ຄະນະສິລະປະກອນເຂດ 5 ກອງທັບປະຊາຊົນຫວຽດນາມ ສະແດງມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-07 09:06:40 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349220746 | ຄວາມນິຍົມ: ![]()
ການສະແດງຂອງຄະນະ ສິລະປະກອນທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໃນໂອກາດສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຈັດຂຶ້ນທີ່ຫໍວັດທະ
ນະທຳແຫ່ງຊາດ ນະຄອນຫຼວງ ວຽງຈັນ ໃນວັນທີ 3 ມັງກອນ
2019 ນີ້, ໂດຍເປັນກຽດເຂົ້າ ຮ່ວມຮັບຊົມຂອງ ສະຫາຍພົນຕີ ທອງລອຍ ສີລິວົງ ກຳມະການ ສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບ,
ມີສະຫາຍ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະ ແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ສະຫາຍ ພັນເອກ ຫງວຽນວັນແທັງ ຫົວໜ້າການ ເມືອງຄະນະສິລະປະກອນທະ ຫານເຂດ 5 ກອງທັບປະຊາຊົນ ຫວຽດນາມ, ມີການນຳພັກ- ລັດ, ຄະນະນຳກະຊວງປ້ອງກັນ ປະເທດ, ບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ, ພ້ອມດ້ວຍຜູ້ ຕາງໜ້າບັນດາກະຊວງ-ອົງການ ແລະ ພະນັກງານທະຫານ-ຕຳ ຫຼວດ, ຊາວນະຄອນຫຼວງວຽງ ຈັນເຂົ້າຮ່ວມຮັບຊົມຢ່າງຫຼວງ ຫຼາຍ.
ສະຫາຍ ພົນຈັດຕະວາ ສາຍ
ສະໝອນ ສະຫຼັບແສງ ຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ ການເມືອງກອງທັບປະຊາຊົນ ລາວໄດ້ກ່າວວ່າ: ໃນຄໍ່າຄືນນີ້ ນາຍ ແລະ ພົນທະຫານ-ພໍ່ແມ່ປະ
ຊາຊົນລາວບັນດາເຜົ່າໂດຍສະ ເພາະຊາວນະຄອນຫລວງວຽງ ຈັນ ຮູ້ສຶກເປັນກຽດ ແລະ ພາກ ພູມໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ແລະ ຊົມການສະແດງຂອງຄະ ນະສິລະປະກອນທະຫານເຂດ 5 ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບ ຄວາມສາມັກຄີພີເສດມາສູ່ກອງ ທັບ ແລະ ປະຊາຊົນລາວ ໃນ ທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນກັນສ້າງ ຜົນງານຂໍ່ານັບນັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ຢ່າງເປັນຂະບວນ ກວ້າງຂວາງ ແລະ ຟົດຟື້ນ. ເຊິ່ງ ການເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຂອງຄະນະສິລະປະກອນທະຫານເຂດ 5 ກອງທັບປະຊາຊົນ ຫວຽດ ນາມ ໃນຄັ້ງນີ້ເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການສ້າງບັນ ຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກຳລັງໃຈຢ່າງໃຫຍ່ ຫຼວງໃຫ້ແກ່ພະນັກງານ-ນັກຮົບ ໃນກອງທັບ ແລະ ພໍ່ແມ່ປະຊາຊົນ
ບັນດາເຜົ່າປະກອບສ່ວນເຂົ້າໃນການແຂ່ງຂັນກັນສ້າງຜົນງານ ຄຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດຂອງກອງທັບ ໂດຍ ສະເພາະສ້າງບັນຍາກາດສະເຫຼີມ
ສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ ເປັນຂະບວນການຟົດຟື້ນ.
ການສະແດງມິດຕະພາບຂອງ ຄະນະສິລະປະກອນ ທະຫານເຂດ 5 ແຫ່ງ ສສ ຫວຽດນາມຄັ້ງນີ້ບໍ່ພຽງແຕ່ປະກອບສ່ວນສ້າງບັນ ຍາກາດເບີກບານມ່ວນຊື່ນໃນ ໂອກາດວັນສຳຄັນຂອງຊາດ, ຂອງກອງທັບເທົ່ານັ້ນ, ຍັງເປັນ ການແລກປ່ຽນບົດຮຽນທາງ ດ້ານສິລະປະວັດທະນະທຳ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນ ສອງຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ລາຍການສະແດງທີ່ນຳມາສະ ແດງໃນຄັ້ງນີ້ແມ່ນປະກອບມີ 18 ລາຍການສະແດງສຳຄັນທີ່ສ່ອງ ແສງເຖິງຮີດຄອງປະເພນີວັດທະ ນະທຳດ້ານສຽງເພງ ປະກອບ ບົດຟ້ອນທີ່ງົດງາມ ແລະ ສະແດງ ເຖິງສາຍພົວພັນມິດຕະພາບທີ່ດີງາມລະຫວ່າງສອງຊາດ, ສອງ ກອງທັບຫວຽດນາມ-ລາວ, ລາວ-ຫວຽດນາມ ເຊິ່ງສະ ແດງໃຫ້ເຫັນປະຫວັດແຫ່ງການ ຮ່ວມສຳພັນສູ້ຮົບ ແລະ ການ ຮ່ວມມືຮອບດ້ານທີ່ເປັນມໍລະດົກ ອັນລໍ້າຄ່າລະຫວ່າງສອງຊາດ ໃຫ້ພະນັກງານ-ນັກຣົບຮັບຮູ້ ຢ່າງເລິກເຊິ່ງ, ທັງເປັນການເພີ່ມ ພູນຄູນສ້າງມູນເຊື້ອເຫຼົ່ານັ້ນໃຫ້ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ. ລາຍການສະແດງຂອງຄະນະສິ ລະ ປະກອນທະຫານເຂດ 5 ກອງທັບ ປະຊາຊົນຫວຽດນາມ ແຕ່ລະລາຍການແມ່ນສ່ອງແສງ ເຖິງມູນເຊື້ອ ແລະ ມິດຕະ ພາບ ທີ່ດີງາມລະ ຫວ່າງສອງພັກ, ສອງ ລັດ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງກອງທັບລາວ-ຫວຽດນາມ ເຮັດໃຫ້ຜູ້ຊົມມີ ຄວາມອອນຊອນຟົດຟື້ນມ່ວນຊື່ນ ໃນທຸກສຽງຮ້ອງ, ສຽງເພັງ ແລະ ບົດຟ້ອນທຸກລາຍການສະແດງ ລ້ວນແຕ່ຈັບອົກຈັບໃຈ ແລະ ປະ ທັບໃຈເປັນຢ່າງດີ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















