ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດຊຸດອົບຮົມການນຳໃຊ້ເຄື່ອງຈັກສື່ສານໃຫ້ກົມກອງທະຫານຊາຍແດນ
ເວລາອອກຂ່າວ: 2021-08-06 08:40:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 391 | ຄວາມນິຍົມ:



ເປີດຊຸຸດອົບຮົມການນໍາໃຊ້ ເຄື່ອງຈັກສື່ສານໃຫ້ພະນັກງານ ວິຊາສະະເພາະສື່ສານກອງຮ້ອຍ ທະຫານຊາຍແດນທົ່ວປະເທດ ເຊິ່ງຈັດຂຶ້ນໃນວັນທີ 4 ສິງຫາ 2021 ນີ້, ຢູ່ທີ່ໂຮງຮຽນທະຫານ ຊາຍແດນ 712, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນເອກ ອຸ່ນ ຄໍາ ສີແຫວນວົງສັກ ຮອງຫົວໜ້າ ກົມທະຫານຊາຍແດນ ກົມໃຫຍ່ ເສນາທິການກອງທັບ, ມີສະຫາຍ ພັນໂທ ແສງສຸລິວົງ ທໍາມະວົງ ຮອງຫົວໜ້າກົມສື່ສານ ກົມໃຫຍ່ ເສນາທິການ, ມີຄະນະພັກ-ຄະນະ ບັນຊາໂຮງຮຽນທະຫານຊາຍ ແດນ, ພະນັກງານ, ຄູ-ອາຈານ ພ້ອມດ້ວຍພະນັກງານເຝິກອົບ ຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາເຫຼັກ ຫຼວງ ຊົມພູ ຫົວໜ້າພະແນກອົບຮົມ ກົມທະຫານຊາຍແດນ ໃຫ້ຮູ້ວ່າ: ສໍາລັບເນື້ອໃນອົບຮົມໃນຄັ້ງນີ້ ແມ່ນຈະໄດ້ອົບຮົມກ່ຽວກັບທິດ ສະດີສະມັດຕະພາບ-ການນໍາໃຊ້ ຈັກວິທະຍຸຄື້ນສັ້ນ: ຊະນິດເປ້ພາຍ ລຸ້ນ MR 9360 HF ແລະ ຊະນິດ ຕິຕັ້ງໃສ່ລົດປະເພດ MR 9360 HF; ການນໍາໃຊ້ຈັກວິທະຍຸຄື້ນ ສຸດສັ້ນ VHF ຊະນິດ PR 9560 ແບບມືຖື ແລະ VHF ຊະນິດ PR 9560 ແບບຕັ້ງເທິງລົດ ແລະ ການນໍາໃຊ້ລະບົບຈັກວິທະຍຸສື່ ສານ ທຣັນຄິງ (Trunking) THPDC 76. ການອົບຮົມໃນຄັ້ງ ນີ້ແມ່ນຈະໄດ້ດໍາເນີນໄປເປັນເວ ລາ 7 ວັນ ຈຶ່ງຈະສໍາເລັດລົງ. ທັງ ນີ້ກໍເພື່ອເປັນການຍົກສູງລະດັບຄວາມຮູ້-ຄວາມສາມາດທາງ ດ້ານການນໍາໃຊ້ລະບົບເຄື່ອງຈັກ ຕິດຕໍ່ສື່ສານລຸ້ນໃໝ່ໃຫ້ແກ່ພະນັກ ງານວິຊາສະເພາະສື່ສານກອງ ຮ້ອຍທະຫານຊາຍແດນ ແລະ ເປັນບົດຮຽນພື້ນຖານ, ຮູ້ໝູນໃຊ້ ເຄື່ອງອຸປະກອນດັ່ງກ່າວເຂົ້າໃນວຽກງານຕົວຈິງຢູ່ກົມກອງໃຫ້ມີຄຸນນະພາບ ແລະ ເຮັດສໍາເລັດໜ້າ ທີ່ທີ່ຂັ້ນເທິງມອບໝາຍໃຫ້. ໂອກາດນີ້ ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ກໍໄດ້ເນັ້ນ ໜັກໃຫ້ຄະນະຮັບຜິດຊອບບັ້ນອົບ ຮົມໃນຄັ້ງນີ້, ເປັນເຈົ້າການຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກ ງານການເມືອງຂອງຕົນ ເອົາໃຈ ໃສ່ໃນການສົ່ງຄວາມຮູ້ໃຫ້ບຸກຄະ ລາກອນທີ່ເຂົ້າຮ່ວມເຝິກອົບຮົມ ສາມາດກໍາໄດ້ເນື້ອໃນ ແລະ ການ ປະຕິບັດຕົວຈິງໄດ້ຮັບຜົນເແປັນ ຢ່າງດີ. ສ່ວນນັກເຝິກອົບຮົມຕ້ອງ ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດ ລະບຽບຂອງກອງທັບໃຫ້ເຂັ້ມ ງວດ ເວົ້າລວມ, ເວົ້າສະເພາະ ຂໍ້ກໍາ ນົດກົດລະບຽບໃນການເຝິກອົບ ຮົມ, ຕັ້ງໜ້າເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ຍາດແຍ່ງເອົາບດຮຽນ, ປະສົບການ ແລະ ພ້ອມກັນນໍາ ເອົາບົດຮຽນໄປຈັດຕັ້ງປະຕິບັດພາຍໃນກົມກອງຂອງຕົນໃຫ້ໄດ້ຮັບຜົນດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ