ຄະນະຊ້ອມຮົບຮ່ວມລົດຕັງ ລາວ-ຣັດເຊຍ ເດີນທາງເຖິງ ສ ຣັດເຊຍ ແລ້ວ
ເວລາອອກຂ່າວ: 2021-08-11 08:55:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 936 | ຄວາມນິຍົມ: ![]()
ພາຍຫຼັງອອກເດີນທາງຈາກ ນະຄອນຫຼວງວຽງຈັນ ໃນວັນທີ 8 ສິງຫາ ແລະ ໃນວັນທີ 9 ສິງຫາ 2021 ຄະນະຊີ້ນໍາ, ຄະນະກໍາ ລັງຊ້ອມຮົບ,ຄະນະນັກກີລາ ແລະ
ຄະນະວັດທະນະທໍາ ຈາກກອງ ທັບປະຊາຊົນລາວ ທີ່ເດີນທາງ ເຂົ້າຮ່ວມການຊ້ອມຮົບຮ່ວມລົດ ຕັງ ລາວ-ຣັດເຊຍ ຄັ້ງທີ 2 ( LAROS) ແລະ ການແຂ່ງຂັນກີລາ
ການທະຫານສາກົນ ຄັ້ງທີ 5 (ARMY GAME 2021) ໄດ້
ເດີນທາງເຖິງ ເມືອງວາລາດີໂວສະຕົກ ສ ຣັດເຊຍ ໂດຍເຮືອບິນ ອິນ 76 ກອງທັບອາກາດຣັດ ເຊຍ ດ້ວຍຄວາມສະຫວັດດີພາບ ນໍາໂດຍ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຮັບຜິດຊອບຊີ້ນໍາ ການຊ້ອມຮົບຮ່ວມລົດຕັງ ລາວ-ຣັດເຊຍ ແລະ ການແຂ່ງຂັນກີລາ
ການທະຫານສາກົນ ພ້ອມດ້ວຍ ຄະນະແລະພະນັກງານ-ນັກຮົບ ນັກກີລາ ຈາກເຫຼົ່າຮົບລົດຕັງ-ຍານເກາະ, ເຫຼົ່າຮົບຊ່າງແສງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ
ເຂົ້າຮ່ວມເດີນທາງ ໃຊ້ເວລາ 6 ຊົ່ວໂມງ 30 ນາທີ ໃນການບິນ ຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ເຖິງສະໜາມບິນສາກົນ ວາ
ລາດີໂວສະຕົກ ສ ຣັດເຊຍ ໃນຄະ
ນະທີ່ເດີ່ນທາງເຖິງສະໜາມບິນ
ສາກົນວາລາດີໂວສະຕົກ ກໍໄດ້
ຖືກຕ້ອນຮັບຢ່າງອົບອຸ່ນຈາກ
ຄະນະຮັບຜິດຊອບທາງການ ຝ່າຍກອງທັບຣັດເຊຍ, ສໍາລັບ ແຜນການການເຝິກຮ່ວມລົດຕັງ ລາວ-ຣັດເຊຍ ທັງສອງຝ່າຍ ແມ່ນຈະໄດ້ສືບຕໍ່ປະຕິບັດຕາມ ແຜນການທີ່ທັງສອງກອງທັບ ໄດ້ວາງໄວ້ໃຫ້ສໍາເລັດຕາມແຜນ ການດ້ວຍໝາກຜົນອັນຈົບງາມ.
ສໍາລັບ ເຫຼົ່າຮົບລົດຕັງ-ຍານ ເກາະແລະເຫຼົ່າຮົບຊ່າງແສງກອງ ທັບປະຊາຊົນລາວ ແມ່ນໄດ້ສືບຕໍ່ ເດີນທາງຈາກນະຄອນຫຼວງວາ ລາດີໂວສະຕົກ ໄປນະຄອນຫຼວງ ມົດກູ ເພື່ອເຂົ້າຮ່ວມການແຂ່ງ ຂັນກີລາການທະຫານສາກົນ ຄັ້ງທີ 5 ແຕ່ເຖິງຢ່າງໃດກໍຕາມ ການເດີນທາງເຂົ້າຮ່ວມການ ຊ້ອມຮົບຮ່ວມ ກໍຄື ການແຂ່ງຂັນ ຄະນະຊີ້ນໍາ ພ້ອມດ້ວຍພະນັກ ງານ-ນັກຮົບທີ່ໄດ້ເຂົ້າຮ່ວມຈະ ຕັ້ງໜ້າບຸກບືນສູ້ຊົນເຮັດສໍາເລັດ
ໜ້າທີ່ຂອງຕົນ, ນໍາໃຊ້ບົດຮຽນ ທີ່ໄດ້ເຝິກຊ້ອມມາຢ່າງສຸດຄວາມ ສາມາດ ເພື່ອນໍາເອົາຜົນງານມາໃຫ້ປະເທດຊາດ.
ໂດຍ: ຊາຍສົມສັກ
ພາບ: ສີປະພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















