ມອບ-ຮັບໂຮງຮຽນທິດສະດີການເມືອງກອງທັບ ຢ່າງເປັນທາງການ
ເວລາອອກຂ່າວ: 2021-08-10 08:30:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 776 | ຄວາມນິຍົມ: ![]()
ພິທີມອບ-ຮັບໂຮງຮຽນທິດ ສະດີການເມືອງກອງທັບ ຢ່າງ ເປັນທາງການ ຈັດຂຶ້ນ ໃນວັນທີ 9 ສິງຫາ 2021 ນີ້, ໂດຍການ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຟານວັນຢາງ ກຳມະ ການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນ ກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນ ດາສະຫາຍຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດ ນາມ ແລະ ບັນດາສະຫາຍຄະນະ ນຳກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຕະຫຼອດຮອດພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີອັນມີຄວາມໝາຍນີ້, ສະ ຫາຍ ພົນໂທ ປອ ທອງລອຍ ສິ ລິວົງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ໃນນາມເຈົ້າ ຂອງໂຄງການ ໄດ້ລາຍງານກ່ຽວກັບໂຄງການກໍ່ສ້າງໂຮງຮຽນ ທິດສະດີການເມືອງກອງທັບວ່າ: ໂຄງການກໍ່ສ້າງໂຮງຮຽນທິດສະ ດີການເມືອງກອງທັບ ເປັນໂຄງ ການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ກະຊວງປ້ອງກັນປະເທດຫວຽດ ນາມ ໂດຍມີເນື້ອທີ່ການກໍ່ສ້າງທັງ ໝົດ 10 ເຮັກຕາ, ມີມູນຄ່າການກໍ່ ສ້າງທັງໝົດ 301 ຕື້ດົງ (ສະກຸນ ເງິນຫວຽດນາມ) ໂດຍເລີ່ມກໍ່ ສ້າງນັບແຕ່ປີ 2018-2021 ສຳ ເລັດຕາມແຜນການທີ່ວາງໄວ້. ໂຄງການກໍ່ສ້າງໂຮງຮຽນທິດ ສະດີການເມືອງກອງທັບ ມີ ຄວາມໝາຍສໍາຄັນ ແລະ ຈໍາເປັນ ສໍາລັບກອງທັບປະຊາຊົນລາວ ໃນການກໍ່ສ້າງພະນັກງານນາຍ ທະຫານຂົງເຂດວຽກງານພັກ-ວຽກງານການເມືອງ ຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການໃນການສ້າງກອງທັບ ມີ ແບບ ແຜນ ແລະ ທັນສະໄໝ.
ພາຍຫຼັງທີ່ສໍາເລັດການກໍ່ສ້າງ ທາງໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ຈັດຕັ້ງເປີດ ຊຸດອົບຮົມ, ບຳລຸງພະນັກງານ ສຳເລັດຈຳນວນໜຶ່ງເຊັ່ນ: ສົກ ປີ 2020-2021 ໄດ້ເປີດຊຸດບໍາລຸງ ທິດສະດີມາກ-ເລນີນ (ລະບົບ 5 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ, ຊຸດບໍາລຸງວຽກ ງານກວດກາ ກອງທັບ (ລະບົບ 2 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ, ຊຸດບໍາລຸງວຽກ ງານກໍ່ສ້າງຮາກຖານການເມືອງ (ລະບົບ 3 ເດືອນ) ມີຈໍານວນ ພົນເຂົ້າຮ່ວມ 30 ສະຫາຍ ແລະ ຊຸດບໍາລຸງວຽກງານປ້ອງກັບພາຍໃນກອງທັບ (ລະບົບ 5 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະ ຫາຍ. ພິເສດປັດຈຸບັນກໍາລັງດໍາເນີນການເຝິກອົບຮົມວຽກງານ ສືບສວນ-ສອບສວນ (ລະບົບ 2 ເດືອນ) ມີຈໍານວນພົນເຂົ້າຮ່ວມ 40 ສະຫາຍ ໂດຍແມ່ນຊ່ຽວຊານ ຈາກກົມ ສືບສວນ-ສອບສວນ ກອງທັບປະຊາຊົນຫວຽດນາມ ມາຊ່ວຍ.
ຜົນສຳເລັດຂອງໂຄງການກໍ່ສ້າງໂຮງຮຽນທິດສະດີການ ເມືອງກອງທັບ ສະແດງໃຫ້ເຫັນເຖິງໝາກຜົນຂອງການຮ່ວມມື ລະຫວ່າງສອງກະຊວງປ້ອງກັນ ປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ, ເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະ ຊາຊົນ ສອງຊາດລາວ-ຫວຽດ ນາມ, ຫວຽດນາມ- ລາວ ໃຫ້ຈະ ເລີນງອກງາມຍິ່ງຂຶ້ນ.
ໃນພິທີ ສະຫາຍ ລັດຖະມົນຕີ ກະຊວງປ້ອງກັນປະເທດລາວ-ຫວຽດນາມ ຍັງໄດ້ຮ່ວມກັນຕັດ ແຖບຜ້າ, ປ່ອຍປູມເປົ່າ ແລະ ເປີດ ແຜ່ນປ້າຍຫີນສີລາລຶກຕື່ມອີກ
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















