກົມ 213, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະ ຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີບັນດາຄະນພັກ-ຄະ ນະບັນຊາ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານ ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນເອກ ບຸນຕຽນ ໄຊຍຳວົງທັນ ຮອງເລຂາຄະນະ ພັກອົງການກົມ, ຮອງຫົວໜ້າກົມ 213 ໄດ້ຂຶ້ນຜ່ານບົດສະຫຼຸບຕີ ລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະ ຈຳປີ 2020 ແລະ ວາງທິດທາງ ແຜນການປະຈຳປີ 2021 ເຊິ່ງ ໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ ຂອງຄະນະພັກອົງການກົມ 213 ໃນການຊີ້ນໍາ-ນໍາພາ ແລະ ຊຸກຍູ້ ຢ່າງຕັ້ງໜ້າເຂົ້າໃນວຽກງານ ຂະບວນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ເຕີບໃຫຍ່ຂະຫາຍຕົວທາງ ດ້ານຈຳນວນ ແລະ ຄຸນະພາບ. ໂດຍອີງໃສ່ເນື້ອໃນກວດກາ-ຕີລາຄາແບ່ງປະເພດສະມາຊິກ ພັກຕາມ 5 ເນື້ອໃນກວດກາຕີ ລາຄາແບ່ງປະເພດການຈັດຕັ້ງ ພັກ, ອົງການກົມ 213 ສາມາດ ຈັດແບ່ງຄຸນນະພາບ ຂອງສະມາ ຊິກພັກ ແລະ ການຈັດຕັ້ງຂັ້ນຮາກ ຖານພັກໄດ້ຄື: ສະມາຊິກພັກແຂງ 1.313 ສະຫາຍ, ກາງ 16 ສະ ຫາຍ ແລະ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 46 ໜ່ວຍ ພັກ. ໃນນັ້ນ, ສະເໜີຮັບຮອງຄັ້ງ ທີ 2 ມີ 42 ໜ່ວຍພັກ, ສະເໜີຮັບ ຮອງໃໝ່ມີ 4 ໜ່ວຍພັກ. ພ້ອມນັ້ນ ກໍໄດ້ຈັດຕັ້ງມອບໃບຢັ້ງຢືນໃຫ້ແຕ່ລະໜ່ວຍພັກຢ່າງສົມກຽດ ໂດຍການຂຶ້ນມອບຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຄະ ນະປະຈໍາພັກກະຊວງ ປ້ອງກັນ ປະເທດ, ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ. ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໜັກໃຫ້ຄະນະພັກແຕ່ ລະຂັ້ນເພີ່ມທະວີການສຶກສາອົບ ຮົມການເມືອງ-ນຳພາແນວໃຫ້ ຖັນແຖວພະນັກງານ-ສະມາຊິກ ພັກ ແລະ ນັກຮົບມີຄວາມຮູ້ກ່ຽວ ກັບທິດສະດີມາກ-ເລນິນ, ເຊື່ອມ ຊຶມກຳແໜ້ນ ແລະ ເປັນເອກະ ພາບກັບແນວທາງນະໂຍບາຍ ຂອງພັກ-ກົດໝາຍຂອງລັດ, ໜ້າ ທີ່ການເມືອງຂອງກອງທັບຢ່າງ ເລິກເຊິ່ງ, ເປັນເຈົ້າການຮັບຮູ້ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແນໃສເຮັດໃຫ້ຖັນແຖວພະນັກ ງານ-ສະມາຊິກພັກ ແລະ ນັກຮົບ ທຸກຄົນມີທັດສະນະຊົນຊັ້ນຫຼັກ ໝັ້ນການເມືອງໜັກແໜ້ນ, ມີ ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ, ຕໍ່ປະຊາຊົນບັນດາ ເຜົ່າ, ຍົກສູງນ້ຳໃຈຮັກຊາດ, ເຊີດ ຊູນໍ້າໃຈເອກະລາດເປັນເຈົ້າຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ມີຄວາມທົນທານ ໜຽວແໜ້ນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ແລະ ເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້, ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆຢູ່ໃນຖັນແຖວພະນັກງານ-ສະມາຊິກພັກ ໃຫ້ໝົດໄປ ແລະ ພ້ອມກັນສຸມສະຕິປັນຍາເຂົ້າ ໃນຊີ້ນຳ-ນຳພາ ຂະບວນການກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເປັນຂະບວນການ ຟົດຟື້ນແຂງແຮງກວ່າເກົ່າ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ