ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານປະສານເຫຼົ່າຫຼວງພະບາງ ທາບທາມບຸກຄະລາກອນເຂົ້າຄະນະພັກກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2019-01-07 09:20:37 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ທ້າຍເດືອນທັນວາ 2018 ຜ່ານມານີ້,​ໂຮງງານປະສານເຫຼົ່າ ຫຼວງພະບາງໄດ້ຈັດຕັ້ງກອງປະ ຊຸມທາບທາມບຸຄະລາກອນ, ຮັບ ສະໝັກເລືອກຕັ້ງເຂົ້າໃນຄະນະບໍ ລິຫານງານພັກອົງການກົມໃຫຍ່ ເຕັກນິກກອງທັບ ໂດຍການເປັນ ປະທານຂອງທ່ານ ພົນຈັດຕະວາ ຄຳພາ ສີພອນໄຊ ກຳມະການ ຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຕາງ ໜ້າພະແນກຈັດຕັ້ງພັກກົມໃຫຍ່ ເຕັກນິກກອງທັບ, ຄະນະພັກ-ຄະ ນະບັນຊາ, ພະນັກງານສະມາຊິກ ພັກສົມບູນ- ສຳຮອງເຂົ້າຮ່ວມ. ກອງປະຊຸມໄດ້ດຳເນີນການ ປ່ອນບັດທາບທາມບຸຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະ ນະບໍລິຫານງານພັກອົງການກົມ ໃຫຍ່ເຕັກນິກກອງທັບຈຳນວນ 2 ຮອບ, ຮອບທີ 1 ປ່ອນບັດເລືອກ ເອົາບຸຄະລາກອນຄະນະພັກກົມ ໃຫຍ່ເຕັກນິກ,​ ຮອບທີ 2 ປ່ອນ ບັດເອົາບຸຄະລາກອນຄະນະປະ ຈຳພັກກົມໃຫຍ່ເຕັກນິກກອງທັບ ແລະ ເລຂາ, ຮອງເລຂາ, ທັງປະ ທານກວດກາພັກ ທັງນີ້ກໍເພື່ອ ເຮັດໃຫ້ການຈັດຕັ້ງພັກມີຄວາມ ໜັກແໜ້ນເຂັ້ມແຂງຕາມ 5 ຫຼັກ ການ 3 ທິດນຳຂອງພັກອີກ ດ້ວຍ, ກອງປະຊຸມຍັງໄດ້ມອບ ຫຼຽນກາລະນຶກກອງທັບ 70 ປີ ໃຫ້ພະນັກງານທີ່ມີມາດຖານຜົນ ງານ ແລະ ເງື່ອນໄຂທີ່ປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ ຈຳນວນ 97 ສະຫາຍ. ໂອກາດດັ່ງກ່າວ, ທ່ານ ພົນ ຈັດຕະວາ ຄຳພາ ສີພອນໄຊ ໄດ້ ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ໂດຍ ເນັ້ນໃຫ້ພະນັກງານສະມາຊິກພັກ ຈົ່ງໃຊ້ສິດຂອງຕົນເອງໃນການ ປ່ອນບັດຄັດເລືອກເອົາບຸຄະລາ ກອນຄັ້ງນີ້ ໂດຍອີງໃສ່ເງື່ອນໄຂ ມາດຖານດ້ວຍຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ວຽກງານຫຼີກ ລຽງແນວຄິດອະຄະຕິ, ສ່ວນບຸກ ຄົນ, ຈຸມເຈື້ອ, ພ້ອມທັງຮຽກຮ້ອງ ໃຫ້ຄະນະພັກ-ຄະນະບັນຊາເພີ່ມ ທະວີສຶກສາອົບຮົມການເມືອງ ນຳພາແນວຄິດ, ມີທັດສະນະຫຼັກ ໝັ້ນຊົນຊັ້ນ, ຄຸນທາດການເມືອງ ໜັກແໜ້ນ ເພື່ອເຮັດໃຫ້ການທາບ ທາມຄັ້ງນີ້ບັນລຸດ້ວຍຄວາມຮັບ ຜິດຊອບສູງ. ໂດຍ: ສຸລິນ ສຸວັນນະຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ