ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເຂັ້ມງວດເທົ່າໃດຈະເຮັດໃຫ້ຄວາມຍຸຕິທຳ ໃນສັງຄົມໄດ້ດີເທົ່ານັ້ນ
ເວລາອອກຂ່າວ: 2021-08-06 08:45:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ທ່ານ ທອງສິງ ທຳມະວົງ ອະ ດີດນາຍົກລັດຖະມົນຕີ, ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ເນື່ອງໃນໂອ ກາດສະເຫຼີມສະຫຼອງວັນລັດຖະ ທຳມະນູນ ຄົບຮອບ 30 ປີ ວ່າ: ຂ້າ ພະເຈົ້າມີຄວາມພາກພູມໃຈຫຼາຍ ທີ່ເຫັນວ່າພັກ ແລະ ລັດຖະບານ ໄດ້ມີຄວາມເອົາໃຈໃສ່ເປັນຕົ້ນ, ໃນໂອກາດວັນຄົບຮອບ 30 ປີ ທີ່ໄດ້ມີການຈັດຕັ້ງສະເຫຼີມສະ ຫຼອງວັນລັດຖະທຳມະນູນ, ເຊິ່ງ ມີຄວາມໝາຍ, ຄວາມສຳຄັນຫຼາຍ ເພາະຈະເປັນການຫວນຄືນເນື້ອ ໃນຈິດໃຈຂອງລັດຖະທຳມະນູນ ສະບັບທຳອິດຂອງ ສປປ ລາວ ກໍຄືສະບັບທີ່ໄດ້ປັບປຸງ, ດັດແປງ ແລະ ໄດ້ຖືກນຳໃຊ້ມາເຖິງທຸກ ວັນນີ້, ເນື່ອງຈາກວ່າເປັນກົດ ໝາຍແມ່, ເປັນເຄື່ອງມືອັນສຳ ຄັນໃນການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ. ເມື່ອພວກເຮົາຈັດ ຕັ້ງຫວນຄືນ ກໍຄືການຈັດຕັ້ງ ລະນຶກເຖິງວັນຄົບຮອບທີ່ສຳຄັນ ຂອງການສ້າງລັດຖະທຳມະນູນ ເຮັດໃຫ້ພະນັກງານ, ທະຫານ, ຕຳ ຫຼວດ ແລະ ປະຊາຊົນລາວ ບັນ ດາເຜົ່າ ໄດ້ຮຳ່ຮຽນທົບທວນຄືນ ເນື້ອໃນຈິດໃຈຂອງລັດຖະທໍາມະ ນູນດັ່ງກ່າວ ເພື່ອຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມລັດຖະທຳມະ ນູນທີ່ໄດ້ກຳນົດໄວ້. ຖ້າວ່າປະຊາ ຊົນລາວ ໄດ້ມີໂອກາດສຶກສາຄົ້ນ ຄວ້າ, ຮ່ຳຮຽນກໍຈະເຮັດໃຫ້ການ ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ລັດຖະ ທໍາມະນູນເລິກເຊິ່ງ, ການຈັດຕັ້ງ ປະຕິບັດກໍຈະມີຄວາມເຂັ້ມງວດ ແລະ ເປັນໄປຢ່າງຖືກຕ້ອງ. ລັດ ຖະທຳມະນູນ ແລະ ກົດໝາຍ ເປັນເຄື່ອງມື, ເປັນບັນທັດຖານ ແລະ ເປັນບ່ອນອີງໃຫ້ພວກເຮົາ ຕ້ອງປະຕິບັດ. ຖ້າປະຕິບັດເຂັ້ມ ງວດເທົ່າໃດຈະຮັບປະກັນສິດເສ ລີພາບ, ຮັບປະກັນຄວາມຍຸຕິ ທຳ ໃຫ້ແກ່ສັງຄົມໄດ້ດີເທົ່ານັ້ນ. ສະນັ້ນ, ຖ້າຢາກໃຫ້ພະນັກງານ ຂັ້ນນຳແຕ່ລະຂັ້ນ, ສະມາຊິກ ພັກ, ທະຫານ, ຕຳຫຼວດ ໂດຍ ສະເພາະແມ່ນເຈົ້າໜ້າທີ່ຕຳ ຫຼວດ, ໄອຍະການ, ສານເອີ້ນ ວ່າພະນັກງານປະຕິບັດຄວາມ ຍຸຕິທຳໃນສັງຄົມ, ຕ້ອງເປັນແບບ ຢ່າງ ແລະ ເຂັ້ມງວດຕາມລັດຖະ ທຳມະນູນ ແລະ ກົດໝາຍ ຈຶ່ງຈະ ເຮັດໃຫ້ລັດຖະທຳມະນູນ ແລະ ກົດໝາຍສັກສິດ ແລະ ໃຊ້ໄດ້; ບໍ່ ຄວນເອົາອຳນາດຂອງພັກ, ອິດທິ ພົນຂອງອຳນາດລັດ ຫຼື ບັນຫາ ການເມືອງມາໜີບເຕັງຄວາມຍຸ ຕິທຳ, ມາຢູ່ເໜືອກົດໝາຍ ແລະ ລັດຖະທຳມະນູນ. ທ່ານ ທອງສິງ ທຳມະວົງ ກ່າວຕື່ມວ່າ: ສະພາແຫ່ງຊາດ ໂດຍສະເພາະສະມາຊິກສະພາ ແຫ່ງຊາດ ແມ່ນມີບົດບາດສຳຄັນ ຕໍ່ການປະຕິບັດລັດຖະທຳມະນູນ. ສະພາແຫ່ງຊາດ ເປັນອົງການ ແຫ່ງລັດສູງສຸດ, ເປັນອົງການສະ ເໜີລັດຖະທຳມະນູນ ແລະ ກົດ ໝາຍ ພ້ອມທັງເປັນຜູ້ກວດກາ, ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ. ສະພາແຫ່ງຊາດ ເວົ້າລວມ ໃນຕົວຈິງແມ່ນສະມາ ຊິກສະພາແຫ່ງຊາດ, ແຕ່ລະ ທ່ານເປັນຜູ້ກວດກາການປະຕິ ບັດລັດຖະທຳມະນູນ ແລະ ກົດ ໝາຍ. ສະນັ້ນ, ສະພາແຫ່ງຊາດ ໂດຍສະເພາະສະມາຊິກສະພາ ແຫ່ງຊາດແຕ່ລະທ່ານຈະຕ້ອງ ເປັນຜູ້ທີ່ເຂົ້າໃຈເລິກເຊິ່ງກວ່າໝູ່ ກ່ຽວກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມທັງເປັນຜູ້ຕື່ນ ຕົວສູງ ແລະ ເຂັ້ມງວດກວ່າໝູ່ໃນ ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ. ດັ່ງນັ້ນ, ຈຶ່ງມີ ບົດບາດສຳຄັນ ໃນການເປັນແບບ ຢ່າງໃຫ້ແກ່ພໍ່ແມ່ປະຊາຊົນບັນ ດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ, ໃນການປະຕິບັດລັດ ຖະທຳມະນູນ ແລະ ກົດໝາຍ. ສຳລັບການຄຸ້ມຄອງລັດ ດ້ວຍກົດ ໝາຍຕາມແນວທາງຂອງພັກ, ຕາມທັດສະນະຂອງຂ້າພະເຈົ້າ ເຫັນວ່າເປັນບັນຫາສຳຄັນຫຼາຍ ເພາະວ່າແນວທາງຂອງພັກ, ນະ ໂຍບາຍຂອງລັດ ໂດຍພື້ນຖານ ແມ່ນໄດ້ກຳນົດອອກ ແລະ ໄດ້ ຫັນເປັນລັດຖະທຳມະນູນ ແລະ ກົດໝາຍ. ຖ້າເຮົາປະຕິບັດລັດຖະ ທຳມະນູນ ແລະ ກົດໝາຍດີ, ຖືກ ຕ້ອງ ກໍໝາຍຄວາມວ່າການປະ ຕິບັດແນວທາງນະໂຍບາຍຂອງ ພັກຖືກຕ້ອງ. ປັດຈຸບັນ, ເຫັນວ່າ ໄດ້ເອົາລັດຖະທໍາມະນູນ ແລະ ກົດ ໝາຍມາເປັນບ່ອນອີງໃນການປະ ຕິບັດແນວທາງນະໂຍບາຍຂອງ ພັກບໍ່ທັນເຂັ້ມງວດເທົ່າທີ່ຄວນ, ກົດໝາຍກຳນົດ ແຕ່ການປະຕິ ບັດຕົວຈິງ ບໍ່ໄປຕາມກົດໝາຍ. ສະນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງພະ ນັກງານ, ທະຫານ, ຕຳຫຼວດ, ກໍ ຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນຕັ້ງໃຈປະຕິບັດລັດ ຖະທຳມະນູນ ແລະ ກົດໝາຍໃຫ້ ຖືກຕ້ອງ ແລະ ເຂັ້ມງວດ ຈຶ່ງຈະ ເຮັດໃຫ້ອຸດົມການຂອງພັກ ກໍຄືອຸ ດົມການຂອງປະຊາຊົນປະກົດ ຜົນເປັນຈິງໄດ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ