ມອບ-ຮັບລົດຕູ້ສ້ອມແປງເຄື່ອນທີ່ ແລະ ລົດຕູ້ສ້ອມແປງບຳລຸງຮັກສາໃຫ້ກັບກົມຄຸ້ມຄອງລົດ
ເວລາອອກຂ່າວ: 2021-08-11 08:58:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1087 | ຄວາມນິຍົມ: ![]()
ວັນທີ 6 ສິງຫາ 2021 ນີ້, ກົມຊ່າງແສງ ກົມໃຫຍ່ເສນາທິ ການກອງທັບ ໄດ້ຈັດຕັ້ງພິທີມອບ-ຮັບລົດຕູ້ສ້ອມແປງເຄື່ອນທີ່ ແລະ
ລົດຕູ້ສ້ອມແປງບໍາລຸງ ຮັກສາລະ
ຫວ່າງ ກົມຊ່າງແສງ ກົມໃຫຍ່ເສ
ນາທິການກອງທັບ ກັບ ກົມຄຸ້ມ ຄອງລົດ ກົມໃຫຍ່ເຕັກນິກກອງ ທັບ ໂດຍການເຂົ້າຮ່ວມຂອງ ສະ
ຫາຍ ພົນຈັດຕະວາ ພັນແສງ ບຸນ
ພັນ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ ແລະ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງ ຈຳປາບານ ຮອງຫົວໜ້າກົມໃຫຍ່
ເຕັກນິກກອງທັບ, ມີຫົວໜ້າກົມ
ຊ່າງແສງ, ຫົວໜ້າກົມຄຸ້ມຄອງ
ລົດ ພ້ອມດ້ວຍຄະນະ ຕະຫຼອດ
ຮອດພະນັກງານວິຊາການທີ່ ກ່ຽວຂ້ອງ ເຂົ້າຮ່ວມ.
ໂດຍການກ່າວມອບຂອງ ສະ ຫາຍ ພັນເອກ ວຽງໄຊ ໄຊສະ ໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ຄຳແປງ ບົວລະບັດ ຫົວໜ້າກົມ ຄຸ້ມຄອງລົດ ກົມໃຫຍ່ເຕັກນິກ ກອງທັບ, ໂອກາດດັ່ງກ່າວ ສະ ຫາຍ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ ໄດ້ກ່າວວ່າ ການມອບ-ຮັບລົດຄັ້ງນີ້ແມ່ນມີ ຄວາມໝາຍ ຄວາມສຳຄັນຫຼາຍ ລົດທີ່ນໍາມາມອບແມ່ນເພື່ອນໍາໄປ ຮັບໃຊ້ໃນວຽກງານດ້ານຕ່າງໆ ຂອງກົມກອງ ໃຫ້ທ່ວງທັນກັບ ເວລາ ແລະ ສະພາບການທີ່ເກີດ ຂຶ້ນຕ່າງໆໃຫ້ໄດ້ຮັບຜົນດີ, ເຖິງ ວ່າຈຳນວນລົດດັ່ງກ່າວມັນຈະມີ ຈໍານວນໜ້ອຍ ແຕ່ວ່າມີຄຸນນະ ພາບສູງ ພ້ອມນີ້ຍັງຮຽກຮ້ອງໃຫ້ ກົມໃຫຍ່ເຕັກນິກ ໂດຍສະເພາະ ແມ່ນ ກົມຄຸ້ມຄອງລົດ ຈົ່ງສືບຕໍ່ ຮັກສາບົວລະບັດສ້ອມແປງ ແລະ
ນຳໃຊ້ຈຳນວນພາຫະນະດັ່ງກ່າວ
ໃຫ້ໄດ້ຮັບໝາກຜົນ ແລະ ສາມາດ
ນຳໃຊ້ໄດ້ຍາວນານ, ປະກອບ ສ່ວນເຂົ້າໃນການປະຕິບັດໜ້າທີ່ ການເມືອງຂອງກອງທັບ ບໍ່ວ່າຈະ
ຢູ່ໃນໄລຍະໃດກໍ່ຕາມ ພວກເຮົາ ຕ້ອງກຽມພ້ອມທຸກສະພາບການ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ ເຊິ່ງ
ມັນຮຽກຮ້ອງເຖິງພາຫະນະທີ່ ທັນສະໄໝ ທີ່ເປັນເງື່ອນໄຂອັນ ໜຶ່ງເຮັດໃຫ້ກອງທັບເຮົາ ເພີ່ມສະ
ມັດຕະພາບໃນການປະກອບພາຫະນະໃຫ້ແກ່ກອງທັບ ແລະ ເພື່ອ
ຮັບໃຊ້ເຂົ້າໃນການເຝິກແອບຮໍ່າ ຮຽນ ແລະ ຊ້ອມຮົບຕ່າງໆ ພ້ອມ
ທັງສະແດງຄວາມຂອບອົກຂອບ ໃຈທັງຜູ້ມອບ ແລະ ຜູ້ຮັບໃຫ້ສືບ ຕໍ່ຫັດແໜ້ນຄວາມສາມັກຄີ ລະ ຫວ່າງກົມໃຫຍ່ເສນາທິການ ກອງທັບ ກັບ ກົມໃຫຍ່ເຕັກນິກ ກອງທັບ ໂດຍສະເພາະ ກົມຊ່າງ ແສງກັບ ກົມຄຸ້ມຄອງລົດ ໃຫ້ນັບ
ມື້ນັບມີຄວາມແໜ້ນແຟ້ນພ້ອມ ກັນກ້າວຂຶ້ນເຮັດສຳເຮັດໜ້າທີ່ ໃນ ການປົກປັກຮັກສາ ແລະ ສ້າງສາ
ພັດທະນາປະເທດຊາດ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















