ການນຳຂັ້ນສູງ ລາວ-ຫວຽດນາມ ຮ່ວມພິທີມອບ-ຮັບ ຫໍສະພາແຫ່ງຊາດລາວ ຫຼັງໃໝ່
ເວລາອອກຂ່າວ: 2021-08-11 09:02:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2749 | ຄວາມນິຍົມ: ![]()
ໃນໂອກາດທີ່ ມາຢ້ຽມຢາມ ສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການຕາມການ ເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະ ຊາຊົນປະຕິວັດລາວ ປະທານປະ ເທດ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ, ໃນ ຕອນເຊົ້າວັນທີ 10 ສິງຫາ 2021
ນີ້, ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນ ກາງພັກກອມມຸຍນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ມາຢ້ຽມຢາມສະພາແຫ່ງຊາດ ເພື່ອພົບປະກັບ ສະຫາຍ ໄຊສົມ ພອນ ພົມວິຫານ, ກໍາມະການກົມ
ການເມືອງສູນກາງພັກ, ປະທານ
ສະພາແຫ່ງ ຊາດລາວ ແລະ ກ່າວ
ຄໍາປາໄສຕໍ່ກອງປະຊຸມສະໄໝ ວິສາມັນ ຄັ້ງທີ 1 ຂອງສະພາແຫ່ງ
ຊາດ ຊຸດທີ IX ແລະ ຕາງໜ້າໃຫ້
ພັກ-ລັດ ແລະ ປະຊາຊົນຫວຽດ ນາມ ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດ
ຫຼັງໃໝ່ ພາຍຫຼັງທີ່ມີການກໍ່ສ້າງ ມາເປັນໄລຍະໜຶ່ງ ແລະ ປະດັບ ຫຼຽນໃຫ້ແກ່ກົມກອງ ແລະ ບຸກ ຄົນຈໍານວນໜຶ່ງຂອງທັງສອງ ຝ່າຍລາວ-ຫວຽດນາມ, ຫວຽດ ນາມ-ລາວ.
ໃນການຢ້ຽມຢາມຄັ້ງນີ້, ສະ ຫາຍ ໄຊສົມພອນ ພົມວິຫານ ໄດ້
ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມ ໄດ້ຮັບຊາບ
ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ, ການເຄື່ອນໄຫວປະຕິບັດພາລະ ບົດບາດຂອງສະພາແຫ່ງຊາດ ຊຸດທີ IX ໃນເງື່ອນໄຂໃໝ່, ໄດ້ຕີ ລາຄາການພົວພັນຮ່ວມມືຂອງ ສອງອົງການນິຕິບັນຍັດ ໃນໄລ ຍະຜ່ານມາ ແລະ ປຶກສາຫາລືທິດ
ທາງຮ່ວມ ມືໃນຕໍ່ໜ້າລະຫວ່າງ ສອງພັກ, ສອງລັດ ກໍຄື ສະພາ ແຫ່ງຊາດທັງສອງປະເທດ. ສະ ຫາຍປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ສະ ໜັບສະໜູນ ຢ່າງໃຫຍ່ຫຼວງ, ລ້ຳຄ່າ, ທັນການ ແລະ ມີປະສິດທິ
ຜົນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ຕະ ຫຼອດມາ.
ພາຍຫຼັງສຳເລັດການພົບປະ ຢ້ຽມຢາມກັບສະຫາຍປະທານ ສະພາແຫ່ງຊາດແລ້ວ, ສະຫາຍ ຫງວຽນ ຊວນ ຟຸກ ພ້ອມດ້ວຍ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ສະໄໝວິສາມັນ ຄັ້ງທີ 1 ຂອງສະ
ພາ ແຫ່ງຊາດ ຊຸດທີ IX, ໂດຍມີສະ ຫາຍ ເລຂາທິການໃຫຍ່ ປະທານ
ປະເທດ ທອງລຸນ ສີສຸລິດ ແລະ ການນຳຂັ້ນສູງຂອງລາວເຂົ້າ ຮ່ວມຢ່າງຫຼວງຫຼາຍ. ສະຫາຍ ຫງວຽນ ຊວນ ຟຸກ ໄດ້ກ່າວປາ ໄສທີ່ສຳຄັນ ໂດຍໄດ້ມີການທົບ ທວນຄືນເຖິງມູນເຊື້ອແຫ່ງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ
ຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ, ຕີລາຄາ ສູງບັນດາຜົນສຳເລັດຮອບດ້ານ ຂອງ ສປປ ລາວ ທີ່ຍາດມາໄດ້ ໃນການພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂທີ່ປະເທດ ພວມມີຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ພ້ອມ
ທັງໄດ້ອວຍພອນໃຫ້ປະຊາຊົນ ລາວ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດ ໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະ
ກິດສ້າງສາປະເທດຊາດ ຕາມທິດ
ສັງຄົມນິຍົມ, ສືບຕໍ່ຈັດຕັ້ງປະຕິບັດ ບັນດາມະຕິກອງປະຊຸມໃຫຍ່ ຄັ້ງ
ທີ XI ຂອງພັກ, ໂດຍສະເພາະ ເເມ່ນການປະຕິບັດວາລະແຫ່ງ ຊາດ ວ່າດ້ວຍ ການແກ້ໄຂຄວາມ
ຫຍຸ້ງຍາກດ້ານເສດຖະກິດ-ການ
ເງິນ ແລະ ການແກ້ໄຂຢາເສບຕິດ ທີ່ກອງປະຊຸມສະໄໝວິສາມັນ ຄັ້ງນີ້ໄດ້ຮັບຮອງເອົາ. ສະຫາຍ ຍັງໄດ້ຢືນຢັນວ່າ ພັກ-ລັດ ແລະ ປະຊາຊົນຫວຽດນາມ ຈະສືບຕໍ່ ຮ່ວມກັບພັກ, ລັດ ແລະ ປະຊາຊົນ
ລາວ ໃນການຊຸກຍູ້ສົ່ງເສີມຂະ ຫຍາຍສາຍພົວພັນພິເສດຫວຽດ ນາມ-ລາວ ໃຫ້ນັບມື້ນັບມີປະ ສິດທິຜົນຍິ່ງໆຂຶ້ນ.
ພາຍຫຼັງກ່າວປາໄສຕໍ່ກອງປະ ຊຸມຄັ້ງວິສາມັນແລ້ວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮ່ວມກັບ ສະຫາຍ ຫງວຽນ ຊວນ ຟຸກ ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບຮັບຫໍສະພາແຫ່ງຊາດ ຢ່າງ ເປັນທາງການໂດຍມີການນຳ ຂັ້ນສູງ, ອະດີດການນຳຂັ້ນສູງ ຂອງທັງສອງພັກ, ສອງລັດ ພ້ອມ
ດ້ວຍສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະຈຳສະ ພາແຫ່ງຊາດ ຊຸດທີ VIII ແລະ ອະ
ດີດການນໍາຂອງສະພາແຫ່ງ ຊາດຊຸດຕ່າງໆເຂົ້າຮ່ວມຢ່າງ ຫຼວງຫຼາຍ. ໃນພິທີ, ສະຫາຍ ຫງວຽນ ຊວນ ຟຸກ ໄດ້ຕາງໜ້າ ໃຫ້ພັກ, ລັດ ແລະ ປະຊາຊົນຫວຽດ
ນາມອ້າຍນ້ອງ ກ່າວມອບຕຶກ ສະພາແຫ່ງຊາດລາວຫຼັງໃໝ່ ພາຍຫຼັງທີ່ມີການສ້າງມາເປັນ ໄລຍະໜຶ່ງ ເຊິ່ງເປັນຂອງຂວັນ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງມອບໃຫ້ ພັກ, ລັດຖະບານ ແລະ ປະຊາຊົນ
ລາວ ນຳໃຊ້ ແລະ ທັງເປັນສັນຍາ
ລັກແຫ່ງຄວາມສາມັກຄີພິເສດ ຫວຽດນາມ-ລາວ. ໃນພິທີດັ່ງ ກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະ
ຊາຊົນລາວ ກ່າວສະແດງຄວາມ
ຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກ
ເຊິ່ງຕໍ່ຂອງຂວັນອັນປະເສີດ ດັ່ງ ກ່າວ ແລະ ຢືນຢັນວ່າຈະພ້ອມກັນປົກປັກຮັກສາຫໍສະພາແຫ່ງນີ້ ໃຫ້ຄົງຢູ່ຄູ່ກັບພະທາດຫຼວງ ທີ່ເປັນສະຖານທີ່ສັກກາລະບູຊາ ຂອງປະຊາຊົນລາວຕະຫຼອດໄປ.
ພາຍຫຼັງສຳເລັດພິທີການເປີດ ນຳໃຊ້ ແລະ ມອບ-ຮັບຫໍສະພາ ແຫ່ງຊາດລາວແລ້ວ, ສະຫາຍ ປະທານປະເທດ ທັງສອງ ກໍໄດ້ ໃຫ້ກຽດປະດັບຫຼຽນໄຊອິດສະ ຫຼະຊັ້ນ 1 ແລະ ຊັ້ນ 2 ຂອງ ສປປ ລາວ ໃຫ້ 3 ກົມກອງຂອງ ຝ່າຍຫວຽດນາມ ແລະ ປະດັບ ຫຼຽນໄຊແຮງງານ ຊັ້ນ 1 ແລະ ຊັ້ນ 2 ຂອງ ສສ ຫວຽດນາມ ໃຫ້ບຸກຄົນຂອງຝ່າຍລາວຈຳ ນວນ 3 ສະຫາຍ.
ຕໍ່ມາ ສະຫາຍ ຫງວຽນ ຊວນ
ຟຸກ ແລະ ສະຫາຍ ທອງລຸນ ສີສຸ ລິດ ໄດ້ພ້ອມກັນເປີດແຖບຜ້າຫີນ
ສີລາຈາລຶກ ທີ່ມີເນື້ອໃນ “ຫໍສະ ພາແຫ່ງຊາດ ຂອງຂວັນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ” ແລະ ຮ່ວມກັນປູກຕົ້ນໄມ້ ທີ່ລະ ນຶກເພື່ອເປັນສິລິມົງຄຸນແກ່ສະ ພາແຫ່ງຊາດລາວ.
ໃນຕອນທ່ຽງຂອງວັນດຽວ ກັນ, ສະຫາຍ ໄຊສົມພອນ ພົມ ວິຫານ, ປະທານສະພາແຫ່ງຊາດ
ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະປະຈຳສະພາແຫ່ງຊາດ ຊຸດ
ທີ XIII ແລະ ຊຸດທີ IX ໄດ້ຈັດພາ
ເຂົ້າສາມັກຄີ ເພື່ອຊົມເຊີຍຜົນ ສຳເລັດຂອງການມາຢ້ຽມຢາມ ລາວ ຂອງ ສະຫາຍ ຫງວຽນ ຊວນ ຟຸກ, ປະທານປະເທດຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະ ໂດຍມີການເຂົ້າຮ່ວມ ຂອງສະ ຫາຍ ປານີ ຢາທໍ່ຕູ້, ກຳມະການກົມ
ການເມືອງສູນກາງພັກ, ຮອງປະ
ທານປະເທດ, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ແຜນການ, ການລົງທຶນ ແລະ ພະ
ນັກງານການນຳຂັ້ນສູງຂອງ ລາວ ທີ່ກ່ຽວຂ້ອງຈຳນວນໜຶ່ງ.
ພ້ອມນັ້ນ, ໃນວັນດຽວກັນ ສະ ຫາຍ ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງ ປະທານສະພາແຫ່ງຊາດ ແລະ ສະຫາຍ ສົມມາດ ພົນເສນາ, ກຳ
ມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ ກໍໄດ້ມີການ
ພົບປະ ກັບຄູ່ຮ່ວມຕຳແໜ່ງ ເພື່ອ ພ້ອມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືລະຫວ່າງ ສອງອົງການນິຕິບັນຍັດໃນຕໍ່ ໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















